ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໑໐ ກຸມພາ ໒໐໒໕

ການ​ຕັດ​ງົບ​ປະ​ມານ​ໃຊ້​ຈ່າຍ​ລັດ​ຖະ​ບານ ສະ​ຫະ​ລັດ 2 ຕື້​ໂດ​ລາ​ຈະ​ເປັນ​ແນວ​ໃດ?


ທ່ານ ອີລອນ ມັສຄ໌, ອາດຈະເປັນທີ່ຮູ້ຈັກໃນທົ່ວໂລກ ໃນຖານະຜູ້ໃຫ້ກຳເນີດບໍລິສັດ ເທັສລາ (Tesla) ແລະ ສເປັສ ເອັກສ໌ (Space X), ແຕ່ໃນອີກບໍ່ເທົ່າໃດເດືອນຂ້າງໜ້າ, ລາວຄາດວ່າຈະແນເປົ້າໄປໃສ່ການໃຊ້ຈ່າຍຂອງລັດຖະບານ ສະຫະລັດ.

ທ່ານ ອີລອນ ມັສຄ໌ (Elon Musk), ເຊິ່ງຖືກຮັບຮູ້ວ່າເປັນມັນສະຫມອງທີ່ຢູ່ເບື້ອງຫຼັງຂອງບໍລິສັດ ສເປັສ ເອັກສ໌ (SpaceX) ແລະ ເທັສລາ (Tesla), ກຳລັງ "ເຂົ້າມາຮັບຕໍາແໜ່ງ" ພ້ອມດ້ວຍການຕັດການໃຊ້ຈ່າຍຂອງລັດຖະບານ ຢູ່ໃນກະຊວງປະສິດທິພາບຂອງລັດຖະບານ ທີ່ສ້າງຂຶ້ນໃຫມ່, ຫຼື ໂດຈ (DOGE), ເຊິ່ງຍັງເປັນຊື່ຂອງເງິນດິຈິຕອລ ທີ່ໄດ້ຮັບແຮງບັນດານໃຈມາຈາກ ຮູບຕະຫຼົກຂອງໂຕຫມາ.

ທ່ານ ອີລອນ ມັສກ໌ (Elon Musk), ປະທານຮ່ວມຂອງ ໂດຈ (DOGE):

"ພວກເຮົາຈະເອົາລັດຖະບານອອກຈາກຫຼັງຂອງພວກທ່ານ ແລະອອກຈາກກະເປົ໋າເງິນຂອງພວກທ່ານ."

ໂດຈ (DOGE) ວາງແຜນທີ່ຈະຕັດງົບປະມານ ສອງພັນຕື້ໂດລາ ເຊິ່ງແມ່ນປະມານນຶ່ງສ່ວນສາມຂອງງົບປະມານຂອງລັດຖະບານ - ແລະສາມສ່ວນສີ່ຂອງພະນັກງານຂອງລັດຖະບານ.

ທ່ານ ມັສຄ໌ (Musk), ກໍຄືກັນກັບ ທ່ານ ດໍໂນລ ທຣໍາ (Donald Trump) ໃນເວລາທີ່ທ່ານ ລົງແຂ່ງຂັນເອົາຕໍາແໜ່ງປະທານາທິບໍດີ ຄັ້ງທຳອິດ, ທີ່ບໍ່ມີປະສົບການດ້ານລັດຖະບານເລີຍ. ແຕ່ບໍລິສັດ ສເປັສ ເອັກສ໌ (SpaceX) ແລະ ເທັສລາ (Tesla) ຂອງທ່ານ ໄດ້ຮັບການພິສູດແລ້ວວ່າມີປະສິດທິພາບ, ໂດຍສະເພາະຢ່າງຍິ່ງ ໃນການປັບປຸງຕ່ອງໂສ້ການຜະລິດຂອງ ເທັສລາ (Tesla). ໃນລະຫວ່າງການແຜ່ລະບາດຂອງພະຍາດ ໂຄວິດ-19, ທ່ານ ມັສຄ໌ (Musk) ໄດ້ຍ້າຍສໍານັກງານໃຫຍ່ຂອງ ເທັສລາ (Tesla) ຂອງທ່ານຈາກ ລັດ ຄາລິຟໍເນຍໄປ ລັດ ເທັກຊັສ (Texas), ໂດຍໄດ້ຖິ້ມໂທດໃສ່ຂໍ້ນົດກົດລະບຽບຕ່າງໆຂອງລັດ ທີ່ຫຼາຍເກີນໄປ ແລະຄ່າໃຊ້ຈ່າຍທີ່ສູງ.

ທ່ານ ແລະປະທານຮ່ວມ ໂດຈ (DOGE) ຂອງທ່ານ, ເຊິ່ງເປັນນັກທຸລະກິດມະຫາເສດຖີ, ທ່ານ ວິເວກ ຣາມາສວາມີ (Vivek Ramaswamy), ໄດ້ຖືກຄາດຫວັງໃຫ້ປະຕິບັດຄືກັບຂະບວນການດັ່ງກ່າວ ແລະລົບລ້າງຂໍ້ກຳນົດກົດລະບຽບຂອງລັດຖະບານກາງ ຈໍານວນຫຼາຍ. ເພື່ອຫຼຸດຜ່ອນຕົ້ນທຶນ, ໂດຈ (DOGE) ຈະແນະນໍາໃຫ້ປິດບາງໜ່ວຍງານ ແລະດໍາເນີນການເພື່ອກະຕຸ້ນໃຫ້ພະນັກງານຂອງລັດຖະບານກາງ ລາອອກເປັນຈຳນວນຫຼາຍ ໂດຍການຢຸດຕິໂຄງການເຮັດວຽກທາງອອນໄລນ໌ ທີ່ໄດ້ຮັບຄວາມນິຍົມ ແລະການຍ້າຍບາງຫ້ອງການອອກຈາກວໍຊິງຕັນ.

ທ່ານ ສຕີບວ໌ ເລັນກາດທ໌ (Steve Lenkart), ຈາກສະຫະພັນແຮງງານແຫ່ງຊາດ ສຳລັບພະນັກງານລັດຖະບານກາງ:

"ມັນຈະເປັນໄລຍະເວລາຂອງການຮຽນຮູ້ທີ່ຍາກສໍາລັບລາວ ທີ່ຈະເຂົ້າໃຈວ່າປະທານາທິບໍດີບໍ່ແມ່ນກະສັດ - ຫຼືຢ່າງຫນ້ອຍກໍບໍ່ຄວນຈະມີຢູ່ໃນປະເທດນີ້ - ແລະທ່ານ ກຳລັງຈະດໍາເນີນການທີ່ຂັດກັບບັນຫາດ້ານລັດຖະທໍາມະນູນ. ທ່ານ ກຳລັງຈະດຳເນີນການທີ່ຂັດກັບກົດໝາຍ. ທ່ານກຳລັງ​ຈະ​ດຳເນີນການທີ່ຂັດກັບ​ກົດໝາຍຂອງ​ສະ​ພາ​ແຫ່ງ​ຊາດ.”

ດ້ວຍເຫດນັ້ນ, ທ່ານ ມັສຄ໌ (Musk) ແລະ ທ່ານ ຣາມາສວາມີ (Ramaswamy), ໃນອາທິດນີ້, ຈຶ່ງໄດ້ໄປຢ້ຽມຢາມ ຫໍລັດຖະສະພາ. ສະມາຊິກສະພາຫຼາຍຄົນ ສະຫນັບສະຫນູນເປົ້າຫມາຍທີ່ກຳນົດໄວ້ຂອງ ໂດຈ (DOGE) ໃນການຕັດລາຍຈ່າຍຂອງລັດຖະບານ ແຕ່ມີແນວໂນ້ມທີ່ອາດຈະຕໍ່ຕ້ານກັບການຕັດລາຍຈ່າຍທີ່ສົ່ງຜົນກະທົບຕໍ່ບັນດາຜູ້ມີສິດເລືອກຕັ້ງໃນເຂດບໍລິຫານຂອງພວກເຂົາ. ສະມາຊິກສະພາອີກສ່ວນນຶ່ງ ຮູ້ວ່າຜູ້ຊາຍເຫລົ່ານີ້ ມີການສື່ສານໂດຍກົງກັບປະທານາທິບໍດີທີ່ຖືກເລືອກ. ທ່ານ ມັສຄ໌ (Musk) ແລະແມ່ຂອງທ່ານ ໄດ້ສະຫລອງວັນຂອບໃຈພະເຈົ້າ ກັບ ທ່ານ ດໍໂນລ ທຣໍາ ຢູ່ທີ່ ບ້ານພັກ ມາ-ອາ-ລາໂກ (Mar-a-Lago), ໃນຂະນະທີ່ ທ່ານ ຣາມາສວາມີ (Ramaswamy) ໄດ້ລົງຂໍ້ຄວາມ ກ່ຽວກັບ ວິທີການຫຼຸດງົບປະມານ ໃນວັນຂອບໃຈພະເຈົ້າຂອງທ່ານຢູ່ທີ່ຫາດຊາຍໃນ ອິນສຕາແກຣມ (Instagram).

ທ່ານ ວິເວກ ຣາມາສວາມີ (Vivek Ramaswamy), ປະທານຮ່ວມຂອງ ໂດຈ (DOGE):

'ຂ້ອຍບໍ່ຮູ້ວ່າພວກເຈົ້າ ໄດ້ຮູ້ຈັກ ທ່ານ ອີລອນ (Elon) ແລ້ວຫຼືບໍ່, ແຕ່ລາວບໍ່ໄດ້ເອົາຊິ່ວມານຳ. ລາວເອົາ ເລື່ອຍໄຟຟ້າມາ. ແລະພວກເຮົາຈະນຳເອົາມັນໄປສູ່ລະບົບການປົກຄອງນັ້ນ.”

ໂດຈ (DOGE) ໄດ້ຖືກສ້າງຂຶ້ນເປັນຄະນະທີ່ປຶກສາພາຍນອກທີ່ຈະແນະນໍາການຫຼຸດປະລິມານດ້ານຕ່າງໆລົງ ຕໍ່ລັດຖະບານຂອງທ່ານ ທຣຳ ແລະລັດຖະສະພາ, ເຊິ່ງມີອໍານາດຂັ້ນສຸດທ້າຍຕໍ່ການຕັດສິນໃຈໃດໆ ກໍຕາມ.

ທັງ ທ່ານ ມັສກ໌ (Musk) ແລະ ທ່ານ ຣາມາສວາມີ (Ramaswamy) ຈະບໍ່ຮັບເງິນເດືອນຈາກລັດຖະບານ.

ອ່ານ​ລາຍ​ງານ​ນີ້​ເປັນ​ພາ​ສາ​ອັງ​ກິດ

He may be better known to the world as the father of Tesla and Space X, but in a few months, Elon Musk is expected to take aim at U.S. government spending.

“Take over, Elon! Just take over!”
Elon Musk, known as the brains behind SpaceX and Tesla, is “taking over” with an ax to government spending in a newly created Department of Government Efficiency, or DOGE, [[[[Pronunciation: DOUGHJ one syllable]] which is also the name of a cryptocurrency inspired by a dog meme.

((Elon Musk, DOGE Co-Chair))

“We are going to get the government off your back and out of your pocketbook.”

“ELON, ELON, ELON!”

DOGE plans to cut two trillion dollars — about a third of the government budget — and three-fourths of government workers.

“The future is going to be AMAZING!”

Musk, like Donald Trump when he first ran for president, has no government experience. But his companies Space X and Tesla have proven efficient, especially with the streamlining of the Tesla assembly line. During the COVID-19 pandemic, Musk moved his Tesla headquarters from California to Texas, blaming excessive state regulations and high costs.

He and his DOGE co-chair, fellow billionaire entrepreneur Vivek Ramaswamy, are expected to mirror that process and eliminate many federal regulations. To reduce costs, DOGE will suggest closing some agencies and take steps to prompt mass resignations of federal workers by ending popular telework programs and moving some offices out of Washington.

((Steve Lenkart, National Federation of Federal Employees))

“It's going to be a hard learning curve for him to understand that a president isn't a king — or at least is not supposed to be in this country — and that you're going to run against constitutional issues. You're going to run up against the law. You're going to run up against mandates of Congress.”

To that end, Musk and Ramaswamy this week visited Capitol Hill. Many lawmakers support DOGE’s stated goal of trimming government spending but would likely resist cuts that impact their constituents. Others know the men have a direct line to the president-elect.

while Ramaswamy posted to Instagram his Thanksgiving beach reading on how to reduce the budget. (

((Vivek Ramaswamy, DOGE Co-Chair))

‘I don't know if you've got to know Elon yet, but he doesn't bring a chisel. He brings a chainsaw. And we're going to be taking it to that bureaucracy.”
DOGE was created as an outside advisory panel that will recommend cuts to the Trump administration and to Congress, which would have final authority over any decisions.

Neither Musk nor Ramaswamy will take a government salary.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG