ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

​ໃນການ​ນັບ​ ຄະ​ແນນ​ສຽງຄືນ ທີ່ດຳ​ເນີ​ນ ໄປຢູ່ນັ້ນ ເຫັນ​ວ່າ ພັກ​ເດ​ໂມ​ແຄ​ຣັດ ມີ​ຄະ​ແນນ ນຳ​ໜ້າ ໃນ​ລັດ ອາ​ຣິ​ໂຊ​ນາ


ທ.ນ. ສະ​ເຕຊີ ​ແອບ​ຣາມ​ສ໌ ທີ່ມີ​ຄວາມ​ຫວັງສູງ​ທີ່​ຈະໄດ້​ເປັນ​ຜູ້​ປົກ​ຄອງ​ລັດໃນ​ສະ​ຫະ​ລັດ ​ທີ່​ເປັນແມ່​ຍິງ​​ຜີວ​ດຳ​ຄົ​ນທຳ​ອິດ
ທ.ນ. ສະ​ເຕຊີ ​ແອບ​ຣາມ​ສ໌ ທີ່ມີ​ຄວາມ​ຫວັງສູງ​ທີ່​ຈະໄດ້​ເປັນ​ຜູ້​ປົກ​ຄອງ​ລັດໃນ​ສະ​ຫະ​ລັດ ​ທີ່​ເປັນແມ່​ຍິງ​​ຜີວ​ດຳ​ຄົ​ນທຳ​ອິດ

ສອງ​ມື້​ຫຼັງ​ຈາກ​ການ​ລົງ​ຄະ​ແນນ​ສຽງ​ໄດ້​ສິ້ນ​ສຸດ​ລົງຍັງມີ​ການ​ນັບບັດ​ລົງ​ຄະ​ແນນ​ສຽງຢູ່​
ຫຼາຍກວ່າ​ສິບ​ແຫ່ງທີ່​ມີ​ຄະ​ແນນ​ສຽງ​ໃກ້​ຄຽງກັນ​ນັ້ນ ຢູ່ໃນ​ສະ​ຫະ​ລັດ ໃນ​ຊຶ່ງ​ປ່ອຍ​ໃຫ້​ຮູບ
​ຮ່າງທາງ​ການ​ເມືອງ​ຂອງ​ລັດ​ຖະ​ສະ​ພາ​ບໍ່ມີ​ຄວາມ​ແນ່ນອນເທື່ອ.

​ມີ​ການ​ແຂ່ງ​ຂັນ​ທີ່​ຍັງ​ບໍ່​ລົງ​ລອຍ​ກັນ​ຢູ່ ຢູ່​ໃນ​ລັດ​ອາ​ຣີ​ໂຊ​ນາ ແລະ​ຟ​ລໍ​ຣິ​ດາ.

ທ່ານ​ນາງ​ຄ​ຣິ​ສ​ຕັນ ຊິ​ເນ​ມາ ທີ່ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ມີ​ຄະ​ແນນ​ນຳ​ໜ້າ​ຢ່າງ​ມິ່ນໆ ​ຢູ່ໃນ​
ລັດອາ​ຣີ​ໂຊ​ນາ ໃນ​ການ​ເລືອກ​ຕັ້ງ​ເອົາ​ສະ​ມາ​ຊິກ​ສະ​ພາສູງລັດ​ອາ​ຣິ​ໂຊ​ນາແຂ່ງ​ກັບສະ​ມາ
​ຊິກ​ສະ​ພາ​ຕ່ຳ​ ທ່ານ​ນາງ​ມາ​ຣ​ທາ ແມັກ​ແຊ​ລ​ລີ ທີ່ສັງ​ກັດ​ພັກ​ຣີ​ພັບ​ບ​ລິ​ກັນນັ້ນ.

ຢູ່​ໃນ​ການ​ແຂ່ງ​ຂັນ​ຊິງ​ເອົາ​ບ່ອນ​ນັ່ງ​ໃນ​ສະ​ພາສູງຂອງລັດ​ຟ​ລໍ​ຣິ​ດານັ້ນ ຜູ້​ປົກ​ຄອງ​ລັດ ທ່ານ​
ຣິກ ສະ​ກັອ​ຕໄດ້ຄະ​ແນນ​ 22,000 ສຽງ ລື່ນຄະ​ແນນ​ຂອງທ່ານບີ​ລ ແນ​ລ​ສັນ ສະ​ມາ​ຊິກ​
ສະ​ພາ​ສູງສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ທີ່​ຢູ່ດຳ​ລົງ​ຕຳ​ແໜ່​ງຢູ່​ໃນ​ເວ​ລນີ້ທີ່​ຮ້ອງ​ໃຫ້​ມີ​ການ​ນັບ
​ຄະ​ແນນ​ຄືນ​ໃໝ່.

ມີ​ການ​ແຂ່ງ​ຂັນທີ່​ຍັງບໍ່​ເສັດ​ສິ້ນກັນ​ຢູ່ 12 ແຫ່ງ ທີ່ພວກ​ພັກ​ຣີ​ພັບ​ບ​ລິ​ກັນປະ​ຈຳ​ຢູ່​ໃນ​
ສະ​ພາ​ຕ່ຳ ຊຶ່ງ​ເປັນ​ການເປີດ​ໃຫ້ມີ​ການ​ເປັນ​ໄປ​ໄດ້ທີ່ພັກ​ເດ​ໂມ​ແຄ​ຣັດ​ຈະ​ຍາດເອົາ​ບ່ອນ
​ນັ່ງ​ຈຳ​ນວນ​ນຶ່ງໄດ້​ ໃນເວ​ລາ​ການ​ນັບ​ບັດ​ລົງ​ຄະ​ແນນ​ສຽງ​ເສັດ​ສິ້ນ​ລົງ ແລະ ເປັນ​ການ​
ເພີ້ມບ່​ອ​ນ​ນັ່ງເຂົ້າໃສ່ 30 ບ່ອນ ​ທີ່ເຂົາ​ເຈົ້າ​ໄດ້ມາແລ້ວ​ນັ້ນ ໃນ​ການ​ຍາດ​ເອົາ​ການຄວບ
​ຄຸມ​ສະ​ພາ​ຕ່ຳ​ເປັນ​ເທື່ອ​ທຳ​ອິດ ​ໃນຮອບ​ແປດ​ປີ ໃນເວ​ລາ​ສະ​ພາ​ຕ່ຳ​ ຊຸດ​ໃໝ່​ຈະ​ເຂົ້າ​ຮັບ
​ຕຳ​ແໜ່ງ​ໃນ​ຕົ້ນ​ເດືອນມັງ​ກອນ ​ຈະ​ມາ​ເຖິງ​ນີ້.

ຍິ່ງໄປ​ກວ່າ​ນັ້ນ ຜົນ​ຂອງ​ການ​ແ​ຂ່ງ​ຂັນ​ທີ່​ໃກ້ຄຽງໃນ​ການເປັນ​ຜູ້​ປົກຄອງ​ລັດ​ຈໍ​ເຈຍ ຍັງບໍ່​
ແນ່ນອນ​ຢູ່ ເຖິງ​ແມ່ນ​ວ່າຫົວ​ໜ້າ​ຫ້ອງ​ການ​ລັດສັງ​ກັດ​ພັກ​ຣີ​ພັບ​ບໍ​ລິ​ກັນ ທ່ານ ບ​ຣາຍ​ອັນ
ເຄ​ມ ໄດ້​ປະ​ກາດ​ໄຊ​ຊະ​ນະໄປ​ແລ້ວ​ກໍ​ຈາມ. ທ່ານ​ນາງ​ສະ​ເຕ​ຊີ ​ແອບ​ຣາມ​ສ໌ ສັງ​ກັ​ດ​ພັກ
​ເດ​ໂມ​ແຄ​ຣັດ ໄດ້​ຕັ້ງ​ທີມທາງ​ກົດ​ໝາຍທີ່ອາດ​ທຳ​ການ​ທ້າຍ​ດ້ານ​ກົດ​ໝາຍທີ່​ອ​າດເຮັດ
​ໃຫ້ມີການ​ແຂ່ງ​ຂັນ​ເລືອກ​ຕັ້ງ​ຮອບ​ຕັດ​ສິນ​ຊີ້​ຂາດ.

ທ່າ​ນ​ນາງ​ ແອບ​ຣມ​ສ໌ ທີ່ມີ​ຄວາມ​ຫວັງສູງ​ທີ່​ຈະໄດ້​ເປັນ​ຜູ້​ປົກ​ຄອງ​ລັດໃນ​ສະ​ຫະ​ລັດທີ່​ເປັນ
ແມ່​ຍິງຜີວ​ດຳ​ຄົ​ນທຳ​ອິດນັ້ນ ກ່າວອ້າງວ່າ ​ຍັງມີ​ບັດ​ລົງ​ຄະ​ແນນ​ສຽງ ທີ່​ສົ່ງສົ່ງ​ມາ​ທາງ​ໄປ​
ສະ​ນີ ແລະບັດ​ທີ່​ບໍ່​ມາ​ປ່ອນດ້ວຍ​ຕົນ​ເອງ​ທີ່ບໍ່​ທັນ​ໄດ້​ນັບຫລາຍ​ພັນ​ອັນ ທີ່ອາດຈະເຮັດ​ໃຫ້
ຄ​ະ​ແນນຂອງ​ທ່ານ​ນາງ​ກາຍ ​ທ່ານເຄມທີ່ໄດ້ 63,000 ສຽງ ລື່ນ​ທ່ານ​ນາງຢູ່ນັ້ນອີກ ບໍ່​ມີ
​ຄວາມ​ໝາຍ​ຫຍັງ ແລະດັນ​ຄະ​ແນນ​ຂອງ​ທ່ານ​ໃຫ້ຫລຸດ​ລົງ​ໄປຢູ່ຕ່ຳກວ່າ 50 ເປີ​ເຊັນ ທີ່
ຈະເຮັດ​ໃຫ້​ຕ້ອງ​ໃຫ້​ມີ​ການ​ແຂ່ງ​ຂັນກັນ​ໃໝ່. ຈົນຮອດວັນ​ພະ​ຫັດ​ວານ​ນີ້ ທ່ານ​ເຄມ ໄດ້
​ຮັບຄະ​ແນນ 50.3 ເປີ​ເຊັນ​ຄະ​ແນນ​ສຽງທັງ​ໝົດ​ລື່ນ​ຄະ​ແນນ​ສຽງ ທີ່ໄດ້ 48.7 ເປີ​ເຊັນ
ຂອງທ່ານ​ນາງເອບ​ຣາມສ໌ນັ້ນ ສ່ວນ​ຄະ​ແນນ​ທີ່ເຫຼືອ​ນັ້ນແມ່ນ​ໄປ​ຫາ​ຜູ້​ສະ​ໝັກ​ສຽງທີ່
​ມາ​ຈາກ​ພັກ​ນ້ອຍໆ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG