ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຈີນ ຈະ​ຕອບ​ໂຕ້​ແບບ​ໃດ ຖ້າ ສ​ຫລ ອະ​ນຸ​ມັດ ການ​ລົງ​ໂທດ ​ຕໍ່ບໍ​ລິ​ສັດ​ຕ່າງໆ ທີ່​ຊ່ວຍ​ຈີນ ຂະ​ຫຍາຍການ​ຄວ​ບ​ຄຸມ ຢູ່​ທະ​ເລ​ຈີນ​ໃຕ້


ພວກ​ປະ​ທ້ວງຫຼາຍ​ຮ້ອຍ​ຄົນ ​ເດີນ​ຂະ​ບວນ​ໄປ​ຍັງ​ກົງ​ສຸນ​ຈີນ ໃນ​ເຂດ​ຊານ​ເມືອງ ນະ​ຄອນ​ຫຼວງ​ມະ​ນີ​ລາ ປະ​ເທດ​ຟີ​ລິບ​ປິນ ເມື່ອ​ວັນ​ທີ 9 ເມ​ສາ 2019.
ພວກ​ປະ​ທ້ວງຫຼາຍ​ຮ້ອຍ​ຄົນ ​ເດີນ​ຂະ​ບວນ​ໄປ​ຍັງ​ກົງ​ສຸນ​ຈີນ ໃນ​ເຂດ​ຊານ​ເມືອງ ນະ​ຄອນ​ຫຼວງ​ມະ​ນີ​ລາ ປະ​ເທດ​ຟີ​ລິບ​ປິນ ເມື່ອ​ວັນ​ທີ 9 ເມ​ສາ 2019.

ຮ່າງ​ກົດ​ໝາຍ​ຂອງ​ລັດ​ຖະ​ສະ​ພາ​ສະ​ຫະ​ລັດ​ສະ​ບັບ​ນຶ່ງ ​ທີ່ຈະ​ທຳ​ການ​ລົງ​ໂທດ​ຕໍ່​ບໍ​ລິ​ສັດ​ຕ່າງໆ​ທີ່​ຊ່ວຍ​ຈີນ ໃນ​ການ​ຂະ​ຫຍາຍ​ການ​ຄວບ​ຄຸມ​ຂອງ​ຕົນຢູ່​ໃນ​ເຂດ​ທີ່​ທະ​ເລ​ທີ່ພວມ​ມີ​ການ​ຂັດ​ແຍ້ງ ໃນ​ເອ​ເຊຍນັ້ນ ຈະ​ພາ​ໃຫ້​ມີ​ການ​ຕອບ​ໂຕ້​ຄືນ ຖ້າ​ຫາກ​ຖືກ​ຮັບ​ຮອງ​ເອົາ ໂດຍ​ບໍ່​ສາ​ມາດ​ຢຸດ​ຢັ້ງ​ກິດ​ຈະ​ກຳ​ທາງ​ທະ​ເລ​ຂອງ​ຈີນ​ໄດ້.

ຈີນ​ອາດ​ຈະ​ທຳ​ການ​ລົງ​ໂທດ​ຂອງ​ຕົນ ຕໍ່​ບັນ​ດາ​ບໍ​ລິ​ສັດ​ຂອງ​ສະ​ຫະ​ລັດ ຫຼື​ສ່ວນບຸກ​ຄົນ ຫຼື​ເຮັດ​ໃຫ້​ເປັນ​ການ​ຍາກ​ຂຶ້ນ​ທີ່​ບໍ​ລິ​ສັດ​ເຫຼົ່າ​ນີ້ຈະ​ເຂົ້າ​ໄປ​ເຮັດ​ກິດ​ຈະ​ການໃນ​ຈີນ ອີງ​ຕາມ​ຄຳ​ເວົ້າ​ຂອງ​ພວກ​ນັກ​ຊ່ຽວ​ຊານ. ພວກ​ເຂົາ​ເຈົ້າ​ກ່າວ​ຕື່ມ​ວ່າຮ່າງ​ກົດ​ໝາຍ​ທີ່​ພວມ​ໄດ້​ຮັບການ​ພິ​ຈາ​ລະນາ ​ຢູ່​ໃນ​ສະ​ພາ​ສູງ​ດັ່ງ​ກ່າວ ຈະ​ບໍ່​ສາ​ມາດ​ປ່ຽນ​ທິດ​ທາງ​ຂອງ​ປັກ​ກິ່ງຢູ່​ໃນ​ເຂດນ່ານ​ນ້ຳ​ທີ່​ພວມ​ມີ​ການ​ຂັດ​ແຍ້ງ​ໃນ​ທະ​ເລ​ຈີນ​ໃຕ້.

ການ​ອ້າງ​ກຳ​ມະ​ສິດ ຢູ່​ທະ​ເລ​ຈີນ​ໃຕ້
ການ​ອ້າງ​ກຳ​ມະ​ສິດ ຢູ່​ທະ​ເລ​ຈີນ​ໃຕ້

ປັກ​ກິ່ງ​ໄດ້​ອ້າງ​ເອົາ​ກຳ​ມະ​ສິດ ປະ​ມານ 90 ເປີ​ເຊັນ ຂອງ​ທະ​ເລ​ຈີ​ນ​ໃຕ້​ທີ່ກວ້າງ 3 ລ້ານ 5 ແສນ​ກິ​ໂລ​ແມັດ​ມົນ​ທົນ. ນອກນັ້ນ ບ​ຣູ​ນາຍ ມາ​ເລ​ເຊຍ ຟີ​ລິບ​ປິນ ໄຕ້​ຫວັນ ແລະ​ຫວຽດ​ນາມ ກໍ​ໄດ້​ແຂ່ງ​ກັນ​ກັບ​ຈີນ ອ້າງ​ເອົາ​ກຳ​ມະ​ສິດ ໂດຍ​ສະເພາະ​ແລ້ວ​ການ​ອ້າງ​ກຳ​ມະ​ສິດກວມ​ກັນ ​ໃນ​ເຂດ​ນ່ານ​ນ້ຳ​ທີ່​ເປັນ​ເຂດ​ເສດ​ຖະ​ກິດ​ພິ​ເສດ. ນັບ​ແຕ່​ປີ 2010 ເປັນ​ຕົ້ນ​ມາ​ ຈີນ​ໄດ້​ສ້າງ​ຄວາມ​ໂກດ​ແຄ້ນ ​ໃຫ້​ແກ່​ລັດ​ຖະ​ບານ​ຂອງ​ຫຼາຍໆ​ປະ​ເທດ ຍ້ອນ​ໄດ້​ຖົມ​ດິນ​ໃສ່​ເກາະ​ດອນ​ນ້ອຍ​ຕ່າງໆ ເພື່ອ​ນຳ​ໃຊ້​ທາງ​ດ້ານ​ທະ​ຫານ. ເຈົ້າ​ໜ້າ​ທີ່​ຈີນ​ໄດ້​ອ້າງ​ປະ​ຫວັດ​ສາດ ​ເພື່ອ​ສະ​ໜັບ​ສະ​ໜຸນ ໃນການ​ອ້າງ​ເອົາ​ອະ​ທິ​ປະ​ໄຕ​ຂອງ​ຕົນ.

ທະ​ຫານ​ເຮືອ​ຈີນ ເທິງ​ເຮືອ​ພິ​ຄາດ ຕິດ​ລູກ​ສອນ​ໄຟ "Wuhu" ຂະ​ນະ​ທີ່​ຈອດ​ຢູ່​ອ່າວ​ມະ​ນີ​ລາວ ໃນ​ການ​ຢ້ຽມ​ຢາມ ເປັນ​ເວ​ລາ 4 ມື້ ເມື່ອ​ວັນ​ທີ 17 ມັງ​ກອນ 2019.
ທະ​ຫານ​ເຮືອ​ຈີນ ເທິງ​ເຮືອ​ພິ​ຄາດ ຕິດ​ລູກ​ສອນ​ໄຟ "Wuhu" ຂະ​ນະ​ທີ່​ຈອດ​ຢູ່​ອ່າວ​ມະ​ນີ​ລາວ ໃນ​ການ​ຢ້ຽມ​ຢາມ ເປັນ​ເວ​ລາ 4 ມື້ ເມື່ອ​ວັນ​ທີ 17 ມັງ​ກອນ 2019.

​ທ່ານ​ເຈ ບາ​ຕົງ​ບາ​ກາ​ລ ອາ​ຈານ​ສອນ​ວິ​ຊາ​ການ​ເດີນ​ເຮືອ​ທາງ​ທະ​ເລ​ຂອງ​ສາ​ກົນ ທີ່​ມະ​ຫາ​ວິ​ທະ​ຍາ​ໄລ​ຟີ​ລິບ​ປິນ ກ່າວ​ວ່າ “ຈີນ​ແມ່ນ​ຄາດ​ວ່​າ ຈະ​ຕ້ອບ​ໂຕ້​ຢ່າງ​ແນ່ນອນ. ພວກ​ເຂົາ​ອາດ​ຈະ​ທຳ​ການ​ລົງ​ໂທດ​ຂອງ​ຕົນຕໍ່​ບໍ​ລິ​ສັດ ແລະ​ທຸ​ລະ​ກິດ​ຕ່າງໆ ຂອງ​ສະ​ຫະ​ລັດ. ມັນ​ຄ້າຍ​ຄື​ກັນ​ກັບ​ວ່າ ຢ້ອນ​ຄືນ​ໄປ​ສູ່​ການ​ທູດ​ຂອງ​ສັດ​ຕະ​ວັດ​ທີ 19 ບ່ອນ​ທີ່​ການ​ຕອບ​ໂຕ້​ຄືນ ແມ່ນ​ເປັນ​ປົກ​ກະ​ຕິ​ວິ​ໄສ​ໃນ​ສະ​ໄໝ​ກ່ອນ.”

ຮ່າງ​ກົດ​ໝາຍ​ການ​ລົງ​ໂທດ​ຢູ່​ທະ​ເລ​ຈີນ​ໃຕ້ ແລະ​ທະ​ຈີນ​ຕາ​ເວັນ​ອອກ ​ທີ່​ຖືກ​ນຳ​ສະເໜີ​ຢູ່​ສະ​ພາ​ສູງ​ເມື່ອ​ວັນ​ທີ 23 ພຶດ​ສະ​ພາ​ຜ່ານ​ມານັ້ນ ຈະ​ລົງ​ໂທ​ດ​ບໍ​ລິ​ສັດຕ່າງໆ​ຂອງ​ຈີນ ຫຼື​ສ່ວນ​ບຸກ​ຄົນ ທີ່​ປະ​ກອບ​ສ່ວນ​ຢູ່​ໃນ​ໂຄງ​ການ​ຕ່າງໆ ຢູ່​ໃນ​ເຂດນ່ານ​ນ້ຳ ​ທີ່​ມີ​ການ​ຂັດ​ແຍ້ງ​ກັນ ​ທັງ​ສອງ. ຮ່າງ​ກົດ​ໝາຍ​ນີ້​ຍັງ​ເວົ້າ​ວ່າ ໂຄງ​ການ​ຕ່າງໆ​ແມ່ນ​ຮວມ​ທັງ ການ​ຖົມດິນ ການ​ສ້າງ​ເກາະ​ດອນ​ທຽມ ແລະ​ກໍ່​ສ້າງ​ຫໍ​ປະ​ພາ​ຄານ.

​ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG