ສະຫະລັດເຕືອນວ່າຈະມີ “ການຕອບໂຕ້ຢ່າງວ່ອງໄວ ແລະຮຸນແຮງ” ຖ້າຫາກເກົາຫຼີເໜືອທຳການທົດລອງນິວເຄລຍ. ບັນດານັກຊ່ຽວຊານກ່າວວ່າ ການໂຕ້ຕອບດັ່ງກ່າວ ຕ້ອງລວມເຖິງການເພີ້ມຄວາມເຂັ້ມແຂງດ້ານປ້ອງກັນປະເທດຂອງເກົາຫຼີໃຕ້ ໃນຂະນະທີ່ແນເປົ້າໝາຍໃສ່ບັນດາອົງການ ແລະ ບຸກຄົນຂອງຈີນ ແລະຣັດເຊຍ ທີ່ສະໜັບສະໜູນໂຄງການອາວຸດຂອງພຽງຢາງ.
ທີ່ນະຄອນຫຼວງໂຊລ ໃນວັນອັງຄານມື້ນີ້ ຫລັງຈາກພົບປະກັບທ່ານໂຈ ຮູນ ດອງ (Cho Hyun-dong), ຮອງ ລັດຖະມົນຕີການຕ່າງປະເທດຄົນທຳອິດຂອງເກົາຫຼີໃຕ້ແລ້ວ ຮອງລັດຖະມົນຕີການຕ່າງປະເທດສະຫະລັດ, ທ່ານນາງເວັນດີ ເຊີແມນ (Wendy Sherman) ກ່າວວ່າ, "ຈະມີການຕອບໂຕ້ຢ່າງວ່ອງໄວ ແລະຮຸນແຮງ" ຕໍ່ການທົດລອງນິວເຄລຍຂອງເກົາຫຼີເໜືອ.
ໃນກອງປະຊຸມທີ່ນະຄອນຫຼວງວຽນນາ ໃນວັນຈັນວານນີ້, ທ່ານຣາຟາແອລ ກຣອຊຊີ (Rafael Grossi), ຜູ້ອຳນວຍການໃຫຍ່ ອົງການພະລັງງານປະລະມານູສາກົນ ກ່າວວ່າເກົາຫຼີເໜືອ ກຳລັງກະກຽມການທົດສອບ ນິວເຄຼຍ ທີ່ເປັນໄປໄດ້ ຍ້ອນວ່າ ນຶ່ງໃນອຸໂມງໄດ້ຖືກ "ເປີດຄືນ" ຢູ່ທີ່ບ່ອນທົດລອງນິວເຄຼຍ ປຸນຈີ-ຣີ (Punggye-ri).
ຮ່ອງຮອຍສະແດງໃຫ້ເຫັນວ່າ ມີການກະກຽມສໍາລັບການທົດລອງນິວເຄລຍ ແມ່ນເຫັນໄດ້ ໂດຍຜ່ານດາວທຽມນັບ ຕັ້ງແຕ່ເດືອນມີນາເປັນຕົ້ນມາ ຢູ່ທີ່ປຸນຈີ-ຣີ (Punggye-ri) ທີ່ພຽງຢາງໄດ້ປິດລົງໃນປີ 2018 ຕໍ່ຫນ້ານັກຂ່າວ ຕ່າງປະເທດທີ່ຖືກເຊື້ອເຊີນໄປເບິ່ງການມ້າງສະຖານທີ່ດັ່ງກ່າວຂອງຕົນ.
ໃນກອງປະຊຸມຖະແຫລງຂ່າວ ເມື່ອວັນຈັນວານນີ້ ໂຄສົກກະຊວງການຕ່າງປະເທດສະຫະລັດ, ທ່ານເນັດ ໄພຣສ໌ ກ່າວວ່າ ສະຫະລັດມີຄວາມເປັນຫ່ວງວ່າ ພຽງຢາງຈະທໍາການທົດລອງນິວເຄລຍ "ໃນຫຼາຍມື້ຂ້າງໜ້ານີ້."
ທ່ານໄພຣສ໌ ກ່າວອີກວ່າ "ມັນແມ່ນຄວາມເປັນໄປໄດ້ ທີ່ພວກເຮົາວາງແຜນໄວ້ແລ້ວ" ກັບພັນທະມິດ ແລະຄູ່ພາຄີ.
ຄວາມເຄັ່ງຕຶງໄດ້ເພີ່ມຂຶ້ນຢູ່ແຫຼມເກົາຫຼີ ພາຍຫຼັງພຽງຢາງໄດ້ຍິງລູກສອນໄຟຂີປະນາວຸດໄລຍະສັ້ນ 8 ລູກ ໃນວັນອາທິດຜ່ານມາ. ນີ້ແມ່ນການທົດລອງອາວຸດຮອບທີ 18 ຂອງພຽງຢາງໃນປີນີ້.
ກອງທັບສະຫະລັດ ແລະເກົາຫຼີໃຕ້ ໄດ້ຕອບໂຕ້ຄືນໂດຍການຍິງລູກສອນໄຟຂີປະນາວຸດ 8 ລູກ ໃນວັນຈັນວານນີ້ ແລະໄດ້ສະແດງກຳລັງດ້ວຍການຊ້ອມລົບຂອງເຮືອບິນລົບອາຍພົ່ນເທິງທະເລເຫຼືອງ ຫຼືເອີ້ນກັນວ່າ ທະເລຕາເວັນຕົກໃນວັນອັງຄານມື້ນີ້.
ຜູ້ຊ່ຽວຊານກ່າວວ່າ ການທົດລອງນິວເຄລຍຂອງເກົາຫຼີເຫນືອ ເຊິ່ງຈະເປັນຄັ້ງທີ 7 ຂອງປະເທດນັບຕັ້ງແຕ່ປີ 2006 ແລະເປັນຄັ້ງທໍາອິດນັບຕັ້ງແຕ່ເດືອນກັນຍາ 2017 ຄວນຈະໄດ້ຮັບການຕອບໂຕ້ກັບຄືນ ໂດຍການເສີມກໍາລັງປ້ອງ ກັນຊາດໃນແຫຼມເກົາຫຼີ.