ສະພາຕໍ່າສະຫະລັດ ທີ່ຄວບຄຸມໂດຍພັກຣີພັບບລິກັນ ຈະລົງຄະແນນສຽງໃນ ອາທິດໜ້າ ກ່ຽວກັບຮ່າງກົດໝາຍທີ່ແນ່ໃສ່ ເພື່ອປ້ອງກັນບໍ່ໃຫ້ອາວຸດປືນ ຕົກໄປຢູ່ໃນມືຂອງຜູ້ຕ້ອງ
ສົງໄສເປັນຜູ້ກໍ່ການຮ້າຍ.
ນຶ່ງອາທິດຫລັງຈາກສະມາຊິກພັກເດໂມແຄຣັດ ໄດ້ພາກັນນັ່ງປະທ້ວງເປັນເວລາກວ່າ 26 ຊົ່ວໂມງເພື່ອຮຽກຮ້ອງໃຫ້ມີການລົງຄະແນນສຽງກ່ຽວກັບມາດຕະການ ຄວບຄຸມປືນ ປະທານສະພາຕໍ່າ ທ່ານ Paul Ryan ໄດ້ແຈ້ງໃຫ້ບັນດາເພື່ອນສະມາຊິກພັກຣີພັບບລິກັນຊາບ ກ່ຽວກັບການລົງຄະແນນສຽງນີ້ ຢູ່ກອງປະຊຸມທາງໂທລະສັບໃນວັນພະຫັດວານນີ້.
ທ່ານ Ryan ກ່າວວ່າ ສະພາຕໍ່າຈະລົງຄະແນນສຽງກ່ຽວກັບຮ່າງກົດໝາຍໃນຂອບເຂດທີ່ກວ້າງຂວາງ ຊຶ່ງຈະຮວມທັງມາດຕະການປ້ອງກັນບໍ່ໃຫ້ມີການລ້າງ ສະໝອງແລະເກັບເກນໂດຍກຸ່ມຫົວຮຸນແຮງຈັດ ພ້ອມດ້ວຍຂໍ້ກຳນົດເພື່ອຢຸດຢັ້ງຜູ້ຕ້ອງສົງໄສກໍ່ການຮ້າຍບໍ່ໃຫ້ຊື້ປືນໄດ້.
ທ່ານ Ryan ຮ້ອງວ່າ “ເປັນພຽງສາມັນສຳນຶກ” ເພື່ອປ້ອງກັນບໍ່ໃຫ້ອາວຸດປືນຕົກໄປຢູ່ໃນກຳມືຂອງພວກກໍ່ການຮ້າຍ ແຕ່ທ່ານກໍໄດ້ກ່າວວ່າມັນຕ້ອງໄດ້ປະຕິບັດ ໃນຂະນະທີ່ປ້ອງກັນສິດທິໃນການເປັນເຈົ້າຂອງປືນ.
ບັນດາສະມາຊິກພັກເດໂມແຄຣັດ ພາກັນປະທ້ວງເປັນເວລານານນຶ່ງມື້ ຢູ່ຫ້ອງປະຊຸມສະ ພາໃນອາທິດແລ້ວນີ້ໂດຍຮຽກຮ້ອງໃຫ້ມີການລົງຄະແນນສຽງກັນກ່ຽວ ກັບຮ່າງກົດໝາຍດັ່ງກ່າວ ຫລັງຈາກໄດ້ເກີດການຍິງ ຢ່າງບໍ່ເລືອກໜ້າທີ່ໄດ້ສັງ ຫານ 49 ຄົນຢູ່ບາກະເທີຍໃນເມືອງ Orlando ລັດ Florida. ມືປືນ ທ້າວ Omar Mateen ຜູ້ທີ່ໄດ້ຖືກສັງຫານໂດຍພວກເຈົ້າໜ້າທີ່ ລະຫວ່າງການບຸກ ຖະຫລົ່ມ ແມ່ນຄົນອາເມຣິກັນທີ່ໄດ້ໃຫ້ຄຳໝັ້ນສັນຍາທີ່ຈະຈົງຮັກພັກດີຜູ້ນຳຂອງກຸ່ມລັດອິສລາມຫົວຮຸນແຮງ ອີງຕາມຄຳເວົ້າຢູ່ໃນໂທລະສັບຂອງລາວ ທີ່ລົມກັບພວກເຈົ້າໜ້າທີ່ລະຫວ່າງການຍິງກັນ.
ໃນອາທິດໜ້ານີ້ ສະພາຕໍ່າຍັງຈະພິຈາລະນາຮ່າງກົດໝາຍຂອງທັງສອງພັກ ທີ່ ສະເໜີ ໂດຍ ສະມາຊິກພັກຣີພັບບລິກັນ ຈາກລັດ Pennsylvania ທ່ານ Tim Murphy ທີ່ຊອກຫາຊ່ອງທາງແກ້ໄຂການກໍ່ຄວາມຮຸນແຮງດ້ວຍປືນໂດຍປັບປຸງ ໃໝ່ກ່ຽວກັບລະບົບສຸຂະພາບຈິດ.
ບັນດາສະມາຊິກພັກຣີພັບບລິກັນ ເຊື່ອວ່າ ການກໍ່ການຮ້າຍແລະໂລກຈິດ ບໍ່ແມ່ນການ ເຂົ້າໄປຫາປືນໄດ້ນັ້ນ ແມ່ນສາເຫດສຳຄັນຂອງການຍິງສັງຫານໝູ່ຫລາຍທີ່ສຸດ.