ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພວກກຸ່ມ Houthi ແລະ ກອງ​ກຳລັງ ​ລັດ​ຖະ​ບານເຢເມັນ ປະທະກັນ ໃນນະຄອນຫລວງ Sanaa


ກຸ່ມ Houthi ນິກາຍ Shiite ຊາວເຢເມັນ ຊູປືນຂອງພວກເຂົ້າເຈົ້າ ໃນລະຫວ່າງ ປະທະກັນກັບ ກອງກຳລັງລັດຖະບານ ຢູ່ໃກ້ກັບ ທຳນຽບປະທານາທິບໍດີ ໃນນະຄອນຫລວງ Sanaa ປະເທດເຢເມັນ, ວັນທີ 19 ມັງກອນ 2015.
ກຸ່ມ Houthi ນິກາຍ Shiite ຊາວເຢເມັນ ຊູປືນຂອງພວກເຂົ້າເຈົ້າ ໃນລະຫວ່າງ ປະທະກັນກັບ ກອງກຳລັງລັດຖະບານ ຢູ່ໃກ້ກັບ ທຳນຽບປະທານາທິບໍດີ ໃນນະຄອນຫລວງ Sanaa ປະເທດເຢເມັນ, ວັນທີ 19 ມັງກອນ 2015.

ພວກ​ກະບົດ​ເຜົ່າ Houthi ​ແລະ ກອງ​ກຳລັງ​ລັດ​ທະ​ບານ ​ໄດ້​
ປະ​ທະ​ກັນ ຢູ່​ໃນ​ນະຄອນຫລວງ ຂອງ​ເຢ​ເມັນ ​ໃກ້ໆ​ກັບ​ທຳ​ນຽບ
ປະທານາທິບໍດີ Abed Rabbo Mansour Hadi.

ພວກ​ເຫັນ​ເຫດການ ກ່າວ​ໃນ​ວັນ​ຈັນ​ມື້​ນີ້​ວ່າ ການ​ຕໍ່ສູ້​ກັນ​ໃນ​
ນະຄອນຫລວງ ສາ​ນາອານັ້ນ ​ມີ​ການ​ຍິງ​ຕອບ​ໂຕ້​ກັນ​ຢ່າງ​ໜັກ
​ພ້ອມ​ດ້ວຍ​ລະ​ເບີດແຕກ​ຂຶ້ນຫຼາຍໆບັ້ນ ທີ່​ໄດ້ເຮັດ​ໃຫ້ ​ພວກ​ພົນ
ລະ​ເຮືອນ ​ແຕກ​ໜີ​ອອກ​ໄປ​ຈາກບໍລິ​ເວນດັ່ງກ່າວ.

ຕໍ່​ມາບັນດາ​ເຈົ້າໜ້າ​ທີ່ ກ່າວ​ວ່າ ທັງ​ສອງ​ຝ່າຍ ​ໄດ້​ຕົກລົງ​ກັນ​ຢຸດ​ຍິງ
​ແຕ່​ສຽງ​ປືນ​ກໍ​ຍັງ​ດັງ​ຂຶ້ນ​ຢູ່​ຕໍ່ມາໃນ​ເມືອງດັ່ງກ່າວ.

ຄວາມ​ຮຸນ​ແຮງເກີດ​ຂຶ້ນຫຼາຍ​ມື້ ຫຼັງຈາກພວກ Houthi ​ໄດ້​ລັກພາ​ໂຕ​ຫົວໜ້າຫ້ອງການ
ປະຈຳປະທານາທິບໍດີ Hadi ​ເພື່ອ​ລົບ​ກວນ​ກອງ​ປະຊຸມ ​ທີ່​ກຳລັງຮ່າງ​ລັດ​ຖະທຳ​ມະນູນ
ສະບັບ​ໃໝ່ຢູ່​ນັ້ນ.

ແຜນທີ່ປະເທດເຢເມັນ
ແຜນທີ່ປະເທດເຢເມັນ

ສ່ວນ​ພວກກະບົດ​ນິກາຍ Shi’ite ທີ່​ໄດ້​ຄວບ​ຄຸມ ນະຄອນຫລວງ​
ສາ​ນາ​ອາມານັບຕັ້ງ​ແຕ່​ເດືອນ​ກັນຍາ​ ​ໃນ​ເວລາ​ພວກ​ເຂົາ​ ​ໄດ້ບຸກ
​ເຂົ້າ​ໄປ​ໃນ​ເມືອງ ​ແລະ​ຕໍ່​ມາ​ໄດ້​ເຊັນ​ຂໍ້​ຕົກລົງ ​ທີ່​ຮຽກຮ້ອງ​ໃຫ້​ຈັດຕັ້ງ
ລັດຖະບານຊຸດ​ໃໝ່ຂຶ້ນ.

​ແຕ່​ຄວາມ​ຮຸນ​ແຮງ ​ໃນ​ນະຄອນຫລວງ ​ແລະ ​ໃນບໍລິ​ເວນ​ອື່ນໆ
ຂອງ​ເຢ​ເມັນ ​ຍັງ​ມີ​ຢູ່​ເລື້ອຍມາ ​ຂະນະ​ທີ່​ພວກ​ກະບົດ ​ແລະ ກຸ່ມ
ອື່ນໆ ລວມທັງ ພວກ​ຫົວ​ຮຸນ​ແຮງ al-Qaida ຢູ່​ໃນ​ແຫຼມອາຣັບ
​ກຳລັງ​ສູ້​ລົບ​ກັນ​ເພື່ອ​ຊີງ​ເອົາ​ອຳນາດ​ໃນ​ປະ​ເທດ​ດັ່ງກ່າວ ທີ່ຕົກຢູ່
ໃນສະພາບປັ່ນປ່ວນມາ ​ຕັ້ງ​ແຕ່ ຜູ້ນຳ​ຂອງ​ປະ​ເທດ​ເປັນເວລາ​ຍາວນານ ໄດ້​ຖືກ​ຂັບ​ໄລ່​ອອກ ເມື່ອ 3 ປີ​ກ່ອນເປັນຕົ້ນມາ.​

YEMEN VIOLENCE VIDEO
please wait
Embed

No media source currently available

0:00 0:01:05 0:00

XS
SM
MD
LG