ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວິທີການດໍາເນີນທຸລະກິດຂາຍເຂົ້າປຸ້ນແຈ່ວຂີງ ທີ່ເຮັດໃຫ້ລູກຄ້າກັບມາກິນຫຼາຍໆຄັ້ງ


ເຂົ້າປຸ້ນບີບໃໝ່ ພ້ອມດ້ວຍຜັກເຄື່ອງຂີງ ແລະແຈ່ວຂີງ, ບ້ານຖິ່ນເພຍ, ນະຄອນຫຼວງວຽງຈັນ. (ຂອບໃຈພາບຈາກເຟສ໌ບຸກ Aood Manivanh)
ເຂົ້າປຸ້ນບີບໃໝ່ ພ້ອມດ້ວຍຜັກເຄື່ອງຂີງ ແລະແຈ່ວຂີງ, ບ້ານຖິ່ນເພຍ, ນະຄອນຫຼວງວຽງຈັນ. (ຂອບໃຈພາບຈາກເຟສ໌ບຸກ Aood Manivanh)

ເຖິງວ່າສະພາບການຂອງສັງຄົມຈະພົບກັບບັນຫາເງິນເຟີ້, ເຖິງວ່າແຮງ ງານລາວຫຼາຍຄົນຍັງຫຼັ່ງໄຫຼອອກໄປຊອກວຽກເຮັດງານທໍາໃນຕ່າງປະເທດກໍ​ຕາມ. ແຕ່ເບິ່ງຄືວ່າ ທຸລະກິດນຶ່ງຍັງຄົງທ້າທາຍກັບບັນຫາຕ່າງໆດັ່ງກ່າວຢ່າງ ໝັ້ນຄົງ ແລະປະສົບຜົນສໍາເລັດດີ, ທິບສຸດາ ມີລາຍງານກ່ຽວກັບຮ້ານອາຫານ ເຂົ້າປຸ້ນແຈ່ວຂີງ ທີ່ປະສົບຄວາມສໍາເລັດຫຼວງຫຼາຍມາສະເໜີທ່ານ.

ເຂົ້າປຸ້ນແຈ່ວຂີງ ເປັນອາຫານທີ່ມີລົດຊາດເປັນເອກະລັກ, ອັນສໍາຄັນ ແມ່ນອາ ຫານທີ່ເສີບສົດ ແລະໃໝ່ ພ້ອມດ້ວຍເຄື່ອງຄຽງຫຼາຍໆຢ່າງມີໃຫ້ລູກຄ້າເລືອກ ບວກກັບບັນຍາກາດຂອງທໍາມະຊາດແຄມແມ່ນໍ້າຂອງ ຍິ່ງເພີ້ມຄວາມສໍາລານ ໃຫ້ຜູ້ທີ່ໄດ້ສໍາພັດມີຄວາມຫຼົງໄຫຼ ແລະຢາກກັບມາອີກຄັ້ງ, ເໝືອນດັ່ງຮ້ານເຂົ້າ ປຸ້ນແຈ່ວຂີງ ທີ່ຫຼາຍຄົນຮູ້ຈັກໃນຊື່ ‘ຮ້ານເຈ້ອູ໋ດ’ ຕັ້ງຢູ່ບ້ານຖິ່ນເພຍ ເມືອງຫາດ ຊາຍຟອງ ນະຄອນຫຼວງວຽງຈັນ. ເພິ່ນກ່າວໃຫ້ຟັງວ່າ ປັດຈຸບັນ ຮ້ານເຂົ້າປຸ້ນ ແຈ່ວຂີງຂອງເພິ່ນຂາຍດີຫຼາຍ ຄົນເຕັມຕະຫຼອດ ໂດຍເພິ່ນກ່າວໃຫ້ຟັງໃນໄລຍະຊ່ວງໂຄວິດວ່າ:

“ຄົນຈະນິຍົມກິນ ແຕ່ຂະໜາດເປີດຂາຍແບບກັບບ້ານ ກັບບ້ານຫັ້ນແຂກກະມາ ຫຼາຍອີກ ເຮົາທັງຢ້ານທັງຂາຍແບບຊັ້ນເທາະ ແບບໃຫ້ກິນກັບບ້ານ ເຮົາເປີດ ທຸກມື້ເລີຍ ເພາະຢ້ານເຮົາເສຍລູກຄ້າເນາະ ເພາະວ່າລູກຄ້າກະນິຍົມເຮົາຫັ້ນ ໜາ.”

ເພິ່ນກ່າວວ່າ ທາງຮ້ານແມ່ນນໍາໃຊ້ສູດຜະລິດເສັ້ນເຂົ້າປຸ້ນແບບດັ້ງເດີມທີ່ສືບ ທອດມາແຕ່ລຸ້ນປູ່ຍ່າ ແລະພໍ່ເຖົ້າແມ່ເຖົ້າ, ເຊິ່ງຈະນໍາໃຊ້ແປ້ງຈາກການໝັກເຂົ້າ ເປັນອາທິດ ແລ້ວເອົາໄປໂມ້ ບີບເອົານໍ້າອອກ ເອົາມາປ້ານ ແລ້ວຈຶ່ງເອົາມາບີບ ເຊິ່ງຂັ້ນຕອນນັ້ນເອງທີ່ແຕ່ລະຄົນຈະນໍາໃຊ້ສູດສະເພາະຂອງໃຜລາວ. ສ່ວນນໍ້າ ແຈ່ວຂີງ, ທາງຮ້ານຈະນໍາໃຊ້ປາແດກສູດຂອງຕົນ ໂດຍການເອົາປາແດກມາ ຕົ້ມປຸງເຄື່ອງ ແລະຂ້ຽວດ້ວຍໄຟອ່ອນຢ່າງໜ້ອຍ 2 ມື້ ຈຶ່ງນໍາມາໃຊ້ໄດ້, ເຊິ່ງນໍ້າປາແດກດັ່ງກ່າວນີ້ ນອກຈາກຈະປະສົມກັບຂີງ ແລະກິນກັບເຂົ້າປຸ້ນສົດ ແລ້ວ ຍັງສາມາດນໍາໄປໃສ່ຕໍາໝາກຫຸ່ງ ແລະອື່ນໆໄດ້ນໍາອີກດ້ວຍ. ສໍາລັບເວ ລາໃນການເປີດຮ້ານ ແມ່ນເປີດແຕ່ 8 ໂມງເຊົ້າ ຫາ 5 ໂມງແລງ, ໂດຍຂາຍ ອາຫານຕາມສັ່ງຫຼາກຫຼາຍເມນູ ແຕ່ອັນທີ່ມີຊື່ສຽງທີ່ສຸດກໍຄື ເຂົ້າປຸ້ນບີບໃໝ່ໆ ທັງໝົດປະມານ 7 ໝື່ນໃນແຕ່ລະມື້ (1 ໝື່ນເຂົ້າປຸ້ນ ເທົ່າກັບ 1 ກິໂລ) ແລະປະມານ 12 ຫາ 15 ໝື່ນໃນຊ່ວງທ້າຍອາທິດ ທີ່ກິນພ້ອມດ້ວຍນໍ້າປາ ແດກ (ມີຈໍາໜ່າຍເປັນຂວດຢູ່ໜ້າຮ້ານ) ພ້ອມດ້ວຍແຈ່ວຂີງ ແລະຜັກກັບ, ເຊິ່ງເພິ່ນຈະຂາຍເປັນຊຸດ ໃນຊຸດໃຫຍ່ລາ​ຄາ 50,000 (ເຂົ້າປຸ້ນ, ຜັກ, ນໍ້າແຈ່ວ) ແລະຊຸດນ້ອຍໃນລາຄາ 40,000. ສ່ວນປີ້ງປາ, ປີ້ງໄກ່, ຊີ້ນ ແລະອື່ນໆ ລູກຄ້າຈະສັ່ງຕ່າງຫາກ. ເພິ່ນກ່າວວ່າ ໃນມື້ປົກກະຕິ ຈະຂາຍປາ ໄດ້ປະມານ 80 ຫາ 100 ໂຕ, ໄກ່ ປະມານ 100 ໂຕຂຶ້ນໄປ, ສ່ວນໃນທ້າຍ ອາທິດຈະຂາຍໄດ້ບໍ່ຫຼຸດແນວລະ 200 ໂຕ.

ເຂົ້າປຸ້ນບີບໃໝ່ ຈາກຮ້ານເຂົ້າປຸ້ນແຈ່ວຂີງ. (ພາບຈາກເຟສ໌ບຸກ Aood Manivanh)
ເຂົ້າປຸ້ນບີບໃໝ່ ຈາກຮ້ານເຂົ້າປຸ້ນແຈ່ວຂີງ. (ພາບຈາກເຟສ໌ບຸກ Aood Manivanh)

ເພິ່ນກ່າວວ່າ ເຫດຜົນທີ່ເຮັດໃຫ້ທາງຮ້ານປະສົບຜົນສໍາເລັດ ເຫດຜົນຫຼັກກໍຄື ຄວາມຈິງໃຈກັບລູກຄ້າ, ອາຫານຕ້ອງສົດໃໝ່, ຮັກສາເອກະລັກເດີມບໍ່ປ່ຽແປງ ຕົວຢ່າງ ສູດການນວດແປ້ງຂອງເຂົ້າປຸ້ນ ແລະສູດຂອງນໍ້າປາແດກ, ລາຄາກໍບໍ່ ສູງເກີນໄປ ເຖິງແມ່ນສະພາບການຂອງຄ່າເງິນຈະບໍ່ຄົງໂຕເທື່ອກໍຕາມ, ແລະ ປັດໃຈເສີມກໍຄືວິວ ຫຼື ທໍາເລທີ່ຕັ້ງຂອງຮ້ານ ເພາະບັນຍາກາດ ກໍເຮັດໃຫ້ການ ຮັບປະທານອາຫານມີຄວາມສຸກສໍາລານໄດ້ເຊັ່ນກັນ, ດັ່ງທີ່ເພິ່ນກ່າວໃຫ້ຟັງໃນ ຕອນນຶ່ງວ່າ:

“ກະຄືນໍ້າປາແດກເຮົາ, ນໍ້າປາແດກ ແລະກະປີ້ງໄກ່ ນໍ້າທາມັນຫັນຫັ້ນນະ ມັນຈະກ່ຽວກັບພວກປາແດກໝົດເລີຍ, ເສັ້ນມັນຈະແບບວ່າໄກກັນຫຼາຍໃດ ຈາກທີ່ວ່າເຮົາບີບໃໝ່ ຖ້າແມ່ນເຮົາຊື້ມາແຕ່ຕະຫຼາດມັນຊິເປັນເສັ້ນໄຄ່ ແລະມັນ ຊິແບບບໍ່ໜຽວບໍ່ນຸ້ມ ບີບໃໝ່ລະມັນຊິໜຽວຊິນຸ້ມ ແລະບໍ່ຕິດກັນຈັ່ງຊີ້ນະ ມາກິນ ໃໝ່ໆນິ ຄົນຊິແບບນິຍົມມາກິນຢູ່ຮ້ານເລີຍ ຄັບປານໃດແຫຍ່ປານໃດຄົນກະມາ ກິນ ຂໍແຕ່ວ່າເປັນມື້ພັກຂອງພະນັກງານ.”

ແນວໃດກໍຕາມ, ສິ່ງສໍາຄັນຫຼັກໃນການດໍາເນີນທຸລະກິດ ນອກຈາກປັດໃຈອື່ນທີ່ ກ່າວມາແລ້ວ ການຮຽນຮູ້ຈາກຄວາມຕ້ອງການຂອງລູກຄ້າໃນແຕ່ລະວັນ ສັງເກດເຖິງຄວາມມັກຂອງລູກຄ້າ, ຮັບຟັງການຕໍາໜິຕິຊົມຈາກລູກຄ້າ ເພື່ອນໍາ ມາປັບປ່ຽນ ແລະປັບປຸງ ກໍເປັນອີກຊ່ອງທາງນຶ່ງ ທີ່ຈະເຮັດໃຫ້ທ່ານຮູ້ວິທີ ແລະ ຂັ້ນຕອນຂອງການດໍາເນີນການເພື່ອເປົ້າໝາຍຂອງທ່ານ. ສະຫຼຸບລວມແລ້ວ, ຖ້າຫາກຫຼາຍໆຄົນທີ່ກໍາລັງຄິດຫາກິດຈະການໃດນຶ່ງເພື່ອລົງທຶນ ການເປີດຮ້ານ ອາຫານ ໂດຍສະເພາະຮ້ານເຂົ້າປຸ້ນແຈ່ວຂີງ ຄືທາງເລືອກທີ່ດີອີກອັນນຶ່ງ, ເຊິ່ງ ທ່ານອາດຈະເລີ້ມຈາກກິດຈະການຂະໜາດນ້ອຍ ແລະຂະຫຍາຍອອກໄປຕື່ມ ລຸນຫຼັງພົບວ່າ ຄວາມຕ້ອງການນັ້ນເພີ້ມຂຶ້ນ.

XS
SM
MD
LG