ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະພາສູງ ສະຫະລັດ ຮັບຜ່ານຮ່າງກົດໝາຍ ວ່າດ້ວຍງົບປະມານໃຊ້ຈ່າຍ ເພື່ອຫຼີກລ່ຽງການປິດລັດຖະບານ


ແສງໄຟທີ່ອອກມາຈາກຫໍລັດຖະສະພາ ຫຼື Capitol Dome ກຳລັງສ່ອງປະກາຍ ຢູ່ໃນນະຄອນຫຼວງວໍຊິງຕັນ ຂອງສະຫະລັດ, ວັນທີ 6 ຕຸລາ 2021.
ແສງໄຟທີ່ອອກມາຈາກຫໍລັດຖະສະພາ ຫຼື Capitol Dome ກຳລັງສ່ອງປະກາຍ ຢູ່ໃນນະຄອນຫຼວງວໍຊິງຕັນ ຂອງສະຫະລັດ, ວັນທີ 6 ຕຸລາ 2021.

ສະພາສູງສະຫະລັດ ໄດ້ຮັບຜ່ານຮ່າງກົດໝາຍວ່າດ້ວຍງົບປະມານໃຊ້ຈ່າຍ ໃນວັນພະຫັດວານນີ້ ​ເພື່ອຫລີກລ່ຽງ​ບໍ່​ໃຫ້​ມີການປິດລັດຖະບານ ແລະຈະມີທຶນໃຊ້ຈ່າຍສຳລັບລັດຖະບານກາງ ໃນໄລຍະສັ້ນ ຈົນເຖິງວັນທີ 18 ກຸມພາ ຫຼັງຈາກທີ່ບັນດາຜູ້ນຳຂອງສະພາສູງ ໄດ້ຜ່ອນຄາຍການປະເຊີນໜ້າກັນຈາກທັງສອງພັກການເມືອງ ກ່ຽວກັບການສັ່ງໃຫ້ສັກຢາວັກຊີນຂອງລັດຖະບານກາງ. ມາດຕະການດ້ານງົບປະມານດັ່ງກ່າວ ບັດນີ້ຈະຖືກສົ່ງໄປໃຫ້ ປະທານາທິບໍດີ ໂຈ ໄບເດັນ ເພື່ອລົງນາມ ໃຫ້ເປັນກົດໝາຍ ອີງຕາມລາຍງານຂອງອົງການຂ່າວເອພີ.

ກ່ອນໜ້ານີ້ນຶ່ງວັນ ບັນດາຜູ້ນຳຂອງສະພາຕ່ຳ ໄດ້ປະກາດວ່າ ພວກເພິ່ນໄດ້ບັນລຸຂໍ້ຕົກລົງທີ່ຈະໃຫ້ລັດຖະບານ ດຳເນີນງານຕໍ່ໄປ ໄດ້ຕື່ມອີກ 11 ອາທິດ ຊຶ່ງໂດຍທົ່ວໄປແລ້ວ ຢູ່ໃນລະດັບການໃຊ້ຈ່າຍໃນປັດຈຸບັນ ຂະນະດຽວກັນເພີ້ມທຶນຊ່ອຍເຫຼືອແກ່ພວກຍົກຍ້າຍຖິ່ນຖານຊາວອັຟການິສຖານ ມູນຄ່າ 7 ຕື້ໂດລາ.

ເມື່ອໃດທີ່ສະພາຕ່ຳ ໄດ້ລົງຄະແນນສຽງອະນຸມັດມາດຕະການດັ່ງກ່າວ ບັນດາສະມາຊິກສະພາສູງ ໃນບໍ່ຊ້າກໍໄດ້ປະກາດຂໍ້ຕົກລົງ ທີ່ຈະອະນຸຍາດໃຫ້ພວກເພິ່ນລົງຄະແນນສຽງຮັບຮອງເອົາມາດຕະການຢ່າງວ່ອງໄວ.

“ຂ້າພະເຈົ້າດີໃຈທີ່ໃນທີ່ສຸດແລ້ວ ໃຊ້ຫົວຄິດດ້ວຍເຫດຜົນຕ້ອງຊະນະ. ລັດຖະ ບານຈະເປີດໄດ້ ແລະຂ້າພະເຈົ້າຂອບໃຈບັນດາສະມາຊິກຂອງຫໍສະພາແຫ່ງນີ້ ສຳລັບການນຳພວກເຮົາອອກຈາກຈຸດເກືອບຈະປິດລັດຖະບານທີ່ສາມາດຫລີກ ລ່ຽງໄດ້, ທີ່ບໍ່ຈຳເປັນແລະມີການສູນເສຍຢ່າງຍິ່ງ” ນັ້ນແມ່ນຄຳເວົ້າຂອງຜູ້ນຳສຽງສ່ວນຫຼາຍຂອງສະພາສູງ ທ່ານຊັກ ຊູມເມີ ສັງກັດພັກເດໂມແຄຣັດຈາກລັດນິວຢອກ ທີ່ໄດ້ກ່າວໄປ.

ສະພາສູງໄດ້ລົງຄະແນນສຽງຮັບຮອງເອົາມາດຕະການດັ່ງກ່າວ ດ້ວຍຄະແນນ 69 ຕໍ່ 28 ສຽງ.

ສ່ວນສະພາຕ່ຳທີ່ນຳພາໂດຍພັກເດໂມແຄຣັດ ໄດ້ຮັບຜ່ານມາດຕະການດັ່ງກ່າວ ດ້ວຍການລົງຄະແນນ 221 ຕໍ່ 212 ສຽງ. ການນຳຂອງພັກຣີພັບບລີກັນ ໄດ້ຮຽກຮ້ອງຕໍ່ບັນດາສະມາຊິກ ໃຫ້ລົງຄະແນນສຽງບໍ່ເຫັນດີ; ຄະແນນສຽງດຽວ ຂອງພັກຣີພັບບລີກັນ ທີ່ເຫັນດີສຳລັບຮ່າງກົດໝາຍນີ້ ແມ່ນມາຈາກສະມາຊິກສະພາຕ່ຳ ທ່ານອາດຳ ຄິນຊິງເກີ (Adam Kinzinger).

ບັນດາສະມາຊິກສະພາ ພາກັນຈົ່ມກ່ຽວກັບການແກ້ໄຂໄລຍະສັ້ນນີ້ ແລະຖິ້ມໂທດໃສ່ພັກຝ່າຍຄ້ານສຳລັບການບໍ່​ມີຄວາມກ້າວໜ້າກ່ຽວກັບຮ່າງກົດໝາຍວ່າດ້ວຍງົບປະມານໃຊ້ຈ່າຍປະຈຳປີ. ສະມາຊິກສະພາ ທ່ານນາງໂຣຊາ ເດີລໍໂຣ (Rosa DeLauro) ປະທານຂອງຄະນະກຳມະການຈັດສັນຂອງສະພາຕ່ຳ ໄດ້ກ່າວວ່າ ເຖິງຢ່າງໃດກໍຕາມ ມາດຕະການນີ້ ຄວນອະນຸຍາດໃຫ້ມີການເຈລະຈາຕໍ່ລອງກັນ ກ່ຽວກັບຊຸດງົບປະມານທີ່ກວມເອົາທັງປີ ຈົນເຖິງເດືອນກັນຍາ.

ກ່ອນໜ້າການລົງຄະແນນສຽງ ທ່ານໄບເດັນ ໄດ້ກ່າວວ່າ ທ່ານໄດ້ໂອ້ລົມກັບບັນດາຜູ້ນຳຂອງສະພາສູງ ແລະທ່ານສະແດງຄວາມບໍ່ຢ້ານ ທີ່ຈະມີການປິດລັດຖະບານ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG