ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

ການບິນ ທີ່ໃຊ້ໄຟຟ້າ ຫຍັບໃກ້ເຂົ້າມາ ເປັນຄວາມຈິງ ຫຼາຍປານໃດແລ້ວ


How Close Is Electric Aviation?
please wait

No media source currently available

0:00 0:02:27 0:00

ການ​ຂົນສົ່ງ​ທາງ​ພາກ​ພື້ນ​ດິນ ທີ່​ບັງຄັບ​ດ້ວຍ​ພະລັງ​ໄຟຟ້າ ພວມ​ກ້າວເດີນ​ໄປໜ້າຢ່າງ
​ຊ້າໆ ​ແຕ່​ກໍ​ສະ​ໝໍ່າ​ສະ​ເໝີ ​ໃນ​ການ​ຍາດ​ເອົາ​ວຽກ​ງານ​ໄປ​ຈາກພະລັງ​ຊີວະ​ພາກ. ບັນ
ດາ​ລົດ​ໄຟຟ້າ ລົດເມ ລົດຖີບ ລົດຈັກ​ສະ​ກຸດ​ເຕີ ຫຼື​ແມ່ນ​ແຕ່​ສະ​ເກັດ​ບອດ ກໍກຳລັງ​ເພີ້ມ
ທະວີ​ຈຳນວນຫຼາຍ​ຂຶ້ນ​ຢູ່​ຕາມ​ຖະໜົນ​ຫົນທາງ​ຢູ່​ທົ່ວ​ໂລກ. ບາດ​ກ້າວຕໍ່​ໄປກໍ​ຄື​ການບິນ​
ໄຟຟ້າ ​ແລະບັນດາ​ບໍລິສັດ​ສ້າງເຮືອບິນ ​ແມ່ນກຳລັງ​ແນມ​ເບິ່ງ​ໂອກາດຢູ່ໃນ​ຕະຫຼາດທີ່​ຫລູຫລາດັ່ງກ່າວ ຊຶ່ງ​ນັກ​ຂ່າວ​ວີ​ໂອ​ເອ ຈອດ​ສ໌ ພິວຕິກ ມີ​ລາຍງານຊຶ່ງ ກິ່ງສະຫວັນ ຈະ​
ນຳ​ມາ​ສະ​ເໜີ​ທ່ານ.

ພວກຜູ້ຄົນ ທີ່ຢູ່ໃກ້ເດີ່ນເຮືອບິນ ບ່ອນບໍລິສັດຂອງສະຫະລັດ ບາຍແອໂຣ ສະເປັສ ກຳ
ລັງທົດລອງເຮືອບິນທີ່ຫຼູຫຼາສີ່ບອນນັ່ງ ຮ້ອງວ່າ ຊັນ ຟລາຍເອີ (Sun Flyer) ຈະສາມາ
ຢູ່ໄດ້ ດ້ວຍຄວາມສຸກ ໂດຍທີ່ຊີວິດບໍ່ຖືກລົບກວນໂດຍສຽງນອງນັນຂອງເຮືອບິນ.

ທ່ານນາງຊອນຍາ ກລາວາສກີ ຜູ້ອຳນວຍການໂຄງການກະຊວງພະລັງງານ ສະຫະລັດ ກ່າວວ່າ “ເຮືອບິນທີ່ໃຊ້ໄຟຟ້າມີສຽງມິດງຽບກວ່າຫຼາຍ ສະອາດຫຼາຍກວ່າ ແລະລາຄາ
ຖືກຫຼາຍກວ່າໃນການປະຕິບັດງານ.”

ຫົວໜ້າໂຄງການຢູ່ ກະຊວງພະລັງງານ ທ່ານນາງຊອນຍາ ກລາວາສກີ ກ່າວວ່າ “ການ
ບິນໃຊ້ພະລັງໄຟຟ້າເປັນຜະແນກທີ່ເຕີບໂຕໄວທີ່ສຸດດ້ານເທັກ ໂນໂລຈີ."

ບໍລິສັດອູເບີທີ່ເປັນແບບຄ້າຍກັບ ແທັກຊີ ຫວ່າງມໍ່ໆາມານີ້ ໄດ້ເປີດເຜີຍແຜນ ເພື່ອບໍລິ
ການ ການການບິນແທັກຊີ ທີ່ໃຊ້ພະລັງໄຟຟ້າສີ່ໝາກປິ່ນ. ນອກຈາກນັ້ນແລ້ວ ມັນຍັງບໍ່
ທຳຄວາມເປື້ອນເປິໃຫ້ອາກາດອີກດ້ວຍ.

ເຮືອບິນດັ່ງກ່າວນີ້ເບົາກວ່າ ຄວາມສັບສົນດ້ານເຄື່ອງຈັກກໍໜ້ອຍກວ່າ ແລະການບໍລິ
ການແນວອື່ນໆກໍງ່າຍກວ່າ.

ໃນຂະນະທີ່​ເຮືອບິນນ້ອຍກວ່າທີ່ໃຊ້ພະລັງໄຟຟ້າກຳລັງຖືກສ້າງຂຶ້ນມາຢູ່ ພວກບໍລິສັດ
ຕ່າງໆ ກໍແມ່ນພວມພາກັນພັດທະນາຂຶ້ນມາ.

ເຮືອບິນຂະໜາດກາງ ຄືຂະໜາດ 27 ບ່່ອນນັ່ງ ຮ້ອງວ່າ ຊູນໍາ (Zunum). ແຕ່ທ່ານນາງ
ກລາວາສກີ ກໍກ່າວວ່າ ມັນຍັງຕ້ອງການເຮັດໃຫ້ເຄື່ອງຈັກກົນໄກດີຂຶ້ນ ແລະໝໍ້ໄຟທີ່ເບົາ
ກວ່າ. ທ່ານນາງກລາວາສກີ ກ່າວວ່າ “ເຂົາເຈົ້າຕ້ອງໄດ້ຜະລິດພະລັງງານໃຫ້ພຽງພໍເພື່ອ
ຈະສາມາດຍົກເຮືອບິນຂຶ້ນໄດ້ ແຕ່ໃນເວລາດຽວກັນ ມັນກໍຕ້ອງ​ນ້ອຍ ແລະເບົາ.

ບໍລິສັດແອບັສ ໂຣນສ໌-ຣອຍ ກັບ ຊີເມັນສ໌ ກຳລັງຮ່ວມມືກັນຢູ່ ໃນໂຄງການນຶ່ງ ເພື່ອສ້າງ
ເຮືອບິນຂະໜາດໃຫຍ່ ທີ່ໃຊ້ນໍ້າມັນກັບແກັສ ຮ້ອງວ່າ ອີ-ແຟນ ເອັກສ໌ (E-Fan X) ສ່ວນ
ບໍລິສັດອື່ນໆ ກໍແມ່ນກຳລັງທົດລອງແນວຄິດທີ່ໄປໄກກວ່ານັ້ນອີກ ເຊັ່ນເປັນເຄື່ອງທີ່ໃຊ້
ປີກບິນ.

ທ່ານນາງກລາວາສກີ ກ່າວວ່າ ກະຊວງພະລັງງານຮັບຮູ້ແນວຄິດທີ່ວ່າເຮືອບິນໄຟຟ້າ
ອາດເປັນວຽກງານທີ່ດີໃນການປະສານງານກັບ ພາກສ່ວນອື່ນໆຂອງລັດຖະບານສະຫະ
ລັດ ແລະປະຊາຄົມທີ່ກວ້າງຂວາງ ດ້ານເທັກນິກ ໃນການສະໜັບສະໜູນການຄົ້ນຄວ້າ
ຢູ່ໃນວິຊາການດັ່ງກວ່າ.

ທ່ານນາງກລາວາສກີ ກ່າວວ່າ “ເພື່ອນຮ່ວມງານຂອງຂ້າພະເຈົ້າຈຳນວນນຶ່ງກຳລັງ
ພາກັນຄິດຢູ່ ກ່ຽວກັບການສ້າງເຄື່ອງຈັກໄຟຟ້າ ທີ່ສາມາດ ນຳເຂົ້າໄປໃຊ້ສຳລັບເຮືອ
ບິນ
ໄຟຟ້າໃນອະນາຄົດ. ຄືກັນກັບການເຮັດແຊລເຊື້ອໄຟ ແລະເຮັດໝໍ້ໄຟ.”

ຄວາມວ່ອງໄວກ້າວໜ້າ ຂອງເທັກໂນໂລຈີລົດໄຟຟ້າ ໃນຕົ້ນສັດຕະວັດນີ້ ອາດເປັນສັນ
ຍານ ໃຫ້ແກ່ຍຸກ ທີ່ລາຄາຂອງການເດີນທາງອາກາດ ຈະຖືກແທ້ໆ ຊຶ່ງຈະມາເຖິງໃນອີກ
ບໍ່ດົນນີ້.


Electric-powered ground transport is slowly but steadily taking over from the one based on fossil fuels. Electric cars, busses, bikes, scooters, even electric skateboards are growing more common on streets around the world. The next step is electric aviation and airplane manufacturers are already eyeing this potentially very lucrative market. VOA's George Putic reports.

People living close to the airfield where the U.S.-based company Bye Aerospace is testing its elegant four-seat airplane called Sun Flier can enjoy their lives undisturbed by airplane noise.

"Electric aircraft are much quieter, they are cleaner and they are much cheaper to operate."

Program director at the U.S. Department of Energy, Sonja Glavaski says
electric-powered air travel is the fastest growing sector of technology.

The ride-share company Uber recently unveiled plans to offer flying taxi service using electric-powered quadcopters. Also, electric aircraft do
not pollute the air, they are lighter, with less complicated mechanics and
thus easier to service.

While smaller electric-powered aircraft are already in production, several companies are developing mid-size liners, like this 27-seater called Zunum. But Glavaski says they still need better motors and lighter batteries.

"They have to produce enough power to be able to lift the aircraft but at the same time they have to be small and light."

Airbus, Rolls-Royce and Siemens are cooperating on a project to build a full-size hybrid gas-electric plane called E-Fan X. Other are testing more
radical concepts, such as a flying wing.

Glavaski says the U.S. Department of Energy recognizes that electric aircraft may be a good area for collaboration with other parts of the U.S. government and the broader technical community in supporting research in this field.

"Some of my colleagues are thinking about looking into development of electric motor that could get into the electric aircraft of the future. The same goes for fuel cells and batteries."

The rapid advances in the electric car technology at the beginning of this century, may signal that

XS
SM
MD
LG