ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາຕ່ຳ ສຫລ ຈະລົງຄະແນນສຽງ ກ່ຽວກັບ ຮ່າງກົດໝາຍ ຮັບປະກັນສຸຂະພາບ


ແມ່ຍິງ ຄົນນຶ່ງປະທ້ວງ ຢູ່ນອກຫ້ອງການຂອງສະມາຊິກສະພາ ສັງກັດພັກຣີພັບບລີກັນ ທ່ານ Tom MacArthur ໃນເມືອງ Marlton, ລັດ New Jersey, ວັນທີ 28 ເມສາ 2017.
ແມ່ຍິງ ຄົນນຶ່ງປະທ້ວງ ຢູ່ນອກຫ້ອງການຂອງສະມາຊິກສະພາ ສັງກັດພັກຣີພັບບລີກັນ ທ່ານ Tom MacArthur ໃນເມືອງ Marlton, ລັດ New Jersey, ວັນທີ 28 ເມສາ 2017.

ຄາດກັນວ່າ ສະພາຕ່ຳ ສະຫະລັດ ຈະລົງຄະແນນສຽງ ໃນວັນພະຫັດມື້ນີ້ ກ່ຽວກັບ
ຮ່າງກົດໝາຍ ເພື່ອຍົກເລີກ ແລະ​ໃຊ້ແທນ ກົດໝາຍປະກັນສຸຂະພາບລາຄາຖືກ ຫຼື
Affordable Care Act ຊຶ່ງເປັນກົດໝາຍປະກັນສຸຂະພາບທີ່ຮູ້ຈັກກັນ ທົ່ວໄປ ​ໃນ​ຊື່
Obamacare ນັ້ນ.

ຜູ້ນຳສຽງສ່ວນຫຼາຍ ສະພາຕ່ຳ ທ່ານ Kevin McCarthy ສະແດງຄວາມຮູ້ສຶກໝັ້ນໃຈ
ວ່າ ຈະມີສຽງສະໜັບສະໜູນພຽງພໍ ສຳລັບມາດຕະການດັ່ງກ່າວ ພາຍໃນບັນດາ
ສະມາຊິກພັກຣີພັບບລີກັນ ຜູ້ທີ່ມີສຽງສ່ວນຫຼາຍ ໃນທັງສະພາຕ່ຳແລະ ສູງ ຫຼັງຈາກ
ໄດ້ຊຸກຍູ້ມາດຕະການຄ້າຍຄືກັນນີ້ ທີ່ປະສົບຄວາມລົ້ມແຫຼວ ໃນແບບຢ່າງ ກະທັນຫັນ
ແລະຊັດເຈນ ເມື່ອທ້າຍເດືອນມີນາ ຜ່ານມາ.

ທ່ານ ແມັກຄາຕີ ໄດ້ກ່າວວ່າ “ພວກເຮົາຈະຮັບຜ່ານຮ່າງກົດໝາຍນີ້.”

ບັນດາຜູ້ນຳພັກຣີພັບບລີກັນ ຮວມທັງ ປະທານາທິບໍດີ ດໍໂນລ ທຣຳ ໄດ້ທຳງານມາ
ໄດ້ຫຼາຍມື້ ເພື່ອຊັກຊວນໃຫ້ບັນດາສະມາຊິກສະພາ ລົງຄະແນນສຽງ ໃຫ້ຮ່າງກົດໝາຍ
ປະກັນສຸຂະພາບຂອງພັກ.

ສະມາຊິກສະພາ ທ່ານ Billy Long, ຜູ້ທີສອງຈາກຂວາ, ກາວຖະແຫລງຕໍ່ບັນດານັກຂ່າວ ຢູ່ນອກ ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 3 ພຶດສະພາ 2017. ຈາກຊ້າຍ ແມ່ນສະມາຊິກສະພາ ທ່ານ Michael Burgess, ສະມາຊິກສະພາ ທ່ານ Fred Upton ສັງກັດພັກຣີພັບບລີກັນ ຈາກລັດ -Michigan, cແລະ ສະມາຊິກສະພາ ທ່ານ Greg Walden.
ສະມາຊິກສະພາ ທ່ານ Billy Long, ຜູ້ທີສອງຈາກຂວາ, ກາວຖະແຫລງຕໍ່ບັນດານັກຂ່າວ ຢູ່ນອກ ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 3 ພຶດສະພາ 2017. ຈາກຊ້າຍ ແມ່ນສະມາຊິກສະພາ ທ່ານ Michael Burgess, ສະມາຊິກສະພາ ທ່ານ Fred Upton ສັງກັດພັກຣີພັບບລີກັນ ຈາກລັດ -Michigan, cແລະ ສະມາຊິກສະພາ ທ່ານ Greg Walden.

ສະມາຊິກສະພາ ສັງກັດພັກຣີພັບບລີກັນ ນິຍົມແນວທາງປານກາງ ທີ່ໂດດເດັ່ນສອງ
ທ່ານ ຄືທ່ານ Fred Upton ແລະທ່ານ Billy Long ໄດ້ກ່າວໃນວັນພຸດວານນີ້ ວ່າ
ພວກເພິ່ນຈະສະໜັບສະໜູນ ຮ່າງກົດໝາຍດັ່ງກ່າວ ຫຼັງຈາກໄດ້ເຈລະຈາ ໃຫ້ດັດແກ້
ຮ່າງກົດໝາຍ ກັບທຳນຽບຂາວ. ການປັບປຸງ ແມ່ນໃຫ້ເພີ່ມຂໍສະເໜີຂໍ ທຶນ 8 ຕື້ໂດລາ
ໃນຕະຫຼອດໄລຍະ 5 ປີ ເພື່ອຊ່ອຍເຫຼືອພວກຄົນທີ່ມີບັນຫາດ້ານສຸຂະພາບມາກ່ອນ
ແລ້ວ ຊື້ປະກັນສຸຂະພາບ.

ທ່ານ ອັບຕັນ ຜູ້ທີ່ໄດ້ຂຽນຮ່າງກົດໝາຍຍົກເລີກ Obamacare ຫຼາຍສະບັບ ນັບຕັ້ງ
ແຕ່ ໂຄງການນີ້ ໄດ້ຖືກຮັບຜ່ານສະພາ ໃນປີ 2010 ເປັນຕົ້ນມາ ໄດ້ກ່າວວ່າ ການດັດ
ແກ້ຮ່າງກົດໝາຍຂອງພວກເຂົາເຈົ້າ ຈະ “ກົດດັນຄ່າປະກັນສຸຂະພາບລົງໄປເລື້ອຍໆ.”

ໂດຍຈະບໍ່ອະນຸຍາດໃຫ້ ພວກບໍລິສັດປະກັນສຸຂະພາບ ປະຕິເສດ ຂາຍປະກັນສຸຂະພາບ
ໂດຍພື້ນຖານ ການມີບັນຫາດ້ານສຸຂະພາບມາກ່ອນແລ້ວ ອັນເປັນສ່ວນນຶ່ງທີ່ສຳຄັນ
ຂອງໂຄງການປະກັນສຸຂະພາບຂອງ Obamacare ຊຶ່ງໄດ້ນຳເອົາປະກັນສຸຂະພາບ ມາສູ່ຊາວອາເມຣິກັນ ປະມານ 20 ລ້ານຄົນ ຜູ້ທີ່ກ່ອນໜ້ານີ້ ບໍ່ມີປະກັນສຸຂະພາບ.
ພັກຣີພັບບລີກັນ ໄດ້ຄັດຄ້ານຢ່າງແຂງຂັນຕໍ່ໂຄງ ການນີ້ ໂດຍກ່າວວ່າ ມັນແພງຫຼາຍ
ແລະ ກົດດັນໃຫ້ພວກຄົນຊື້ປະກັນສຸຂະພາບ ຢ່າງບໍ່ເປັນທຳ ຫຼືບໍ່ດັ່ງນັ້ນ ກໍຈະປະເຊີນ
ກັບການປັບໄໝດ້ວຍພາສີ.

US Health Care Bill
please wait
Embed

No media source currently available

0:00 0:01:53 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG