ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຫົວຮຸນແຮງຮູຕີ ຍິງລູກສອນໄຟ ຕໍ່ຕ້າກຳປັ່ນຕື່ມອີກ 6 ລູກ ເຂົ້າໄປໃນທະເລແດງ


ລູກສອນໄຟ ທອມມາຮັອກໂຈມຕີພື້ນດິນ Tomahawk ຫຼື (TLAM) ຖືກຍິງອອກຈາກກຳປັ່ນພິຄາດ ຕິດລູກສອນໄຟນຳວິຖີ ຂອງກອງທັບເຮືອສະຫະລັດ USS Gravely ໃສ່ເປົ້າໝາຍ ອັນທີ່ກອງທັບສະຫະລັດ ອະທິບາຍວ່າ ເປັນເປົ້າໝາຍຕ່າງໆຂອງກຸ່ມຮູຕີໃນເຢເມນ, ວັນທີ 3 ກຸມພາ 2024. (U.S. Central Command/Handout via Reuters)
ລູກສອນໄຟ ທອມມາຮັອກໂຈມຕີພື້ນດິນ Tomahawk ຫຼື (TLAM) ຖືກຍິງອອກຈາກກຳປັ່ນພິຄາດ ຕິດລູກສອນໄຟນຳວິຖີ ຂອງກອງທັບເຮືອສະຫະລັດ USS Gravely ໃສ່ເປົ້າໝາຍ ອັນທີ່ກອງທັບສະຫະລັດ ອະທິບາຍວ່າ ເປັນເປົ້າໝາຍຕ່າງໆຂອງກຸ່ມຮູຕີໃນເຢເມນ, ວັນທີ 3 ກຸມພາ 2024. (U.S. Central Command/Handout via Reuters)

ພວກຫົວຮຸນແຮງຮູຕີທີ່ໜຸນຫຼັງໂດຍອີຣ່ານ ອີກຄັ້ງນຶ່ງບໍ່ຫົວຊານຳການຮຽກຮ້ອງຂອງສະຫະລັດ ໃຫ້ຢຸດເຊົາການໂຈມຕີຕໍ່ກຳປັ່ນຢູ່ໃນເສັ້ນທາງແລ່ນເຮືອສາກົນ ຫຼືບໍ່ດັ່ງນັ້ນ ຈະປະເຊີນກັບຜົນທີ່ຕິດຕາມມາ ຊຶ່ງໃນຄັ້ງນີ້ ພວກເຂົາກໍໄດ້ຍິງລູກສອນໄຟຕໍ່ຕ້ານກຳປັ່ນ 6 ລູກຈາກພື້ນທີ່ຕ່າງໆຂອງເຢເມນ ທີ່ຄວຍຄຸມໂດຍກຸ່ມຮູຕີ ເຂົ້າໄປໃນທະເລແດງ ແລະອ່າວອາເດັນ.

ສູນບັນຊາການຂອງສະຫະລັດໃນເຂດຕາເວັນອອກກາງ ຫຼື CENTCOM ໄດ້ກ່າວໃນຕອນແລງວັນອັງຄານວ່າ ນຶ່ງໃນຈຳນວນລູກສອນໄຟດັ່ງກ່າວ ເຮັດໃຫ້ກຳປັ່ນຕິດທຸງຂອງເກາະມາຣໂຊລ ຊຶ່ງປະເທດກຣິສ ເປັນເຈົ້າຂອງແລະດຳເນີນການກຳປັ່ນບັນທຸກ ຊື່ວ່າ MV Star Nasia ຢູ່ໃນອ່າວ​ເອເດັນ ໄດ້ຮັບຄວາມເສຍຫາຍເລັກນ້ອຍ ໃນຂະນະດຽວກັນ ລູກສອນໄຟອີກລູກນຶ່ງ ໄດ້ຕົກລົງໃນທະເລໃກ້ກັບກຳປັ່ນດັ່ງກ່າວ. ກອງກຳລັງຂອງສະຫະລັດ ໄດ້ຍິງລູກສອນໄຟລູກທີສາມຕົກ ຢູ່ໃນບໍລິເວນດຽວ​ກັນ.

ບໍ່ມີລາຍງານກ່ຽວກັບການບາດເຈັບໃດໆ ແລະກຳປັ່ນລຳນຶ່ງ ສາມາດສືບຕໍ່ແລ່ນໄປຍັງຈຸດໝາຍປາຍທາງ ອີງຕາມຖະແຫລງການຂອງ CENTCOM ທີ່ໄດ້ກ່າວ.

ໃນພາກໃຕ້ຂອງທະເລແດງ CENTCOM ໄດ້ກ່າວວ່າ ລູກສອນໄຟສາມລູກ ເປັນໄປໄດ້ສູງ ກຳລັງແນເປົ້າໃສ່ກຳປັ່ນຕິດທຸງ ບາຣເບໂດສ ຊຶ່ງສະຫະຣາຊະອານາຈັກ ເປັນເຈົ້າຂອງກຳປັ່ນສິນຄ້າ ຊື່ວ່າ MV Morning Tide ນັ້ນ ກໍໄດ້ຕົກລົງໃນທະເລໂດຍບໍ່ໄດ້ສ້າງຄວາມເສຍຫາຍໃດໆເລີຍ.

ການຍິງຄັງຫຼ້າສຸດຂອງກຸ່ມຮູຕີ ມີຂຶ້ນຂະນະທີ່ ບົດລາຍງານທີ່​ຫາ​ກໍ​ຖືກ​ເປີດ​ເຜີຍ​ໂດຍອົງການສືບລັບດ້ານການປ້ອງກັນຊາດ ໃນວັນອັງຄານວານນີ້ ໄດ້ຢືນຢັນວ່າ ພວກຫົວຮຸນແຮງຮູຕີ ໃນເຢເມນ ໄດ້ໃຊ້ລູກສອນໄຟແລະເຮືອບິນບໍ່ມີຄົນຂັບ ຫຼື ໂດຣນ ທີ່ຜະລິດໂດຍອີຣ່ານຫຼາກຫຼາຍປະເພດ ໃນການໂຈມຕີເມື່ອມໍ່ໆມານີ້ຂອງຕົນຢູ່ທົ່ວພາກພື້ນ.

Iranian-backed Houthi militants have once again ignored U.S. calls to stop attacking international shipping lanes or face consequences, this time firing six anti-ship missiles from Houthi-controlled areas of Yemen into the Red Sea, a U.S. official tells VOA.

The official, who spoke on the condition of anonymity, said U.S. naval forces had shot at least one of the missiles down on Tuesday, with others falling into the sea.

There were no reported injuries, and the ship was able to continue toward its destination, CENTCOM said in a statement.

In the southern Red Sea, CENTCOM said three missiles likely targeting the Barbados-flagged, UK-owned cargo ship MV Morning Tide landed in the water without causing any damage.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG