ໜັງສືພິມຂັ້ນນຳສະບັບນຶ່ງຂອງສະຫະລັດ ກ່າວວ່າ ກຸ່ມກະບົດ
ທີ່ໄດ້ເຂົ້າຍຶດເອົາອຳນາດ ຢູ່ໃນເຢເມັນ ມີນັກໂທດອາເມຣິກັນ
ຢ່າງນ້ອຍ 4 ຄົນ ແລະ ການດຳເນີນຄວາມພະຍາຍາມເຈລະຈາ
ເພື່ອຈະໃຫ້ມີການ ປ່ອຍໂຕພວກເຂົາເຈົ້ານັ້ນ ບໍ່ສຳເລັດຜົນ.
ໜັງສືພິມ Washington Post ລາຍງານວ່າ ຊາວອາເມຣິກັນ
ດັ່ງກ່າວ ແມ່ນເຊື່ອວ່າ ຖືກຄຸມຂັງຢູ່ທີ່ຄຸກໃນນະຄອນຫຼວງ
Sana'a ຊຶ່ງເປັນສະຖານທີ່ ທີ່ຖືກຖິ້ມລະເບີດໃສ່ຢູ່ເລື້ອຍໆ
ໂດຍການໂຈມຕີທາງອາກາດ ທີ່ນຳພາໂດຍຊາອຸດີອາຣາເບຍ
ທີ່ແນໃສ່ເພື່ອຂັບໄລ່ພວກກະບົດ Houthi.
ໜັງສືພິມດັ່ງກ່າວ ຍັງແຈ້ງໃຫ້ຊາບອີກວ່າ ນຶ່ງໃນຈຳນວນຂອງນັກໂທດ ແມ່ນໄດ້ຮັບອະນຸຍາດໃຫ້ປ່ອຍໂຕ ເມື່ອບໍ່ດົນມານີ້ ແຕ່ພວກ Houthi ໄດ້ຕ່າວປີ້ນການອະນຸຍາດນັ້ນ.
ໜັງສືພິມ Washington Post ກ່າວວ່າ ນັກໂທດ 3 ຄົນ ເຮັດວຽກໃຫ້ກັບພາກສ່ວນ
ເອກະຊົນ ໃນຂະນະດຽວກັນ ວຽກງານຂອງນັກໂທດຜູ້ທີ 4 ຜູ້ຖືສອງສັນຊາດ ສະຫະລັດ
ແລະ ເຢເມັນນັ້ນ ແມ່ນຍັງບໍ່ທັນຮູ້ຈັກເທື່ອ.
ໜັງສືພິມດັ່ງກ່າວ ລາຍງານອີກວ່າ ຕົນໄດ້ປິດບັງຂໍ້ມູນບາງສ່ວນ ກ່ຽວກັບບຸກຄົນທີ່ຖືກຄຸມຂັງເຫຼົ່ານັ້ນ ເພາະເຈົ້າໜ້າທີ່ສະຫະລັດ ໄດ້ຂໍຮ້ອງມາ ພ້ອມດ້ວຍຍາດຕິພີ່ນ້ອງຂອງພວກນັກໂທດ ຜູ້ທີ່ມີຄວາມກັງວົນ ກ່ຽວກັບຄວາມປອດໄພຂອງສະມາຊິກຄອບຄົວ ພວກເຂົາເຈົ້າ.