ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ເຢເມນ ຫຼົບໜີ ຈາກທຳນຽບ ໃນຂະນະທີ່ ພວກກະບົດ ສືບຕໍ່ ບຸກລົງໃຕ້


ກຸ່ມຫົວຮຸນແຮງ ທີ່ຈົງຮັກພັກດີຕໍ່ ປ. Abd-Rabbu Mansour Hadi ຍົກຍ້າຍລົດຖັງ ຈາກຖານທັບອາກາດ al-Anad ໃນແຂວງ Lahej ໃນພາກໃຕ້ ວັນທີ 24 ມີນາ 2015.
ກຸ່ມຫົວຮຸນແຮງ ທີ່ຈົງຮັກພັກດີຕໍ່ ປ. Abd-Rabbu Mansour Hadi ຍົກຍ້າຍລົດຖັງ ຈາກຖານທັບອາກາດ al-Anad ໃນແຂວງ Lahej ໃນພາກໃຕ້ ວັນທີ 24 ມີນາ 2015.

ເຈົ້າ​ໜ້າ​ທີ່​ເຢ​ເມັນ​ ກ່າວ​ວ່າ ປະທານາທິບໍດີ Abd-Rabbu
Mansour Hadi ​ໄດ້​ຫລົບ​ໜີ​ອອກ​ຈາກ ທຳນຽບປະທານາທິ
ບໍດີ ໃນນະຄອນ​ເອ​ເດັນ ທາງ​ພາກ​ໃຕ້​ຂອງ​ປະ​ເທດ ​ໄປ​ລີ້​ໄພ​
ຢູ່​ບ່ອນ​ທີ່​ບໍ່​ໄດ້​ເປີດ​ເຜີຍ​ໃຫ້​ຮູ້ ​ໃນ​ເມືອງ​ດັ່ງກ່າວ ​ໃນ​ວັນ​ພຸດ​ມື້​ນີ້
ໃນ​ຂະນະ​ທີ່​ພວກະບົດ Houthi ສື​ບຕໍ່ບຸກຄືບ​ໜ້າໄປ​ຍັງ​ພາກ​
ໃຕ້​. ແຕ່​ພວກ​ເຈົ້າ​ໜ້າ​ທີ່​ປະຕິ​ເສດ​ ຕໍ່​ລາຍ​ງານ​ຂ່າວກ່ອນ​ໜ້າ​ນີ້
​ທີ່​ເວົ້າວ່າ ທ່ານ Hadi ໄດ້​ຫລົບໜີ​ອອກ​ຈາກເມືອງ​ໄປ​ແລ້ວ​ນັ້ນ.

ປະທານາທິບໍດີ Hadi ​ໄດ້ຫລົບ​ໜີ​ໄປ​ລີ້​ໄພ​ຢູ່ນະຄອນເອ​ເດັນ
ໃນເດືອນແລ້ວ​ນີ້ ​ຫຼັງ​ຈາກທ່ານ​ຫລົບໜີ​ຈາກ​ການຖືກ​ພວກ
Houthi ກັກ​ບໍລິ​ເວນ ຢູ່​ໃນ​ນະຄອນຫລວງ Sana’a. ທ່ານ
Hadi ຫລົບໜີ​ໄປ ຢູ່ເມືອງ​ດັງ​ກ່າວ ທີ່​ຕັ້ງ​ຢູ່​ແຄມ​ອ່າວ​ເອ​ເດັນນັ້ນ ​ເພື່ອ​ພະຍາຍາມ​ຈັດ​ຕັ້ງ​ລັດຖະບານ​ຂອງ​ທ່ານ​ຂຶ້ນ​ຢູ່​ທີ່​ນັ້ນ.

ພວກ​ກະບົດ​ Houthi ໄດ້​ເຂົ້າຍຶດ​ເອົາ​ເມືອງ​ຫລວງ Sana’a ​ໃນ​ເດືອນ​ກັນຍາ​ຜ່ານ​ມາ
​ແລະໄດ້​ບຸກຄື​ບໜ້າ​ລົງ​ໃຕ້ ໄປ​ຍັງ​ເມືອງ​ເອ​ເດັນ. ລາຍ​ງານ​ຂ່າວ​ເວົ້າ​ວ່າ​ທ່ານ Hadi ​ໄດ້​
ຫລົບໜີ​ຈາກເມືອງ​ເອ​ເດັນ ຫລັງ​ຈາກ​ພວກ​ກະບົດ ​ເຂົ້າ​ຄວບ​ຄຸມ​ຖານ​ທັບ​ອາກາດ Al-
Anad ​ທີ່​ສຳຄັນ​ ທີ່​ຕັ້ງ​ຢູ່​ໄກ​ຈາກ​ເອ​ເດັນ ​ໄປ​ທາງ​ທິດ​ເໜືອ ປະມານ 60 ຫລັກຫຼັງ​ຈາກ
​ມີ​ການ​ປະ​ທະ​ກັນ​ຫຼາຍ​ບັ້ນ ກັບ​ພວກ​ກຳລັງ​ທີ່​ຈົງ​ຮັກ​ພັກດີ ​ຕໍ່​ປະທານາທິບໍດີ Hadi.

ແຜນທ່ີເມືອງ Aden ປະເທດເຢເມັນ
ແຜນທ່ີເມືອງ Aden ປະເທດເຢເມັນ

ຖານ​ທັບ​ອາກາດ Al-Anad ​ໄດ້​ເປັນ​ສະຖານ​ທີ່ ດ້ານ​ການ​ສືບ​
ລັບທີ່ສຳຄັນ ​ແຫ່ງ​ໜຶ່ງ​ທີ່​ພວກ​ພະນັກງານສະຫະລັດ​ ໃຊ້​ເປັນ
​ບ່ອນ​ສົ່ງ​ເຮືອບິນ​ບໍ່ມີຄົນ​ຂັບ​ຫຼື drone ​ໄປ​ໂຈມ​ຕີ​ເປົ້າ​ໝາຍ​
ຂອງ​ພວກ​ຫົວ​ຮຸນ​ແຮງ​ຈາກ​ກຸ່ມ Al-Qaida ໃນ​ແຫຼມ​ອາ​ເຣ
ເບຍ ທີ່ມີ​ຖານ​ປະຕິບັດ​ງານ​ຢູ່​ໃນ​ເຢ​ເມນນັ້ນ.

ສະຫະລັດ ​ປະກາດ​ໃຫ້​ຮູ້​ໃນ​ວັນ​ເສົາ​ຜ່ານ​ມາ​ນີ້​ວ່າ ພວກ​ພະນັກ
ງານ​ຂອງ​ສະຫະລັດ​ທັງ​ໝົດ​ ໄດ້​ໜີ​ອອກ​ຈາກ​ເຢ​ເມັນແລ້ວ ຍ້ອນ​ສະຖານ​ການດ້ານ​ຄວາມປອດ​ໄພ​ຢູ່​ທີ່​ນັ້ນ ​ກຳລັງ​ຊຸດ​ໂຊມ​ລົງ.

ທ່ານ Hadi ​ໄດ້​ຮຽກຮ້ອງ​ໄປ​ຍັງ​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ​ໃນ​ວັນ​ອັງຄານ​
ວານ​ນີ້ ​ໃຫ້ອະນຸມັດການໃຊ້ກຳລັງ​ທະຫານ​ເຂົ້າ​ແຊກ​ແຊງ ​ເພື່ອ​ຍຸດຕິ​ການ​ບຸກ​ຄືບ​ໜ້າ​
ຂອງ​ພວກ​ກະບົດ Houthi ນັ້ນ.

Yemen Politics
please wait
Embed

No media source currently available

0:00 0:02:24 0:00

XS
SM
MD
LG