ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກະບົດ Houthi ຍັງບໍ່ຖອນກຳລັງ ຫຼັງຈາກ ໄດ້ຕົກລົງ ກັບ ປະທານາທິບໍດີ ເຢເມນ ແລ້ວ


ປະທານາທິບໍດີເຢເມນ ທ່ານ Abd Rabbo Mansour Hadi
ປະທານາທິບໍດີເຢເມນ ທ່ານ Abd Rabbo Mansour Hadi

ພວກທີ່ເຫັນເຫດການກ່າວວ່າ ກະບົດ Houthi ຍັງພາການເຕົ້າ
ໂຮມກຳລັງ ຢູ່ນອກບ້ານພັກ ແລະທຳນຽບ ຂອງປະທານາທິບໍດີ
ເຢເມນ ນຶ່ງມື້ຫລັງຈາກທັງສອງຝ່າຍ ໄດ້ຕົກລົງ ທີ່ຈະຍຸດຕິການ
ປະເຊີນໜ້າກັນ ຢູ່ໃນນະຄອນຫຼວງຂອງປະເທດ.

ຂໍ້ຕົກລົງດັ່ງກ່າວ ຮຽກຮ້ອງໃຫ້ພວກກະບົດຖອນກຳລັງອອກໄປ
ແລະປ່ອຍເສນາທິການ ຂອງປະທານາທິບໍດີ Abd Rabbuh
Mansour Hadi ທີ່ຍັງຖືກພວກກະບົດຄວບຄຸມໂຕໄວ້ຢູ່ໃນວັນ
ພະຫັດມື້ນີ້.

ທ່ານ Hadi ໄດ້ອອກຖະແຫຼງການສະບັບນຶ່ງ ໃນວັນພຸດວານນີ້
ໂດຍໃຫ້ຄຳໝັ້ນສັນຍາ ທີ່ຈະຍົກເລີກຂໍ້ສະເໜີ ເພື່ອປ່ຽນແປງ ລັດຖະທຳມະນູນ ທີ່ພວກ Houthi ຄັດຄ້ານແລະກ່າວວ່າ ພວກ Houthi ແລະບັນດາສະມາຊິກຂອງຂອງຂະບວນ ການແບ່ງແຍກດິນແດນ Hirak ທີ່ຢູ່ທາງພາກໃຕ້ຂອງປະເທດມີສິດທີ່ຈະຖືກແຕ່ງຕັ້ງໃຫ້ ເຂົ້າຮັບໜ້າທີ່ ຢູ່ໃນທຸກສະຖາບັນຂອງລັດຖະບານ.

ການສະໜັບສະໜຸນຂອງທ່ານ ຕໍ່ການເປີດກວ້າງຫລາຍຂຶ້ນໃນເຢເມນ ມີຂຶ້ນຫຼັງຈາກໄດ້ ເກີດຄວາມຮຸນແຮງ 3 ມື້ ທີ່ນະຄອນຫຼວງ Sana’a ຊຶ່ງໄດ້ສ້າງຄວາມວິຕົກກັງວົນ ໃຫ້ແກ່ ນາໆຊາດນັ້ນ.

ພວກກະບົດ Houthi ໄດ້ເຂົ້າຄວບຄຸມ ນະຄອນຫລວງຂອງເຢເມນ ເມື່ອເດືອນກັນຍາປີ ກາຍ ໂດຍໄດ້ທຳການເຄື່ອນໄຫວ ກາຍເຂດທີ່ພວກເຂົາເຄີຍກໍ່ກະບົດມາແຕ່ກ່ອນ ຢູ່ໃນ ພາກເໜືອຂອງປະເທດ. ສ່ວນພວກແບ່ງແຍກດິນແດນກໍຍັງສືບຕໍ່ກົດດັນຄວາມຮຽກຮ້ອງ ຕ້ອງການຂອງຕົນ ຢູ່ໃນເຂດພາກໃຕ້ ຂະນະທີ່ພວກຫົວຮຸນແຮງຈາກກຸ່ມອາລກາອີດາໃນ ແຫຼມອາຣາເບຍ ກໍຍັງສືບຕໍ່ປະຕິບັດງານ ຢູ່ໃນປະເທດດັ່ງກ່າວ.

US: Yemen President Hadi Still Legitimate Leader
please wait

No media source currently available

0:00 0:02:29 0:00

XS
SM
MD
LG