ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຈີນ ກຳລັງຄອບງຳ ໃນດ້ານຕ່ອງໂສ້ການສະໜອງ ແບັດເຕີຣີ ໃນທົ່ວໂລກ


ເດັກນ້ອຍຄົນນຶ່ງຖ່າຍຮູບຢູ່ໃກ້ກັບລົດແຂ່ງ ທີ່ຖືກວາງສະແດງຢູ່ຮ້ານຂາຍລົດ NIO ໃນ ປັກກິ່ງ, ຈີນ. 20 ສິງຫາ, 2020.
ເດັກນ້ອຍຄົນນຶ່ງຖ່າຍຮູບຢູ່ໃກ້ກັບລົດແຂ່ງ ທີ່ຖືກວາງສະແດງຢູ່ຮ້ານຂາຍລົດ NIO ໃນ ປັກກິ່ງ, ຈີນ. 20 ສິງຫາ, 2020.

ຫຼັງຈາກການວາງແຜນຫຼາຍປີ, ຈີນ ໃນປັດຈຸບັນນີ້ໄດ້ຄອບງຳການຜະລິດຖ່ານໄຟຟ້າ ຫຼື ແບັດເຕີຣີລຸ້ນໃໝ່ຂອງໂລກ ທີ່ເປັນການຫັນປ່ຽນທີ່ສຳຄັນຈາກນໍ້າມັນ ຟອສຊິລ. ແບັດເຕີຣີໃໝ່ດັ່ງກ່າວນີ້ແມ່ນມີຄວາມຈຳເປັນສຳລັບລົດໄຟຟ້າ ແລະ ອຸປະກອນອີເລັກໂທຣນິກຂອງຜູ້ບໍລິໂພກທີ່ສາມາດພົກພາໄດ້ສ່ວນຫຼາຍເຊັ່ນ ໂທລະສັບມືຖື ແລະ ແລັບທັອບ.

ພາຍໃນປີ 2040, ບັນດານັກວິເຄາະດ້ານພະລັງງານຄາດວ່າ ລົດຜູ້ໂດຍສານຈຳນວນເຄິ່ງນຶ່ງທີ່ຖືກຂາຍໃນໂລກ ອາດເປັນລົດໄຟຟ້າ, ອີງຕາມລາຍງານປີ 2019 ໂດຍບໍລິສັດ Bloomberg New Energy Finance. ເຂົາເຈົ້າ ຄາດວ່າການຂາຍລົດເບົາເພື່ອການພານິດທີ່ມີເປີເຊັນຄ້າຍຄືກັນໃນ ສະຫະລັດ, ຢູໂຣບ ແລະ ຈີນ ຈະເປັນລົດໄຟຟ້າພາຍໃນນຊ່ວງເວລານັ້ນ, ອີງຕາມການຄາດເດົາຂອງບໍລິສັດ BNEF.

ຖ້າແນວໂນມໃນປັດຈຸບັນຍັງສືບຕໍ່ໄປ, ລົດສ່ວນໃຫຍ່ ແມ່ນມີຄວາມເປັນໄປໄດ້ທີ່ຈະໃຊ້ແບັດເຕີຣີຂອງ ຈີນ, ເປັນອົງປະກອບທີ່ສຳຄັນສຳລັບການຫັນປ່ຽນຈາກ ນໍ້າມັນຟອສຊິລ, ແລະ ແບັດເຕີຣີສ່ວນຫຼາຍນັ້ນຈະເປັນຖ່ານ Lithium Ion, ເຊິ່ງມັນຍັງມີຄວາມນິຍົມໃນການໃຊ້ສຳລັບໂທລະສັບມືຖື ແລະ ແລັບທັອບ ຍ້ອນປະລິມານພະລັງງານສູງທີ່ຖືກບັນຈຸຕໍ່ຫົວໜ່ວຍຂອງມັນ ທີ່ຄ້າຍຄືກັບລະບົບ ເກັບພະລັງງານໄຟຟ້າອື່ນໆ, ອີງຕາມກະຊວງພະລັງງານ ສະຫະລັດ.

ອົງການຂ່າວ ຊິນຫົວ ຂອງລັດຖະບານ ຈີນ ໄດ້ກ່າວໃນລາຍງານທີ່ມີຫົວຂໍ້ວ່າ “ການຄອບງຳຕຳ ແໜ່ງໃນດ້ານແບັດເຕີຣີ ຕ້ອງມີຄວາມໝັ້ນຄົງຕໍ່ໄປ” ໃນເດືອນສິງຫາ ທີ່ຜ່ານມາວ່າ “ເມື່ອເບິ່ງຕ່ອງໂສ້ອຸດສາຫະກຳລົດຍົນໃນທົ່ວໂລກ, ຈີນ, ເປັນຄັ້ງທຳອິດ, ທີ່ໄດ້ນຳໜ້າໝູ່ໃນໂລກ ໃນການຜະລິດ ອາໄຫຼ່ທີ່ສຳຄັນຕ່າງໆ.”

ໃນຂະນະທີ່ ສະຫະລັດ ແລະ ຈີນ ໄດ້ປະເຊີນໜ້າກັນ ກ່ຽວກັບ ເທັກໂນໂລຈີ ການສື່ສານທີ່ທັນສະ ໄໝຄືລະບົບ 5G ນັ້ນ, ການສະໜອງແບັດເຕີຣີຂອງໂລກ ແມ່ນຍັງບໍ່ທັນເປັນບັນຫາທີ່ສຳຄັນເທື່ອ. ແຕ່ມັນມີຄວາມເປັນໄປໄດ້ທີ່ຕະເຕີບໂຕໃນດ້ານຄວາມສຳຄັນ, ຖ້າ ສະຫະລັດ ສືບຕໍ່ທີ່ຈະຫັນໜີຈາກແຫຼ່ງພະລັງງານ ນໍ້າມັນເຊື້ອໄຟຟອສຊິລ ສຳລັບວັດຖຸຕ່າງໆຄື ຍານພາຫະນະ, ສາຍໄຟຟ້າ, ໂທລະສັບມືຖື ແລະ ຄອມພິວເຕີ ແລັບທັອບ.

ແລະນັ້ນ ອາດເຮັດໃຫ້ການສະໜອງແບັດເຕີຣີໃນທົ່ວໂລກເປັນບັນຫາຂອງ ຄວາມປອດໄພແຫ່ງຊາດ.

ເປັນເວລາເກືອບເຄິ່ງສັດຕະວັດມາແລ້ວ, ບັນດານັກການເມືອງ ອາເມຣິກັນ ໄດ້ພະຍາຍາມທີ່ຈະປົກປ້ອງປະເທດຈາກການຂັດຂວາງທີ່ມີສາເຫດມາຈາກຜູ້ຜະລິດນໍ້າມັນຕ່າງປະເທດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG