ກຸ່ມກະບົດຮູຕີ ໃນເຢເມນ ໄດ້ກ່າວໃນວັນອັງຄານມື້ນີ້ວ່າ ພວກເຂົາໄດ້ໂຈມຕີຄັງອາວຸດ ໃນເມືອງ Najran ທາງພາກໃຊ້ຂອງຊາອຸດີ.
ໂຄສົກຂອງກອງກຳລັງປະສົມ ທີ່ນຳພາໂດຍຊາອຸດີ ທີ່ສູ້ລົບກັບກຸ່ມກະບົດຮູຕີໃນເຢເມນ ໄດ້ກ່າວວ່າ ການໂຈມຕີດັ່ງກ່າວນີ້ ແມ່ນພົວພັນກັບໂດຣນ ຫຼືເຮືອບິນທີ່ບໍ່ມີຄົນຂັບ ທີ່ໄດ້ນຳເອົາລະເບີດໄປຖິ້ມໃສ່ສະຖານທີ່ ທີ່ນຳໃຊ້ໂດຍພວກພົນລະເຮືອນນັ້ນ.
ລາຍງານຂອງຊາອຸດີ ນັ້ນແມ່ນບໍ່ໄດ້ກ່າວເຖິງ ການບາດເຈັບລົ້ມຕາຍ ແຕ່ຢ່າງໃດເລີຍ.
ໃນວັນຈັນວານນີ້ ຊາອຸດີ ອາຣາເບຍ ໄດ້ກ່າວວ່າ ຕົນໄດ້ຍິງສະກັດກັ້ນ ລູກສອນໄຟ 2 ລູກຂອງກຸ່ມກະບົດຮູຕີ ທີ່ໄດ້ຍິງໄປຈາກເຢເມນ ແລະສາມາດຍິງທຳລາຍລູກນຶ່ງໄດ້ ທີ່ເມືອງ Taif ແລະອີກລູກນຶ່ງ ທີ່ເມືອງ Jiddah.
ກຸ່ມກະບົດຮູຕີ ໄດ້ປະຕິເສດ ຕໍ່ການຍິງຈະຫຼວດໃດໆນັ້ນ.
ກຸ່ມກະບົດຮູຕີ ໄດ້ເຂົ້າຍຶດເອົານະຄອນຫຼວງຂອງເຢເມນ ໃນທ້າຍປີ 2014 ໃນການສູ້ລົບ ທີ່ໄດ້ຂັບໄລ່ປະທານາທິບໍດີເຢເມນ ໄປຍັງຊາອູດີ ອາຣາເບຍ. ຊາວອຸດີ ຕອບໂຕ້ດ້ວຍການຕັ້ງກອງກຳລັງປະສົມ ເພື່ອສະໜັບສະໜຸນລັດຖະບານ ແລະໄດ້ທຳການໂຈມຕີທາງອາກາດ ແລະການປະຕິບັດງານທາງທະຫານອື່ນໆ ຕໍ່ຕ້ານກຸ່ມກະບົດຮູຕີ ນັບຕັ້ງແຕ່ປີ 2015 ເປັນຕົ້ນມາ.
ບັນຫາຂັດແຍ້ງດັ່ງກ່າວ ໄດ້ເຮັດໃຫ້ຫຼາຍພັນຄົນເສຍຊີວິດ ແລະເຮັດ ໃຫ້ວິກິດ ການດ້ານມະນຸດສະທຳຊຸດໂຊມລົງ ໂດຍທີ່ພວກຜູ້ຄົນຈຳນວນຫຼວງຫຼາຍຕ້ອງ ການຄວາມຊ່ອຍເຫຼືອທາງດ້ານອາຫານການກິນ.