ເຈົ້າຄອງນະຄອນ ຮີວສຕັນ ຂອງລັດ ເທັກຊັດ ທ່ານ Sylvester Turner ຢາກໃຫ້ໂລກ
ຮູ້ວ່າ ເມືອງນີ້ “ເປີດທຸລະກິດຄືນແລ້ວ” ໃນຂະນະທີ່ຕົນກຳລັງມ້ຽນມັດ ແລະປະເມີນ
ຄວາມເສຍຫາຍ ຈາກພາຍຸເຮີຣິເຄນ Harvey ຢູ່ນັ້ນ.
ທ່ານ Turner ໄດ້ກ່າວ ໃນລາຍການ Face the Nation ຂອງໂທລະພາບ CBS ໃນ
ວັນອາທິດວານນີ້ວ່າ “ຜູ້ໃດທີ່ໄດ້ວາງແຜນວ່າຈະມາ ປະຊຸມ ຫຼື ງານຊຸມນຸມ ຫຼື ການ ແຂ່ງຂັນກິລາ ຫຼື ການສະແດງຄອນເສີດ ທ່ານກໍຈະສາມາດມາເມືອງນີ້ໄດ້. ພວກເຮົາ
ຍັງຢາກໃຫ້ທ່ານມາ. ພວກເຮົາສາມາດເຮັດຫຼາຍສິ່ງຫຼາຍຢ່າງໄດ້ ໃນເວລາດຽວກັນ.”
ແຕ່ສຳລັບຫຼາຍໆຄົນ ທີ່ຄຸ້ມບ້ານຂອງພວກເຂົາເຈົ້າ ຍັງຈົມນ້ຳຢູ່ນັ້ນ ຄຳເວົ້າຂອງທ່ານ
ເທີນເນີ ທີ່ວ່າ ໃຫ້ໜີອອກໄປ ກໍແມ່ນຍັງໃຊ້ໄດ້ຢູ່.
ໜ່ວຍວິສະວະກຳຂອງກອງທັບບົກ ສະຫະລັດ ວາງແຜນວ່າຈະປ່ອຍນ້ຳອອກຈາກອ່າງ
ນ້ຳລົ້ນ ສອງແຫ່ງ ຢູ່ໃນພາກຕາເວັນຕົກ ຂອງນະຄອນ ຮີວສຕັນ ເພື່ອປ້ອງກັນບໍ່ໃຫ້
ເຂື່ອນແຕກ. ມາດຕະການນີ້ ຈະເປັນການເຈາະຈົງ ເຮັດໃຫ້ນ້ຳຖ້ວມເຮືອນຊານຫຼາຍ
ເຖິງ 20,000 ຫລັງຄາເຮືອນ. ທ່ານເທີນເນີ ກ່າວວ່າ ຜູ້ໃດທີ່ບໍ່ຍິນຍອມອອກໄປ ແມ່ນ
ບໍ່ພຽງແຕ່ ມັນຈະເປັນການເອົາຊີວິດ ຂອງພວກເຂົາເຈົ້າ ສ່ຽງໄພອັນຕະລາຍ ແຕ່ມັນຍັງ
ຈະເຮັດໃຫ້ຊີວິດຂອງພວກກູ້ໄພເບື້ອງຕົ້ນ ເປັນອັນຕະລາຍນຳ.
ໃນວັນອາທິດວານນີ້ ເຊັ່ນດຽວກັນ ພວກພະນັກງານດັບໄຟ ໄດ້ເລີ້ມຕົນ ທຳການຄວບຄຸມ
ເຜົາພວກລົດພ່ວງທີ່ບັນທຸກວັດຖຸທີ່ເປັນພິດ ຢູ່ທີ່ໂຮງງານສານເຄມີ Arkerma ໃນເມືອງ
Crosby ຂອງລັດ Texas ທີ່ຢູ່ໃກ້ໆກັບນະຄອນ ຮີວສຕັນນັ້ນຖິ້ມ.
ສະຖານທີ່ເກັບຮັກສາສານເຄມີຫຼາຍແຫ່ງ ຢູ່ທີ່ໂຮງງານດັ່ງກ່າວ ໄດ້ລະເບີດຂຶ້ນ ແລະ
ໄດ້ເກີດໄຟໄໝ້ ເມື່ອສັບປະດາແລ້ວນີ້ ຫຼັງຈາກພາຍຸ ໄດ້ທຳລາຍລະບົບຮັກສາຄວາມເຢັນ
ທີ່ມີໜ້າທີ່ປ້ອງກັນບໍ່ໃຫ້ເກີດໄຟໄໝ້ນັ້ນ.
ປະຊາຊົນຢູ່ຄຸ້ມບ້ານຕ່າງໆ ໃນບໍລິເວນໃກ້ຄຽງໂຮງງານດັ່ງກ່າວ ໄດ້ຖືກຍົກຍ້າຍອອກໄປ
ແລະ ອົງການປົກປ້ອງສິ່ງແວດລ້ອມ ກ່າວວ່າ ການເຜົາດ້ວຍເຈດຕະນາ ແມ່ນມີຈຸດປະສົງ ເພື່ອຫລີກເວັ້ນ “ຄວາມສ່ຽງ ຂອງຄວາມເສຍຫາຍເພີ່ມເຕີມ ຕໍ່ສະຖານທີ່ດັ່ງກ່າວ ໂດຍບໍ່
ໃຫ້ແພ່ລາມໄປບໍລິເວນອ້ອມແອ້ມ.”