ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ຢາກ​ຮຽນ​ພາ​ສາ​ອັງ​ກິດໃຫ້​ໄດ້​ດີ ​ຕ້ອງ​ຮຽນ​ດ້ວຍ​ໂຕ​ເອງ​ໃຫ້ຫຼາຍໆ​ ຄື​ຄຳ​ແນະ​ນຳຈາກ​ຄົນ​ລາວທີ່ຮຽນ​ເກັ່ງ​ ຈົນກາຍ​ເປັນ​ຄູ​ສອນພາ​ສາ​ອັງ​ກິດ​ໄດ້


ປ່າ ເຢັງ ຊາ​ລໍ, ນາງ​ງາມ​ຈັກ​ກະ​ວານ​ລາວປີ 2022​ ທີ່​ໄດ້​ໃຊ້​ພາ​ສາ​ອັງ​ກິດ​ຢູ່ໃນ​ເວ​ທີ​ສາ​ກົນອັນ​ກວ້າງ​ໃຫຍ່ຢູ່​ໃນ​ສະ​ຫະ​ລັດ ​ມາ​ແລ້ວ ໃນ​ໄລ​ຍະ​ເດືອນທັນ​ວາ 2022 ຫາ​ ກາງ​ເດືອນ​ມັງ​ກອນ, 2023
ປ່າ ເຢັງ ຊາ​ລໍ, ນາງ​ງາມ​ຈັກ​ກະ​ວານ​ລາວປີ 2022​ ທີ່​ໄດ້​ໃຊ້​ພາ​ສາ​ອັງ​ກິດ​ຢູ່ໃນ​ເວ​ທີ​ສາ​ກົນອັນ​ກວ້າງ​ໃຫຍ່ຢູ່​ໃນ​ສະ​ຫະ​ລັດ ​ມາ​ແລ້ວ ໃນ​ໄລ​ຍະ​ເດືອນທັນ​ວາ 2022 ຫາ​ ກາງ​ເດືອນ​ມັງ​ກອນ, 2023

ຫລາຍ​ທ່ານ​ຄົນ​ຄົງ​ມີ​ຄວາມ​ປາດ​ຖະ​ໜາຢາກ​ເວົ້າ ​ພາ​ສາທີ່​ນິ​ຍົມໃຊ້​ຢູ່ເກືອບໝົດ​ທົ່ວ​ໂລກ​ເຊັ່ນ​ພາ​ສາ​ອັງ​ກິດເກັ່ງ ເພື່ອ​ຈະ​ໄດ້​ສື່​ສານ​ກັບ​ຄົນ​ຕ່າງ​ປະ​ເທດ ແລະ​ຮັບ​ເອົາ​ຄວາມ​ຮູ້​ຈາກ​ຫລາຍ​ແຫລ່ງ​ຢ່າງກວ້າງ​ຂວາງ​ໄດ້ ແຕ່​ເຮັດ​ແນວ​ໃດ​ຈະ​ໄປ​ເຖິງ​ຈຸດນັ້ນ​ໄດ້ ລາຍ​ການ​ສຶກ​ສາ​ຂອງວີ​ໂອ​ເອ​ຈະ​ນຳ​ເອົາ​ປະ​ສົບ​ການ ຫລື​ ບົດ​ຮຽນຂອງຊາວ​ໜຸ່ມລາວ​ສາມ​ຄົນ ທີ່​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ລະ​ດັບ​ສູງ​ດ້ານ​ການ​ຮຽນພາ​ສາ​ອັງ​ກິດຈົນສາ​ມາດເອົາ​ຕົນ​ເຂົ້າ​ໄປຢູ່​ໃນ​ເວ​ທີ​ສາ​ກົນໄດ້ ຊຶ່ງ​ຫົວ​ຂໍ້​ນີ້ແບ່ງ​ອອກ​ເປັນ 2 ພາກ ​ຊຶ່ງມື້ນີ້ ບົວ​ສະ​ຫວັ​ນຈະນຳ​ເອົາ​ພາກ​ທີ 1 ມາສະ​ເໜີ​ໃນ​ອັນ​ດັບ​ຕໍ່​ໄປ.

ການ​ສຶກ​ສາ​ເປັນ​ບໍ່​ເກີດ​ແຫ່ງ​ການ​ພັດ​ທະ​ນາໄປ​ສູ່​ຜົນສຳ​ເລັດ ແຕ່​ກ່ອນ​ຈະ​ໄດ້​ຮັບ​ການ​ສຶກ​ສາ​ສູງຫລືມີ​ຄວາມ​ຮູ້ມາ​ຈາກ​ຫລາຍ​ແຫລ່ງນັ້ນ ສຳ​ລັບ​ຄົນທີ່​ເກີດ​ຢູ່​ໃນ​ປະ​ເທດທີ່​ກຳລັງ​ພັດ​ທະ​ນາເຊັ່ນ​ລາວ​ແລ້ວ ກໍຕ້ອງ​ເກັ່ງ​ພາ​ສາ​ຕ່າງ​ປະ​ເທດອັນ​ໃດ​ອັນນຶ່ງທີ່​ຄົນ​ນິ​ຍົມ​ໃຊ້ຫລາຍ ເຊັ່ນ​ພາ​ສາ​ອັງ​ກິດ​. ເພື່ອ​ຈະ​ເຮັດ​ເຊັ່ນນັ້ນໄດ້ມັນຈໍ​າ​ເປັນ ຕ້ອງໄດ້​ມີອາ​ຈານສອນຢູ່​ໃນ​ຫ້ອງ​ຮຽນທີ່​ເກັ່ງ​ບໍ ຫລືຕ້ອງເຂົ້າ​ໂຮງ​ຮຽນ​ນາໆ ຊາດທີ່​ໝູ່​ຄູ່​ນັກ​ຮຽນ ແລະ​ຄູ​ອາ​ຈານ​ເວົ້າ​ພາ​ສາ​ອັງ​ກິດເກືອບ​ວ່າຕະ​ຫລອດ​ເວ​ລາ ເລີຍບໍ? ຕາມ​ປະ​ສົບ​ການ​ຂອງ​ຊາວ​ໜຸ່ມ​ລາວ 3 ຄົນ ​ທີ່​ເກີດ ແລະເຕີບໃຫຍ່​ຢູ່​ໃນປະ​ເທດ​ລາວ ແລະ​ບໍ່​ມີ​ໂອ​ກາດໄດ້​ເຂົ້າ​ໄປ​ຮຽນໃນ​ໂຮງ​ຮຽນ​ນາໆ​ຊາດ​ທີ່​ມີ​ຄ່າ​ໃຊ້​ຈ່າຍ​ແພງນັ້ນ ການ​ຮຽນ​ຈາກ​ຄູ​ໃນ​ຫ້ອງ​ຮຽນເປັນ​ພຽງ​ແຕ່​ສ່ວນ​ນຶ່ງເທົ່າ​ນັ້ນຂອງ​ຂັ້ນ​ຕອນ​ການ​ຮຽນ​ພາ​ສາ​ຕ່າງ​ປະ​ເທດ ແຕ່​ຈຸດ​ສຳ​ຄັນກໍ​ຄືການ​ຄົ້ນ​ພົບ​ຄວາມມັກ ຫລືຄວາມປາ​ດໜາຂອງ​ຕົນ​ ຫລື​ວ່າເຂົ້າ​ໃຈເຖິງ​ຜົນ​ປະ​ໂຫຍດທີ່​ຈະ​ໄດ້​ຮັບ​ຫລັງ​ຈາກ​ຮູ້​ພາ​ສານັ້ນ​ດີ ຈາກ​ນັ້ນກໍ​ຕັ້ງ​ໃຈຮຽນ ມຸ້ງໝັ້ນ​ໄປ​ຫາ​ຈຸດໝາຍນັ້ນ ດັ່ງ​ທີ່ປ່າ ເຢັງ ຊາ​ລໍ, ນາງ​ງາມ​ຈັກ​ກະ​ວານ​ລາວປີ 2022​ ທີ່​ໄດ້​ໃຊ້​ພາ​ສາ​ອັງ​ກິດ​ຢູ່ໃນ​ເວ​ທີ​ສາ​ກົນອັນ​ກວ້າງ​ໃຫຍ່​ມາ​ແລ້ວ ຊຶ່ງ​ນາງ​ເວົ້າ​ເຖິງ​ສິ່ງ​ທີ່​ພາ​ໃຫ້​ນາງ​ຢາກ​ເກັ່ງ​ພາ​ສາ​ອັງ​ກິດ​ສູ່ວີ​ໂອ​ເອ​ວ່າ:

ນາງບອກ​ອີກວ່າ ນາງເລີ້ມ​ຮຽນພາ​ສາ​ອັງ​ກິດມ່ຕັ້ງ​ແຕ່​ຕອນ​ຍັງ​ນ້ອຍ ແຕ່ກໍບໍ່ໄດ້​ຕັ້ງ​ໃຈ​ຮຽນ​ຫລາຍ ຈົນ​ກວ່າ​ມາ​ຮອດ​ຕອນ​ຢູ່​ຊັ້ນມັດ​ທະ​ຍົມ​ປາຍ ຈຶ່ງ​ໄດ້​ເລີ້ມ​ຕົ້ນ​ຮຽນຢ່າງ​ຫ້າວ​ຫັນທີ່​ສຸດ​ເປັນເວ​ລາ 4 ເດືອນ ຊຶ່ງ​ເປັນ​ການ​ຮຽນດ້ວຍ​ຕົວ​ ໂດຍ​ການ​ຟັງ​ຄົນ​ຕ່າງ​ປະ​ເທດ​ເວົ້າ​ພາ​ສາ​ອັງ​ກິດ​ທາງ​ຢູ​ທູບ ເປັນສ່ວນ​ໃຫຍ່ ແລະ​ກໍ​ອາ​ໄສ​ ການ​ອ່ານ​ປຶ້ມ​ນິ​ທານ ແລະ​ໃຊ້​ການ​ແປ​ຈາກ Google ເພື່ອ​ໃຫ້​ເຂົ້າ​ໃຈ​ຄຳ​ສັບ​ທີ່​ຕົນ​ເອງບໍ່​ຮູ້ ພ້ອມ​ກັນ​ນັ້ນຝຶກ​ເວົ້າໄປ​ນຳ​ ເລີຍຈົນ​ໄດ້​ກາຍເປັນ​ຄູ​ສອນ​ພາ​ສາ​ອັງ​ກິດ​ທາງ​ອອນ​ລາຍໃນ​ໄລ​ຍະ​ຕໍ່​ມາ ຊຶ່ງ​ນາງ​ໃຫ້ລາຍ​ລະ​ອຽດວ່າ:

ຄ້າຍໆ​ກັນ​ນາງອຸ​ໄລ​ພອນ ສີ​ລິ​ມະ​ສັກ ຊຶ່ງ​ຮູ້​ກັນ​ອີກ​ຊື່​ນຶ່ງວ່າ ຄູ​ນົກ ທີ່​ເປັນ​ຄູ​ສອນ​ພາ​ສາ​ອັງ​ກິດ ແລະ​ຕັ້ງ​ໂຮງ​ຮຽນສອນ​ພາ​ສາຂອງ​ຕົນ​ເອງ​ຢູ່​ໃນ​ນະ​ຄອນ​ຫລວງ ວຽງ​ຈັນ ບອກວ່າ ທີ່​ຈິງ​ພາ​ສາ​ອັງ​ກິດ​ເປັນ​ວິ​ຊາ​ຮຽນ​ເພີ້ມ​ໃນ​ຕອນ​ແລງຫລັງ​ຈາກ​ເລີກ​ໂຮງ​ຮຽນ​ແລ້ວໃນ​ຕອນ​ຮຽນ​ຢູ່​ຊັ້ນ​ມັດ​ທະ​ຍົມ​ຕົ້ນ ສ່ວນ​ວິ​ຊາ​ຮຽນ​ຂັ້ນ​ປະ​ລິນ​ຍາ​ຕີນັ້ນ​ແມ່ນ​ດ້ານ​ຄອມ​ພີວ​ເຕີ ແລະຄະ​ນິດ​ສາດ ​ໃນ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ ແລະ​ຫລັງ​ຈາກ​ຮຽນຈົບ​ແລ້ວ​ກໍ​ເຮັດ​ວຽກ​ເປັນ​ຜູ້​ພັດ​ທະ​ນາ​ໂປ​ຣ​ແກ​ຣມ ຫລື Software Developer ໄດ້ 10 ກວ່າ​ປີ ກ່ອນ​ຈະ​ກາຍ​ມາ​ເປັນ​ຄູ​ສອນ​ພາ​ສາ​ອັງ​ກິດ. ນາງບອກວ່າ ຍ້ອນມີຄວາມ​ມັກ ຫລືຢາກ​ເຂົ້າ​ໃຈຄົນ​ຕ່າງ​ປະ​ເທດ​ລົມ​ກັນເປັນ​ພາ​ສາ​ອັງ​ກິດໃນເວ​ລາ​ເບິ່ງ​ຮູບ​ເງົາຈາກ​ເຄື່ອ​ຂ່າຍໂທ​ລະ​ພາບ​ທາງ​ຂອງ​ອາ​ເມ​ຣິ​ກັນເຊັ່ນ HBO ຂອງບໍ​ລິ​ສັດ Home Box Office ແລະ Star Moives ຊຶ່ງ​ເປັນ​ຊ່ອງ​ໂທ​ລະ​ພາບ​ສາຍ​ຮູບ​ເງົ​າ​ເປັນ​ພາ​ສາ​ອັງ​ກິດ ແລະ​ຟັງ​ຂ່າວຕ່າງໆເປັນ​ພາ​ສາ​ອັງ​ກິດ ລວມ​ທັງຂ່າວ​ຂອງວີ​ໂອ​ເອ​ຜ່ານທາງວິ​ທະ​ຍຸ​ອີກ​ດ້ວຍ ນາງ​ຈຶ່ງ​ຕັດ​ສິນ​ໃຈ​ຕັ້ງ​ໃຈ​ຮຽນ​ພາ​ສາ​ອັງ​ກິດ​ນັບ​ຕັ້ງ​ແຕ່​ນາງ​ຮຽນຢູ່​ມັດ​ມະ​ຍົມ​ຕົ້ນ​ມາ ດັ່ງ​ທີ່​ນາ​ງ​ເລົ່າ​ສູ່​ຟັງ​ວ່າ:

ເຫດ​ຜົນ​ທີ່​ພາ​ໃຫ້ບຸກ​ບືນ​ຮຽນ​ພາ​ສາ​ອັງ​ກິດຂອງ​ແມ່​ຍິງ​ລາວທັງ​ສອງຄົນ​ນີ້ ກໍ​ຄື ເຂົ້າ​ໃຈ​ເຖິງຜົນ​ປະ​ໂຫຍດ​ຂອງ​ການ​ເຮັດ​ສິ່ງ​ໃດ​ສິ່ງ​ນຶ່ງ​ສຳ​ເລັດ ຊຶ່ງ​ມັນ​ຄ້າຍ​ຄື​ກັນ​ກັບ​ທິດ​ສະ​ດີ​ແຫ່ງ​ຄວາມ​ສຳ​ເລັດທ່ານ Jesse Henry ທີ່​ເປັນ​ຄົນ​ອາ​ເມ​ຣິ​ກັນທີ່​ເວົ້າ​ວ່າ ຖ້າ​ຢາກ​ສຳ​ເລັດ​ຜົນ​ໃນ​ການ​ເຮັດ​ສິ່ງ​ໃດ​ສິ່ງ​ນຶ່ງ ເຮົາ​ຕ້ອງ​ມີ​ທັດ​ສະ​ນະຄະ​ຕິ​ທີ່​ເບິ່ງ​ໂລກ​ໃນ​ແງ່​ບວກ ແລະມີແຮງຈູງຊຶ່ງ​ແຮງ​ຈູງ​ໃຈ​ນີ້​ອາດ​ຈະ​ມາ​ຈາກຜູ້​ທີ່​ຕົນ​ຮັກ ຫລື​ຈາກ​ຄອບ​ຄົວ​ ຫລື​ ມາ​ຈາກ​ຄວາ​ມ​ໄຝ່​ຝັນ​ຢາກ​ເຮັດ​ສິ່ງ​ໃດ​ສິ່ງ​ນຶ່ງ​ໄດ້ໃນ​ອະ​ນາ​ຄົດ.

ພາກ​ຕໍ່​ໄປ​ຂອງ​ລາຍ​ການນີ້ ພວກ​ເຮົາ​ຈະ​ນຳ​ເອົາ​ປະ​ສົບ​ການ​ຂອງ​ຊາຍ​ໜຸ່ມ​ຜູ້​ນຶ່ງ ທີ່​ປະ​ສົບ​ຜົນ​ສຳ​ເລັດ​ສູງ​ໃນ​ການ​ຮຽນ​ພາ​ສາ​ອັງ​ກິດ​ຈົນ​ສາ​ມາດ​ເຂົ້າ​ແຂ່ງ​ຂັນ​ໃນ​ເວ​ທີ​ສາ​ກົນ​ໃນ​ທາງວິ​ຊາ​ການ​ຂອງ​ຜູ້​ກ່ຽວ​ໄດ້ ແລະ​ຈະ​ອະ​ທິ​ບາຍ​ເຖິງແຫລ່ງ​ທີ່​ມາ​ຂອງອຸ​ປະ​ກອນໃຊ້ເພື່ອ​ຝຶກ​ຟັງ ແລະ​ຫັດ​ເວົ້າພາ​ສາ​ອັງ​ກິດຄ່ອງ​ແຄ້ວ. ໂປດ​ຕິດ​ຈາມ​ຮັບ​ຟັງ​ດ້ວຍ.

XS
SM
MD
LG