ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ງົບປະມານ 6 ພັນຕຶ້ໂດລາ ຂອງທ່ານໄບເດັນ ບໍ່ໄດ້ຮວມ ຄຳໝັ້ນສັນຍາ ໃນການໂຄສະນາຫາສຽງ ບາງຢ່າງ


ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ກ່າວໃນວັນວັນບຸນລະລຶກເຖິງທະຫານທີ່ສະຫລະຊີວິດເພື່ອປະເທດຊາດ ທີ່ສຸສານແຫ່ງຊາດ ເມືອງອາລິງຕັນ ລັດເວີຈີເນຍ ວັນທີ 31 ພຶດສະພາ 2021.
ປະທານາທິບໍດີສະຫະລັດ ທ່ານໂຈ ໄບເດັນ ກ່າວໃນວັນວັນບຸນລະລຶກເຖິງທະຫານທີ່ສະຫລະຊີວິດເພື່ອປະເທດຊາດ ທີ່ສຸສານແຫ່ງຊາດ ເມືອງອາລິງຕັນ ລັດເວີຈີເນຍ ວັນທີ 31 ພຶດສະພາ 2021.

ເວລາສະມາຊິກພັກເດໂມແຄຣັດ ທ່ານໂຈ ໄບເດັນ ສະໝັກເປັນຮອງປະທານາ ທິບໍດີ
ໃນປີ 2008 ທ່ານໄດ້ກ່າວຄຳປາໄສ ໃນອັນທີ່ທ່ານກ່າວຊໍ້າວ່າ ທ່ານໄດ້ ເວົ້າເຖິງພໍ່ຂອງ
ທ່ານ “ຢ່າບອກຂ້ອຍເຖິງຄຸນຄ່າເຈົ້າ. ສະແດງງົບປະມານຂອງ ເຈົ້າໃຫ້ຂ້ອຍເບິ່ງ ແລະ
ຂ້ອຍຈະບອກຄຸນຄ່າຂອງເຈົ້າ.”

ເວລານັ້ນ ໄດ້ກ່າວໃນການຕຳນິນະໂຍບາຍ ຂອງສະມາຊິກສະພາສູງ ຈອນ ແມັກເຄນ
(John McCain) ຈາກພັກຣີພັບບລິກັນ ທີ່ຖືກສະເໜີໃຫ້ລົງສະ ໝັກເປັນປະທານາທິ
ບໍດີແຂ່ງຂັນກັບຄູ່ຮ່ວມຂອງທ່ານໄບເດັນ ຄືທ່ານບາຣັກ ໂອບາມາ. ໃນອາທິດແລ້ວນີ້
ແນວໃດກໍຕາມ ເວລາທ່ານໄບເດັນ ເປີດເຜີຍ ງົບປະມານເທື່ອທຳອິດທີ່ທ່ານໄດ້ຮ້ອງຂໍ
ໃນການເປັນປະທານາທິບໍດີຂອງທ່ານ ບັນດາຜູ້ສະໜັບສະໜູນທ່ານຈຳນວນນຶ່ງທີ່ມີຫົວ
ເສລີນິຍົມຫຼາຍກວ່າ ຢູ່ໃນອີກ ດ້ານນຶ່ງຂອງພັກເດໂມແຄຣັດ ອາດພົບເຫັນວ່າ ເຂົາເຈົ້າ
ຍັງມີຄວາມສົງໄສຢູ່ ກ່ຽວກັບຄຸນຄ່າຂອງທ່ານໄບເດັນ.

ໃນຂະນະທີ່ງົບປະມານ 6 ພັນຕື້ໂດລາ ທີ່ຮ້ອງຂໍສຳລັບສົກປີ 2022 ນັ້ນ ໄດ້ສະເໜີໃຫ້້
ມີການໃຊ້ຈ່າຍທີ່ສຳຄັນ ສໍາລັບບູລິມະສິດຫຼາຍໆຢ່າງຂອງພັກ ຮວມ ທັງການສຶກສາ
ການສະໜັບສະໜູນຄອບຄົວ ພະລັງງານສະອາດ ແລະອື່ນໆ ອີກ ແຕ່ກໍບໍ່ໄດ້ມີການຈັດ
ສັນຫຍັງສຳລັບຫຼາຍຢ່າງທີ່ທ່ານໄບເດັນໄດ້ໂຄສະນາ ຢ່າງໜັກ ໃນລະຫວ່າງການລົງສະ
ໝັກແຂ່ງຂັນເປັນປະທານາທິບໍດີຂອງທ່ານ ຮວມທັງການຍົກເລີກໜີ້ສິນ ໃຫ້ແກ່ການກູ້
ຢືມເງິນຂອງນັກສຶກສາ ທາງເລືອກສຳລັບປະກັນໄພສຸຂະພາບ ແລະການປະຕິຮູບລະ
ບົບປະກັນໄພຄົນຫວ່າງງານ.

ປະຕິກິລິຍາຈາກສະມາຊິກພັກເດໂມແຄຣັດ ຈາກກຸ່ມຝ່າຍຊ້າຍຂອງພັກ ຕໍ່ງົບປະມານ
ຂອງທ່ານໄບເດັນນັ້ນ ແມ່ນມິດງຽບ ແຕ່ວ່າບັນດາສະມາຊິກໄດ້ ເຫັນຢ່າງຈະແຈ້ງ ຕໍ່ກ
ານບໍ່ມີຂໍ້ສະເໜີທີ່ສຳຄັນຕ່າງໆນັ້ນ.

ບັນດາສະມາຊິກສະພາຕໍ່າ ທ່ານນາງບາຣບາຣາ ລີ (Barbara Lee) ແລະ ພຣາມິລາ
ຈາຢາປາລ (Pramila Jayapal) ຜູ້ນຳຫົວກ້າວໜ້າຄົນສຳຄັນໃນ ໝູ່ສະມາຊິກສະພາ
ຕໍ່າພັກເດໂມແຄຣັດ ໄດ້ພິມເຜີຍແຜ່ບົດຄວາມ ຢູ່ໃນວາຣະ ສານ Newsweek ນຶ່ງມື້ຫຼັງ
ຈາກມີການເປີດເຜີຍງົບປະມານທີ່ໄດ້ແນໃສ່ການ ຮຽກຮ້ອງຕໍ່ງົບປະມານທີ່ຂາດຫາຍໄປ
ຈາກຂໍ້ສະເໜີຂອງທ່ານໄບເດັນ.

ພວກເຂົາເຈົ້າຂຽນຕື່ມວ່າ “ພ້ອມໆກັບການຂະຫຍາຍ ໂຄງການຊ່ວຍເຫຼືອດ້ານສັງຄົມ
ແລະ ປະກັນໄພຄົນຫວ່າງງານ ພວກເຮົາກຳລັງຮຽກຮ້ອງ ສໍາລັບໂຄງຮັກສາສຸຂະພາບ
ແຫ່ງຊາດ ທີ່ມີຜູ້ຈ່າຍແຕ່ພຽງຜູ້ດຽວ ທີ່ເຫັນແກ່ຜູ້ຄົນກ່ອນຜົນ ກຳໄລໃດໆ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG