ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ໄຕ້ຫວັນ ຊະນະ ດ້ານການທູດ ທີ່ງຽບໆ ກັບຈີນ ແບບໃດ


ຊາວໄຕ້ຫວັນ ທີ່ໄປຢ້ຽມຢາມ ຖ່າຍຮູບກັບພະນັກງານຢູ່ໃນ
ເຄື່ອງແບບ ຂອງບໍລິສັດລົດໄຟໄຕ້ດິນ Tokyo Metro Co.
ຊາວໄຕ້ຫວັນ ທີ່ໄປຢ້ຽມຢາມ ຖ່າຍຮູບກັບພະນັກງານຢູ່ໃນ ເຄື່ອງແບບ ຂອງບໍລິສັດລົດໄຟໄຕ້ດິນ Tokyo Metro Co.

ເຖິງ​ແມ່ນ​ວ່າ​ໄຕ້​ຫວັນ ສູນ​ເສຍຄວາມ​ສໍາພັນ​ທາງ​ການ​ທູດ​ກັບ​ບັນດາ​ພັນທະ​ມິດ ໃຫ້
ແກ່​ຈີນທີ່​ເປັນຄູ່​ແຂ່ງ​ທີ່​ໃຫຍ່​ກວ່າ ​ແຕ່​ລັດຖະບານ​ທີ່​ຢູ່​ຢ່າງ​ໂດດດ່ຽວເພີ່ມ​ຂຶ້ນ ໄດ້​ຊະ​
ນະ​ປັກ​ກິ່ງ ຢູ່​ໃນ​ລະດັບ​ຄວາມ​ສຳພັນ​ສາກົນ ທີ່ສາມັນຊົນ​ທຳ​ມະ​ດາ ​ສາມາດ​ມີ​ຄວາມ
​ຮູ້ສຶກ​ກ່ຽວ​ກັບຈຳນວນ​ຂອງ​ປະ​ເທດຕ່າງໆ​ທີ່​ໄດ້​ປ່ອບ​ໃຫ້​ປະຊາຊົນ​ເຂົ້າໄປ ​ໂດຍບໍ່​ມີ
ການຂໍ​ວີ​ຊາ.

ໄຕ້​ຫວັນ​ໄດ້​ຊັກ​ຊວນ 166 ປະ​ເທດ ​ອະນຸຍາດໃຫ້​ປະຊາຊົນ​ 23 ລ້ານ​ຄົນຂອງຕົນ​
ເຂົ້າໄປໃນປະເທດ​ໄດ້ ໂດຍ​ປາດ​ສະ​ຈາກ ການຂໍ​ວີ​ຊາ ຫລື​ຄຳ​ຮ້ອງຂໍ​ວີ​ຊາ​ທີ່​ງ່າຍໆ
ບາງ​ຄັ້ງ​ມີ​ຄວາມຢ້ານກົວ​ວ່າ ຈີນຈະ​ຕອບ​ໂຕ້ ອີງຕາມ​ແຫ​ລ່ງຂ່າວ ​ກະຊວງຕ່າງປະ
​ເທດ ທີ່​ໄດ້​ກ່າວໄວ້.ພຽງ​ແຕ່ 21 ປະ​ເທດສະ​ເໜີ ໃຫ້ປະຊາ​ຊົນ​ຈາກ​ປະ​ເທດ​ຈີນເຂົ້າ
ປະເທດໄດ້ ໂດຍບໍ່ຕ້ອງຂໍວີຊາ.

ການ​ເພີ່​ມ​ຂຶ້ນ​ຂອງ​ບັນດາ​ປະ​ເທດ​ທີ່​ບໍ່​ຕ້ອງການ​ມີ​ວີ​ຊາຈາກເມື່ອ 10 ປີ​ກ່ອນ​ໄປ​ຫາ
ບ່ອນ​ຕ່າງໆ​ເຊັ່ນ​ວ່າ ສະຫະລັດ ​ແລະ​ຢູ​ໂຣບ ສະ​ແດງໃຫ້​ເຫັນ​ວ່າ ​ໄຕ້​ຫວັນ​ສາມາດ​
ຂະຫຍາຍ​ການ​ທູດ​ຢູ່​ຢ່າງ​ໜ້ອຍ​ທາງ​ນຶ່ງ ​ເຖິງ​ແມ່ນ​ວ່າ​ຈີນໃຊ້ມາດຕະການຕອບໂຕ້
ແລະມີບາງ​ສິ່ງ​ບາງ​ຢ່າງ​ ສະ​ແດງ​ໃຫ້​ປະຊາຊົນ ຜູ້​ທີ່​ຕ້ອງການ​ໃຫ້ບັນລຸ ນະ​ໂຍບາຍ​
ຕ່າງປະ​ເທດຫລາຍ​ຂື້ນ.

ປະທານປະເທດຈີນ ທ່ານ Xi Jinping ຂວາ ແລະ ປະທານາທິບດີໄຕ້ຫວັນ ທ່ານ Ma Ying-jeou, ຊ້າຍ.
ປະທານປະເທດຈີນ ທ່ານ Xi Jinping ຂວາ ແລະ ປະທານາທິບດີໄຕ້ຫວັນ ທ່ານ Ma Ying-jeou, ຊ້າຍ.

​ທ່ານ​ນາງ Joanna Lei ຫົວໜ້າ​ບໍລິຫານ Chunghua ສັດຕະ​ວັດ​ທີ 21ທີ່​ໄຕ້​ຫວັນ
ກ່າວ​ວ່າ “​ເພາະ​ວ່າ​ສ່ວນ​ໃຫຍ່​ແລ້ວ ຄວາມ​ສຳພັນກັບ​ຕ່າງປະ​ເທດ ​ຂອງ​ປະຊາຊົນ
ເປັນ​ເລື່ອງ​ຫ່າງໄກ​ທີ​່ສຸດ ​ແຕ່​ຄວາມ​ສາມາດໃນ​ການ​ເດີນທາງ​ຂອງເຂົາ​ເຈົ້າ​ຢ່າງ​ເສ
ລີຢູ່​ທົ່ວ​ໂລກນັ້ນ ​ເປັນ​ປະສົບ​ການ​ສ່ວນ​ໂຕ​ໂດຍ​ກົງ.”

ທ່ານ​ນາງ Lei ກ່າວ​ວ່າ “​ຖ້າ​ຫາກ​ໄຕ້​ຫວັນຍັງ​ໄດ້ຮັບ​ການເດີນທາງໂດຍບໍ່ຕ້ອງຂໍວີ
ຊາ ນັ້ນ​ໝາຍ​ຄວາມ​ວ່າ​ ຫລາຍ​ປະ​ເທດ ໄດ້ຮັບ​ຮູ້​ລັດຖະບານ ​ແລະ​ອະນຸຍາດ​ໃຫ້
ປະຊາຊົນ​ຈາກ​ໄຕ້​ຫວັນ ​ເຂົ້ໄປໃນ​ດິນ​ແດນ​ຂອງ​ເຂົາ​ເຈົ້າ ​ແລະ​ນັ້ນ ຈະ​ເປັນກິດຈະ
ການ​ຕ່າງປະ​ເທດ​ທີ່​ສຳຄັນ​ສຸດ​ທີ່ໄດ້​ບັນລຸ.”

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG