ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ວິທີການດໍາເນີນທຸລະກິດ ກ່ຽວກັບບ້ານພັກຢູ່ທີ່ຫຼວງພະບາງ ເມືອງມໍລະດົກໂລກ


ຮູບພາບ ດ້ານໜ້າ ເຊິ່ງເປັນສ່ວນນຶ່ງຂອງເຮືອນພັກສົມຈິດ ຫຼື Somjith Guest House LPB ທີໄດ້ຮັບຈາກທ່ານທົມຈິດ.
ຮູບພາບ ດ້ານໜ້າ ເຊິ່ງເປັນສ່ວນນຶ່ງຂອງເຮືອນພັກສົມຈິດ ຫຼື Somjith Guest House LPB ທີໄດ້ຮັບຈາກທ່ານທົມຈິດ.

ຫຼາຍທ່ານອາດຈະເຄີຍໄປທ່ຽວນະ​ຄອນຫຼວງພະບາງ ແລະໄປແວ່ພັກ ເຊົາຢູ່ທີ່ນັ້ນ ເພື່ອສໍາພັດກັບບັນຍາກາດຂອງເມືອງເກົ່າ ທີ່ຂຶ້ນເປັນເມືອງມໍລະ ດົກໂລກຂອງອົງການ UNESCO. ແຕ່ດ້ວຍສະພາບຂອງເມືອງ ແລະອາ ຄານທີ່ມີຂໍ້ຈໍາກັດໃນການປຸກສ້າງ ຫຼືສ້ອມແປງ, ຜູ້ປະກອບການກ່ຽວກັບ ເຮືອນພັກເພິ່ນກໍມີວິທີໃນການປັບປຸງ ເພື່ອໃຫ້ແທດເໝາະກັບສະພາບແວດລ້ອມ ແຕ່ຖືກຕ້ອງຕາມຫຼັກການທີ່ກໍານົດໄວ້, ທິບສຸດາ ມີລາຍງານເລື້ອງນີ້ມາສະເໜີ ທ່ານໃນອັນດັບຕໍ່ໄປ.

ການດໍາເນີນທຸລະກິດທີ່ມີລັກສະນະກ່ຽວກັບການປຸກສ້າງ ຫຼືສ້ອມແປງອາຄານ ບ່ອນຢູ່ອາໄສ ຫຼື ເປັນກິດຈະການເພື່ອການຄ້າຢູ່ໃນຂົງເຂດທີ່ມີການຂຶ້ນທະບຽນ ເປັນມໍລະດົກໂລກ ໂດຍສະເພາະຢູ່ໃນນະຄອນຫຼວງພະບາງ ເຊິ່ງເປັນເມືອງ ມໍລະດົກໂລກ ຈະຕ້ອງຜ່ານຂັ້ນຕອນຕ່າງໆຕາມຫຼັກການທີ່ຫ້ອງການມໍລະດົກ ກໍານົດອອກ​ມາ.

ທ່ານສົມຈິດ ບຸນທອງສີ, ເຈົ້າຂອງກິດຈະການເຮືອນພັກສົມຈິດ ຫຼື Somjith Guest House LPB, ຕັ້ງຢູ່ບ້ານຫົວຊຽງ ໃຈກາງຂອງນະຄອນຫຼວງພະບາງ ເລົ່າສູ່ຟັງວ່າ ເຮືອນພັກຂອງເພິ່ນຕັ້ງຂຶ້ນໃນປີ 1997 ທີ່ຊື້ມາຈາກປະຊາຊົນຢູ່ ໃນທ້ອງຖິ່ນໃນລາຄາ 200 ຫາ 300 ໂດລາຕໍ່ແມັດກາເລ, ເຊິ່ງໃນໄລຍະທໍາ ອິດມີພຽງ 7 ຫ້ອງນອນ ແລະ 2 ຫ້ອງນໍ້າເທົ່ານັ້ນ.

ຮູບພາບ ຫ້ອງນອນແບບຕຽງຄູ່ຂອງເຮືອນພັກສົມຈິດ ຫຼື Somjith Guest House LPB ທີໄດ້ຮັບຈາກທ່ານທົມຈິດ.
ຮູບພາບ ຫ້ອງນອນແບບຕຽງຄູ່ຂອງເຮືອນພັກສົມຈິດ ຫຼື Somjith Guest House LPB ທີໄດ້ຮັບຈາກທ່ານທົມຈິດ.

ເນື່ອງຈາກຄວາມຕ້ອງການເພີ້ມຂຶ້ນ, ທ່ານຈຶ່ງຂະຫຍາຍກິດຈະການໂດຍການຊື້ ເຮືອນຊານຢູ່ບໍລິເວນໃກ້ຄຽງ ແລະປັບປຸງເປັນເຮືອນພັກຂຶ້ນມາຕື່ມ, ແລະຈຸດນີ້ ເອງທີ່ທ່ານຈະຕ້ອງດໍາເນີນການຕາມຂັ້ນຕອນຕ່າງໆໃຫ້ຖືກຕ້ອງຕາມກົດໝາຍ ແລະຫຼັກການຂອງອົງການມໍລະດົກ, ເຊິ່ງເພິ່ນໄດ້ເລົ່າເຖິງຕອນນີ້ໃຫ້ຟັງວ່າ:

“ເຮືອນນັ້ນມັນເປັນເຮືອນແບບປະຖົມປະຖານ ມັນບໍ່ເປັນເຮືອນມໍລະດົກ ປຸກຊ່ວງປີ 1970 ຫຼື 60 ປາຍມານີ້ລະ, ຊື້ແຕ່ລະຫຼັງເຮົາມ້າງ ເຮົາມ້າງລະເຮັດ ໃໝ່ໄດ້ໝົດ. ຫຼັງຈາກເຮົາຊື້ລະແລ້ວເຮົາກໍຂໍອະນຸຍາດຈາກມໍລະດົກມາປຸກ ແລະເຮົາກໍເຮັດແບບພື້ນເມືອງລາວເຮົາໝົດ ເຮັດເຮືອນແບບຊົງຫຼວງພະບາງ ເລີຍນີ້ນະ, ເລື້ອງຂໍເອກະສານປຸກສ້າງນີ້ເຮົາຈະໄປອອກແບບກ່ອນເນາະ ແລ້ວຂໍໃບອະນຸຍາດປຸກສ້າງນໍາເຂົາເຈົ້າ ແລ້ວຈະແບບນັ້ນໄປຜ່ານມໍລະດົກ, ອັນໃດບໍ່ຖືກຕ້ອງ ອັນໃດບໍ່ຖືກຕ້ອງເພິ່ນຈະດັດໃຫ້ເຮົາ ຈົນວ່າໄດ້ຮັບອະນຸ ຍາດຈາກຫ້ອງການມໍລະດົກແລ້ວຄ່ອຍປຸກໄດ້. ເວລາຊິມ້າງຄືກັນຕ້ອງໄດ້ ຮັບອະນະຍາດເຂົາເຈົ້າກ່ອນ ຈຶ່ງມ້າງເຮືອນເກົ່າໄດ້ຫັ້ນໜາ.”

ປັດຈຸບັນ, ເຮືອນພັກສົມຈິດ ມີທັງໝົດ 16 ຫ້ອງນອນ ແລະ 16 ຫ້ອງນໍ້າ, ເຊິ່ງລູກຄ້າສາມາດຈອງລ່ວງໜ້າໄດ້ຖ້າຫາກຫ້ອງນອນຍັງຫວ່າງ ດ້ວຍການຈ່າຍຄ່າມັດຈໍາ 35 ເປີເຊັນ, ໂດຍລາຄາຄ່າຫ້ອງໃນແຕ່ລະຄືນແມ່ນ ປະມານ 15 ໂດລາເທົ່ານັ້ນ ແຕ່ບໍ່ໄດ້ລວມຄ່າອາຫານ, ເຊິ່ງເປັນລາຄາ ທົ່ວໄປທີ່ລູກຄ້າສາມາດໃຊ້ບໍລິການໄດ້.

ຮູບພາບ ດ້ານໜ້າ ເຊິ່ງເປັນສ່ວນນຶ່ງຂອງເຮືອນພັກສົມຈິດ ຫຼື Somjith Guest House LPB ທີໄດ້ຮັບຈາກທ່ານທົມຈິດ.
ຮູບພາບ ດ້ານໜ້າ ເຊິ່ງເປັນສ່ວນນຶ່ງຂອງເຮືອນພັກສົມຈິດ ຫຼື Somjith Guest House LPB ທີໄດ້ຮັບຈາກທ່ານທົມຈິດ.

ທ່ານສົມຈິດເລົ່າໃຫ້ຟັງວ່າ ລູກຄ້າຈະມາທ່ຽວຫຼວງພະບາງເປັນປະຈໍາ, ເຊິ່ງບໍ່ຫຼາຍ ແລະກໍບໍ່ໜ້ອຍ, ສ່ວນໃຫຍ່ແມ່ນລູກຄ້າພາຍໃນປະເທດເອງ ແລະລູກຄ້າທີ່ມາຈາກປະເທດໄທ ເພາະຫຼັງຈາກມີເສັ້ນທາງລົດໄຟມານີ້ ລູກຄ້າ ແມ່ນມີຫຼາຍຂຶ້ນ, ໂດຍລູກຄ້າຈະມາທ່ຽວຫຼວງພະບາງຫຼາຍທີ່ສຸດໃນຊ່ວງເດືອນ 12 ຫາເດືອນ 2 ເພາະວ່າເປັນຊ່ວງລະດູແລ້ງ ທີວທັດທໍາມະຊາດຈະດີກວ່າ ການໄປມາກໍງ່າຍກວ່າ.

ຢ່າງໃດກໍຕາມ, ເນື່ອງຈາກຫຼວງພະບາງເປັນເມືອງມໍລະດົກໂລກ ສະນັ້ນອາ ຄານຕ່າງໆທີ່ຢູ່ໃນໂຕເມືອງຫຼາຍຫຼັງ ກໍຂຶ້ນເປັນມໍລະດົກໂລກເຊັ່ນກັນ, ແຕ່ສໍາ ລັບເຮືອນພັກຂອງທ່ານສົມຈິດ ມີອາຍຸຕັ້ງແຕ່ປຸກສ້າງແຕ່ທໍາອິດຍັງບໍ່ດົນ ຈຶ່ງຍັງ ບໍ່ໄດ້ຂຶ້ນທະບຽນແຕ່ຢ່າງໃດ, ເຊິ່ງທ່ານສົມຈິດໄດ້ເລົ່າກ່ຽວກັບການຂຶ້ນທະບຽນ ຂອງເຮືອນມໍລະດົກວ່າ:

“ຖ້າແມ່ນເຮືອນຫຼັງໃດທີ່ວ່າເພິ່ນຈົດຂຶ້ນບັນຊີເປັນມໍລະດົກແລ້ວ ເພິ່ນຈະມີທຶນ ສ່ວນໃດສ່ວນນຶ່ງມາຊ່ວຍຫັ້ນນະ ທີ່ວ່າເພິ່ນຈົດເຂົ້າໃນບັນຊີຂອງເພິ່ນໄວ້ແລ້ວ ຫຼັງນັ້ນເວລາສ້ອມແປງເພິ່ນຈະມາຕິດຕາມ ແລະມາຊ່ວຍເຫຼືອເປັນບາງສ່ວນ, ຫຼັງໃດທີ່ປຸກຕັ້ງແຕ່ສະໄໝຝຣັ່ງຢູ່ແມ່ນບໍ່ໄດ້ມ້າງເດັດຂາດ.”

ທ່ານສົມຈິດຍັງກ່າວອີກວ່າ ເນື່ອງຈາກຫາກໍເປີດປະເທດຫຼັງຈາກການລະບາດ ໃຫຍ່ຂອງພະຍາດໂຄວິດ-19, ທາງການຈຶ່ງມີນະໂຍບາຍໃຫ້ຜູ້ປະກອບການ ໂດຍຜູ້ປະກອບການບໍ່ຕ້ອງເສຍຄ່າອາກອນກໍາໄລໃນຊ່ວງໄລຍະເວລາຮອດ 5 ປີ ເພື່ອໃຫ້ຜູ້ປະກອບການມີເວລາຟື້ນຟູຈາກການຫຼຸບທຶນ ລຸນຫຼັງການປິດປະ ເທດ 3 ປີຍ້ອນບັນຫາຂອງສະພາບໂຄວິດ-19.

ຮູບພາບ ຫ້ອງນອນແບບຕຽງດ່ຽວຂອງເຮືອນພັກສົມຈິດ ຫຼື Somjith Guest House LPB ທີໄດ້ຮັບຈາກທ່ານທົມຈິດ.
ຮູບພາບ ຫ້ອງນອນແບບຕຽງດ່ຽວຂອງເຮືອນພັກສົມຈິດ ຫຼື Somjith Guest House LPB ທີໄດ້ຮັບຈາກທ່ານທົມຈິດ.

ທ່ານສົມຈິດກ່າວວ່າ ແຕ່ເລີ້ມຕົ້ນກໍບໍ່ໄດ້ຄິດວ່າຈະມາເຮັດທຸລະກິດເຮືອນພັກ, ແຕ່ເນື່ອງຈາກຫຼວງພະບາງໄດ້ກາຍມາເປັນເມືອງທ່ອງທ່ຽວທາງມໍລະດົກໂລກ ຄວາມຕ້ອງການໃນການເຂົ້າພັກຂອງນັກທ່ອງທ່ຽວກໍມີຫຼາຍ ດັ່ງນັ້ນເພິ່ນຈຶ່ງຕັ້ງ ໃຈດໍາເນີນທຸລະກິດກ່ຽວກັບດ້ານນີ້ເປັນຕົ້ນມາ ແລະກໍເຫັນວ່າເໝາະສົມແກ່ ການສ້າງລາຍໄດ້ໃຫ້ແກ່ຄອບຄົວມາເປັນເວລາເກືອບ 30 ປີແລ້ວ ເຖິງແມ່ນ ລາຄາຄ່າພັກເຊົາຈະບໍ່ສູງເທົ່າກັບໂຮງແຮມໃຫຍ່ໆ ກໍຕາມ.

XS
SM
MD
LG