ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ວິທີການເພີ້ມລາຍຮັບ ດ້ວຍການປັບປຸງ ແລະຍົກຄຸນນະພາບສິນຄ້າ ຈາກໄກ່


Seasoned chicken from JePha KaiSod product.
Seasoned chicken from JePha KaiSod product.

ການສ້າງລາຍຮັບຈາກອາຊີບພື້ນຖານ ທີ່ຄຽງຄູ່ກັບຄົນລາວມາດົນນານ ໃຫ້ກາຍມາເປັນອາຊີບ ທີ່ສ້າງລາຍໄດ້ຈໍານວນຫຼາຍນັ້ນ ຕ້ອງຮູ້ນໍາໃຊ້ທັກສະດ້ວຍການສ້າງຜະລິດຕະພັນທີ່ຜູ້ຄົນຢູ່ໃນສັງຄົມບໍລິໂພກ ໃຫ້ເຂົ້າເຖິງລູກຄ້າໄດ້ສະດວກ ແລະທັນສະໄໝຂຶ້ນ, ທິບສຸດາ ມີລາຍງານກ່ຽວກັບວິທີເພີ້ມລາຍໄດ້ ດ້ວຍການສ້າງຜະລິດຕະພັນຈາກໄກ່ ສູ່ຜູ້ບໍລິໂພກ ໃນອັນດັບຕໍ່ໄປ.

ພວກເຮົາມັກຈະເຫັນອາຫານຈາກໄກ່ ທີ່ພໍ່ຄ້າຊາວຂາຍເຮັດຂາຍ ຈະມີຕົ້ມໄກ່ ປີ້ງໄກ່ ຫຼືແມ່ນແຕ່ໄກ່ປອກ ທີ່ມີຢູ່ຂາຍຕາມທ້ອງຕະຫຼາດທົ່ວໄປ. ແຕ່ນາງນິລາພາ ມູນທານຸວົງ ຫຼືທີ່ຫຼາຍໆຄົນຮູ້ຈັກ ແມ່ນ ເຈ້ພາ ໄກ່ສົດ ເຊິ່ງເປັນເຈົ້າຂອງທຸລະກິດເຈ້ພາໄກ່ໝັກ, ເພິ່ນຈະນໍາໃຊ້ອາຊີບດັ້ງເດີມດັ່ງກ່າວນີ້ ມາປັບປ່ຽນວິທີ ທີ່ເຮັດໃຫ້ລູກຄ້າທີ່ຢູ່ໃກ້ ແລະໄກ ສາມາດເຂົ້າເຖິງຜະລິດຕະພັນຂອງເພິ່ນໄດ້ງ່າຍ ໃນລົດຊາດ ແລະມາດຕະຖານອັນດຽວກັນ, ເຊິ່ງເພິ່ນໄດ້ເລົ່າເຖິງຈຸດເລີ້ມຕົ້ນໃນການປະກອບທຸລະກິດດັ່ງກ່າວນີ້ວ່າ:

“ໃນການເລີ້ມຕົ້ນທໍາອິດນິເຮົາກະ ຄິດຄົ້ນສູດໄກ່ໝັກກ່ອນ ຄິດຢູ່ປະມານ 4 ເດືອນ ລອງມາໝັກເບິ່ງ ແລະກະຊີມຢູ່ປະມານ 3-4 ເດືອນ, ເພາະວ່າຈຸດ ປະສົງຫຼັກໆຂອງເຮົາຄືຊິເຮັດໄກ່ໝັກ ເພາະວ່າຄົນລາວມັກປີ້ງໄກ່ ແລະກະຕໍາໝາກຫຸ່ງຈັ່ງຊີ້ນະ ເຮົາກະບໍ່ຄິດວ່າເຮົາຊິຂາຍໝົດທຸກຢ່າງແບບນີ້ດອກ ຕອນແລກກະມີແຕ່ຢາກຂາຍປີ້ງໄກ່ຢ່າງດຽວເນາະ ຄິດຄົ້ນສູດໄກ່ໝັກຂຶ້ນມາ ແຕ່ວ່າເຮົາມັກສູດດັ້ງເດີມກະລອງຄິດຄົ້ນແບບຂີງ ຂ່າ ກະທຽມ ສີໄຄ ບ້ານເຮົານີ້ລະ ບໍ່ມັກສູດສະໄໝໃໝ່ທີ່ວ່າອອກລົດຫວານ, ຕອນແລກເຮັດອອກມາກະວ່າຄົນຍັງບໍ່ຮູ້ຈັກເຮົາ ກະຕ້ອງທົນໜ້ອຍນຶ່ງເນາະຊ່ວງນັ້ນ, ບັງເອີນມາເຈິຊ່ວງໂຄວິດ ວິກິດກະເປັນໂອກາດເລີຍ ເພາະວ່າຊ່ວງນັ້ນຄົນມັນຢູ່ບ້ານຈັງຊີ້ນີ້ນະ ກະເລີຍວ່າຊ່ວງນັ້ນຂາຍດີໃດ ຖືວ່າໂຄວິດ ລອບແລກຂາຍດີເລີຍ ລະເບີດເຖີດເທີງເລີຍ.”

ໄກ່ ຫຼັງຈາກປີ້ງແລ້ວ ຂອງ ເຈ້ພາ ໄກ່ສົດ. (ຮູບ ທີ່ໄດ້ຮັບການສະໜອງຈາກເຟສ໌ບຸກ ເຈ້ພາ ໄກ່ສົດ)
ໄກ່ ຫຼັງຈາກປີ້ງແລ້ວ ຂອງ ເຈ້ພາ ໄກ່ສົດ. (ຮູບ ທີ່ໄດ້ຮັບການສະໜອງຈາກເຟສ໌ບຸກ ເຈ້ພາ ໄກ່ສົດ)

ນິລາພາເລົ່າໃຫ້ຟັງວ່າ ເນື່ອງຈາກຊ່ວງທີ່ເພິ່ນເລີ້ມຕົ້ນເປີດທຸລະກິດ ເປັນຊ່ວງກ່ອນໂຄວິດລະບາດພຽງບໍ່ເທົ່າໃດເດືອນ ດັ່ງນັ້ນບັນຫາຫຍຸ້ງຍາກຈຶ່ງເພີີ້ມຂຶ້ນຫຼາຍ, ແຕ່ເພິ່ນກໍຫັນມາໃຊ້ວິກິດໃຫ້ເປັນໂອກາດ ໂດຍການນໍາໃຊ້ຊ່ອງທາງອອນລາຍໃນການຂາຍສິນຄ້າ, ໄປຮັບຊື້ໄກ່ຈາກແຕ່ລະສາຂາຟາມລ້ຽງໄກ່ເບທາໂກ ເພາະເຂົາເຈົ້າຈະຂາຍເລອອກໃນລາຄາ 15,000 ຫາ 17,000 ພັນຕໍ່ໂຕ ເຊິ່ງໂຕນຶ່ງຈະມີນໍ້າໝັກປະມານ 1,5 ກິໂລ ຫາ 1,8 ກິໂລ ແຕປັດຈຸບັນ ຈະມີລາຄາປະມານ 35 ພັນຕໍ່ໂຕ. ຈາກນັ້ນ ຈະນໍາເອົາມາຄົວເອງ ທໍາຄວາມສະອາດເອງ ເອົາມາໝັກຕາມສູດຂອງຕົນ ແລະກໍປີ້ງຂາຍ ເຊິ່ງການຕອບຮັບທໍາອິດ ເກີນຄວາມຄາດໝາຍໄວ້ ໂດຍຂາຍໄດ້ປະມານ 80 ໂຕ, ຕໍ່ຈາກນັ້ນມາກໍຂາຍດີມາເລື້ອຍໆ ມື້ລະ 100 ຫາ 200​ ໂຕ.

ນາງກ່າວວ່າ ໃນແຕ່ລະມື້ນາງຈະຮັບຊື້ໄກ່ມາຈາກຟາມ ປະມານ 1,500 ໂຕ ເຊິ່ງຈະຄົວມື້ຕໍ່ມື້, ສ່ວນຊ່ວງເຂົ້າພັນສາ ເປັນຊ່ວງທີ່ບໍ່ຄ່ອຍມີງານ ນາງຈະຮັບຊື້ມາຄົວມື້ລະ 600 ຫາ 800 ໂຕ. ແລະຂາຍອອກໃນແຕ່ລະມື້ຢ່າງໜ້ອຍ 600 ໂຕ ລວມທັງໄກ່ໝັກ ແລະ ໄກ່ປອກ.

ມາເຖິງປັດຈຸບັນ, ນາງກ່າວວ່າ ນາງເພີ້ມຊ່ອງທາງການຂາຍຫຼັກໆໃນ 3 ແບບເຊັ່ນ: 1 ແມ່ນຜະລິດຕະພັນໄກ່ໝັກ ໃນນີ້ ນາງຈະເອົາໄກ່ມາໝັກໃນຂະໜາດນໍ້າໜັກມາດຕະຖານ 1 ກິໂລ ຫາ 1.2 ກິໂລ ໃນລາຄາ 59 ພັນຕໍ່ 1 ໂຕເທົ່າກັນ. 2 ຈະເປັນໄກ່ປອກ ເນື່ອງຈາກໄກ່ທີ່ນາງຮັບຊື້ມາຈາກຟາມມີຂະໜາດໂຕ ແລະນໍ້າໝັກບໍ່ເທົ່າກັນ ດັ່ງນັ້ນ ເມື່ອໂຕໃຫຍ່ກວ່າມາດຕະຖານຂອງໄກ່ທີ່ຈະໝັກ ນາງຈະຂາຍໃນລາຄາ 55 ພັນຕໍ່ໂຕ ເຊິ່ງທັງໝົດ ມີນໍ້າໜັກປະມານ 2 ກິໂລຂຶ້ນໄປ. 3 ຈະເປັນການຮັບອອກງານ ໃນນີ້ນາງຈະຮັບອອກງານຢ່າງໜ້ອຍໄກ່ 100 ໂຕ ໂດຍຄິດໄລ່ລາຄາໂຕລະ 75 ພັນ ເຊິ່ງຈະບໍລິການປີ້ງ ສັບ ແລະ ເສີບ ພ້ອມເລີຍ. ແຕ່ສໍາລັບລູກຄ້າປະຈໍາ ສາມາດອອກງານໃຫ້ໄດ້ໃນຂະໜາດຕໍ່າສຸດ 50 ໂຕ ແຕ່ລາຄາຈະສູງກວ່າເລັກນ້ອຍ. ສ່ວນລູກຄ້າທ່ານໃດຕ້ອງການສັ່ງກິນແບບຄອບຄົວ ນາງຈະຮັບບໍລິການປີ້ງໃຫ້ ໃນຈໍານວນຕໍ່າສຸດ 20 ໂຕ ແລະບໍລິການສົ່ງຜ່ານທາງ Delivery.

ໄກ່ປອກ, ຈາກຜະລິດຕະພັນ ເຈ້ພາ ໄກ່ສົດ. (ຮູບທີ່ໄດ້ຮັບການສະໜອງຈາກເຟສ໌ບຸກ ເຈ້ພາ ໄກ່ສົດ)
ໄກ່ປອກ, ຈາກຜະລິດຕະພັນ ເຈ້ພາ ໄກ່ສົດ. (ຮູບທີ່ໄດ້ຮັບການສະໜອງຈາກເຟສ໌ບຸກ ເຈ້ພາ ໄກ່ສົດ)

ນາງກ່າວວ່າ ປັດຈຸບັນ ນາງມີເຄື່ອງໝາຍການຄ້າຂອງສິນຄ້າ ແລະສາມາດສົ່ງບໍລິການໃຫ້ລູກຄ້າໃນທົ່ວປະເທດດ້ວຍລະບົບຂົນສົ່ງ ເໜືອ-ໃຕ້ ໃນລາຄາເທົ່າກັນທົ່ວປະເທດ ແຕ່ລູກຄ້າຈະເສຍຄ່າຂົນສົ່ງເອງ, ແລະຜູ້ທີ່ສົນໃຈຈະເອົາໄປປີ້ງຂາຍ ສາມາດໂອ້ລົມ ປຶກສາຫາລື ແລະຖາມລາຍລະອຽດຈາກນາງໄດ້.

ແນວໃດກໍຕາມ, ກ່ອນທີ່ຈະມາຮອດຈຸດນີ້ ນາງກ່າວວ່າຕ້ອງຜ່ານຜ່າຫຼາຍອັນ ແຕ່ກໍຕ້ອງອົດທົນ ແລະຮຽນຮູ້ ພ້ອມທັງປັບປຸງ ແລະພັດທະນາເລື້ອຍໆ ຈຶ່ງຈະປະສົບຜົນສໍາເລັດ.

“ຊ່ວງທີ່ຂາຍເຄື່ອງຍາກແມ່ຫຍັງຈັງຊີ້ນະ ເຮົາກໍຕ້ອງໄດ້ທໍາໃຈ ເພາະວ່າແຕ່ລະປີກະ ເຂົ້າພັນສາປຸບມັນກໍຈະງຽບ ມັນບໍ່ມີງານເທດສະການ ເຂົາເຈົ້າບໍ່ໄດ້ຈັດງານ ບໍ່ໄດ້ຈັດຫຍັງເລີຍ ມັນກໍຈະມີແຕ່ຄົນຊຶ້ໄປກິນ, ແຕ່ດ້ວຍຄວາມທີ່ວ່າປີນີ້ ເຮົາອອກແບຣນເຮົາມາ ແລ້ວຄົນສ່ວນຫຼາຍກໍ່ຮູ້ເຮົາແລ້ວ ແລະເຮົາກະເຮັດໃຫ້ມັນສະດວກຂຶ້ນ ເຮັດເປັນໂຕໄຜໂຕມັນ ແຖມປາແດກຢູ່ໃນຫັ້ນ ເຮົາຄິດວ່າມັນເປັນຍ້ອນໂຕນີ້ເລີຍ ເພາະວ່າເຮົາອອກແບຣນໂຕນີ້ແມ່ນກ່ອນເຂົ້າພັນສາປະມານ 2 ອາທິດ ແລະບາດນີ້ລະມັນຂາຍດີ ແລະກະຂາຍຕໍ່ເນື່ອງເລີຍ ແລະມາບວກກັບອາຫານການກິນທຸກຢ່າງມັນແພງເນາະ ທຸກຢ່າງທີ່ເຮົາຂາຍໃນລາຄາທີ່ສົມເຫດສົມຜົນນະ ລາຄາທີ່ບໍ່ແພງ ຄົນຊື້ກິນໄດ້ ຈັບຕ້ອງໄດ້ ຈັ່ງຊີ້ຫັ້ນນະ ໄກ່ໃຫຍ່ອີກຊ່ວງນີ້ຫັ້ນນະ ເປັນແບບຈັງຫວະມັນເລີຍ ຖືວ່າຂາຍດີເລີຍລະ ທຽບກັບທຸກປີ.”

ປີ້ງໄກ່ ທີ່ຮັບອອກໄປປີ້ງໃນງານ ຕາມການສັ່ງຈອງຂອງລູກຄ້າ. (ຮູບທີ່ໄດ້ຮັບການສະໜອງຈາກເຟສ໌ບຸກ ເຈ້ພາ ໄກ່ສົດ)
ປີ້ງໄກ່ ທີ່ຮັບອອກໄປປີ້ງໃນງານ ຕາມການສັ່ງຈອງຂອງລູກຄ້າ. (ຮູບທີ່ໄດ້ຮັບການສະໜອງຈາກເຟສ໌ບຸກ ເຈ້ພາ ໄກ່ສົດ)

ປັດຈຸບັນນີ້, ຜະລິດຕະພັນໄກ່ ເຈ້ພາ ໄກ່ສົດ ເປັນທີ່ຮັບຮູ້ຂອງຫຼາຍຄົນແຕ່ເໜືອເຖິງໃຕ້, ມີລູກຄ້າຫຼາຍຂຶ້ນ, ຄວາມຕ້ອງການມີຫຼາຍຂຶ້ນ ແຕ່ການສະໜອງຍັງບໍ່ພຽງພໍ ເນື່ອງຈາກແຮງຂອງການຜະລິດຍັງໜ້ອຍ ເຊິ່ງຂະນະນີ້ ນາງມີພະນັກງານໃນການຜະລິດພຽງ 18 ຄົນ. ດັ່ງນັ້ນ ແຜນການໃນອະນາຄົດຕໍ່ໜ້າທີ່ວາງໄວ້ກໍຄື ເພີ້ມການຜະລິດໃຫ້ຫຼາຍຂຶ້ນ, ພັດທະນາການບັນຈຸໃຫ້ທົນທານ ແລະທັນສະໄໝຂຶ້ນ ເຊິ່ງນາງຈະຊື້ເຄື່ອງບັນຈຸສູນຍາກາດເຂົ້າມາ, ແລະສາມາດຕອບສະໜອງໃຫ້ພຽງພໍຕໍ່ຄວາມຕ້ອງການຂອງຕະຫຼາດ ທີ່ສໍາຄັນ ເປົ້າໝາຍຕໍ່ໄປແມ່ນສົ່ງອອກສູ່ປະເທດເພື່ອນບ້ານ.

XS
SM
MD
LG