ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກ​ຫົວ​ຮຸນ​ແຮງ​ຮູ​ຕີ ຍັງ 'ບໍ່​ມີ​ຮ່ອງ​ຮອຍ" ໃນ​ການ​ຟັງ​ຄຳ​ເຕືອນ ຂອງ​ສະ​ຫະ​ລັດ


ແຟ້ມ - ພົນ​ເຮືອ​ໂທ ແບ​ຣດ ຄູ​ເປີ ຜູ້​ບັນ​ຊາ​ການກອ​ງ​ທັບ​ເຮືອ​ທີ 5 ຂອງ​ສະ​ຫະ​ລັດ ທີ່​ບາ​ຫ​ເຣນ ກ່າ​ວ​ວ່າ ຍັງ "ບໍ່​ມີ​ຮ່ອງ​ຮອຍ" ໃນ​ການ​ສິ້ນ​ສຸດ​ລົງ "ຂອງ​ການ​ປະ​ພຶດ​ທີ່​ຂາດ​ຄວາມ​ຮັບ​ຜິດ​ຊອບ" ຢູ່​ທະ​ເລ​ແດງ.
ແຟ້ມ - ພົນ​ເຮືອ​ໂທ ແບ​ຣດ ຄູ​ເປີ ຜູ້​ບັນ​ຊາ​ການກອ​ງ​ທັບ​ເຮືອ​ທີ 5 ຂອງ​ສະ​ຫະ​ລັດ ທີ່​ບາ​ຫ​ເຣນ ກ່າ​ວ​ວ່າ ຍັງ "ບໍ່​ມີ​ຮ່ອງ​ຮອຍ" ໃນ​ການ​ສິ້ນ​ສຸດ​ລົງ "ຂອງ​ການ​ປະ​ພຶດ​ທີ່​ຂາດ​ຄວາມ​ຮັບ​ຜິດ​ຊອບ" ຢູ່​ທະ​ເລ​ແດງ.

ພວກຫົວ​ຮຸນ​ແຮງ​ຮູ​ຕີ​ປາ​ກົດ​ວ່າ​ບໍ່​ເອົາ​ຫົວ​ຊາ​ຕໍ່​ການ​ເຕືອນ​ຂອງ​ສະ​ຫະ​ລັດ​ກ່ຽວ​ກັບ​ການ​ໂຈມ​ຕີ​ຊ້ຳ​ແລ້ວ​ຊ້ຳ​ອີກ​ຂອງ​ພວກ​ເຂົາ ຕໍ່​ກຳ​ປັ່ນ​ໃນ​ທະ​ເລ​ແດງ ຊຶ່ງ​ໃນ​ວັນ​ພະ​ຫັດ​ວານນີ້​ໄດ້​ສົ່ງ​ໂດ​ຣນ​ທະ​ເລ ເຂົ້າ​ມາ​ໃກ້​ກັບ​ກຳ​ປັ່ນ​ການ​ຄ້າ​ແລະ​ກຳ​ປັ່ນ​ລົບ​ຂອງ​ອາ​ເມ​ຣິ​ກັນ ພຽງ​ບໍ່​ເທົ່າ​ໃດ​ໄມ​ລ໌ ກ່ອນ​ທີ່​ຈະ​ລະ​ເບີດ.

ເຈົ້າ​ໜ້າ​ທີ່ກອງ​ທັບ​ເຮື​ອຂອງ​ສະ​ຫະ​ລັດ​ ກ່າວ​ວ່າ ອັນ​ທີ່​ເອີ້ນ​ວ່າ ເຮືອ​ທີ່​ແລ່ນ​ເທິງ​ໜ້າ​ນ້ຳ​ບໍ່​ມີ​ຄົນ​ຂັບຫຼື​ໂດ​ຣນ​ທະ​ເລ ໄດ້​ຖືກ​ສົ່ງ​ຈາກ​ດິນ​ແດນ​ທີ່​ຄວບ​ຄຸມ​ໂດຍ​ກຸ່ມ​ຫົວ​ຮຸນ​ແຮງ​ຮູ​ຕີ ໃນ​ເຢ​ເມນ ປະ​ມານ 50 ໄມ​ລ໌ ເຂົ້າ​ໄປ​ໃນ​ເສັ້ນ​ທາງ​ເດີນ​ເຮືອ​ກ່ອນ​ເກີດ​ການ​ລະ​ເບີດ​ຂຶ້ນ. ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງວ່າ ແມ່ນ​ໃຜ​ຫຼື​ແມ່ນ​ຫຍັງ​ ເປັນ​ເປົ້າ​ທີ່​ພວກ​ຮູ​ຕີ ​ພະ​ຍາ​ຍາມ​ຈະ​ໂຈມ​ຕີ ແລະ​ກ່າວ​ຕື່ມ​ວ່າ ເຫດ​ລະ​ເບີດ ​ບໍ່​ໄດ້​ສ້າງ​ຄວາມ​ເສຍ​ຫາຍ ​ຫຼື​ເຮັດ​ໃຫ້​ມີ​ການ​ບາດ​ເຈັບ​ໃດໆ.

“ບໍ່​ມີ​ຮ່ອງ​ຮອຍ​ໃດໆ ​ທີ່​ສະ​ແດງ​ໃຫ້​ເຫັນ​ວ່າ ​ການ​ປະ​ພຶດ​ທີ່​ຂາດ​ຄວາມ​ຮັບ​ຜິດ​ຊອບ ​ຂອງ​ພວກ​ເຂົາ ​ໄດ້ຫຼຸດ​ລົງ” ພົນ​ເຮືອ​ໂທ​ແບ​ຣດ ຄູ​ເປີ ຜູ້​ບັນ​ຊາ​ການ​ໜ່ວຍ​ປະ​ຕິ​ບັດ​ງານກອງ​ທັບ​ເຮືອ​ສະ​ຫະ​ລັດ​ໃນ​ພາກ​ຕາ​ເວັນ​ອອກ​ກາງ ກ່າວ​ຕໍ່​ພວກ​ນັກ​ຂ່າວ.

“ເສັ້ນ​ທາງ​ການ​ເດີນ​ເຮືອ​ ຢູ່​ໃນ​ຂົງ​ເຂດນີ້ ແມ່ນ​ແໜ້ນ​ໜາ​ຫຼາຍ” ພົນ​ເຮືອ​ໂທ​ຄູ​ເປີ ກ່າວ​ຕື່ມ. “ການ​ໂຈມ​ຕີ​ເຫຼົ່າ​ນີ້​ຂອງ​ພວກ​ຮູ​ຕີ ແນ່ນອນ ແມ່ນ​ເພື່ອ​ສ້າງ​ຄວາມ​ບໍ່​ທຸ່ນ​ທ່ຽງ ແລະ​ຂັດ​ກັບ​ກົດ​ໝາຍ​ລະ​ຫວ່າງ​ປະ​ເທດ ແລະ​ເປັນ​ທີ່​ຈະ​ແຈ້ງ ດັ່ງ​ທີ່​ຫຼາຍໆ​ຄົນ​ໄດ້​ກ່າວ​ ຕ້ອງ​ຢຸດ​ເຊົາ​ໃນ​ທັນ​ທີ.”

ນັບ​ແຕ່​ເດືອນ​ພະ​ຈິກ​ເປັນ​ຕົ້ນ​ມາ ພວກ​ຫົວ​ຮຸນ​ແຮງ​ຮູ​ຕີ ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກ​ອີ​ຣ່ານ ໄດ້​ທຳ​ການ​ໂຈມ​ຕີ 25 ຄັ້ງ​ຕໍ່​ກຳ​ປັ່ນ​ທີ່​ແລ່ນ​ຜ່ານ​ທະ​ເລ​ແດງ ໂດຍ​ອ້າງວ່າ

​ກຳ​ປັ່ນ​ເຫຼົ່າ​ນີ້ ມີ​ການ​ພົວ​ພັນ​ກັບ​ອິ​ສ​ຣາ​ແອ​ລ ແລະ​ການ​ໂຈມ​ຕີ​ແມ່ນ​ເພື່ອ​ສະ​ໜັບ​ສະ​ໜຸນ​ຊາວ​ປາ​ແລັ​ສ​ໄຕ​ນ໌​ໃນ​ເຂດ​ກາ​ຊາ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG