ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ພາ​ຕ່ຳ ຈະ​ລົງ​ຄະ​ແນນ​ສ​ຽງ ກ່ຽວ​ກັບ ການ​ສົ່ງ​ມາດ​ຕາ​ ການ​ຟ້ອງ​ຮ້ອງ​ໃຫ້ ສະ​ພາ​ສູງ


ປະ​ທານ​ສະ​ພາ​ຕ່ຳ​ທ່ານ​ນາງ ແນນ​ຊີ ເພ​ໂລ​ຊີ, ພ້ອມ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສືບ​ລັບ ສະ​ພາ​ຕ່ຳ, ທ່ານ ອາ​ດຳ ຊິ​ຟ, ຂວາ, ຍ່າງ​ອອກ​ຈາກກອງ​ປະ​ຊຸມ​ລັບ​ທີ່​ຫໍ​ລັດ​ຖະ​ສະ​ພາ ແຄັບ​ປິ​ຕອ​ລ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 14 ມັງ​ກອນ, 2020.
ປະ​ທານ​ສະ​ພາ​ຕ່ຳ​ທ່ານ​ນາງ ແນນ​ຊີ ເພ​ໂລ​ຊີ, ພ້ອມ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສືບ​ລັບ ສະ​ພາ​ຕ່ຳ, ທ່ານ ອາ​ດຳ ຊິ​ຟ, ຂວາ, ຍ່າງ​ອອກ​ຈາກກອງ​ປະ​ຊຸມ​ລັບ​ທີ່​ຫໍ​ລັດ​ຖະ​ສະ​ພາ ແຄັບ​ປິ​ຕອ​ລ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 14 ມັງ​ກອນ, 2020.

ສະ​ພາ​ຕ່ຳ​ ສະ​ຫະ​ລັດ ມີ​ກຳ​ນົດ​ທີ່​ຈະ​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ພຸດມື້ນີ້ ກ່ຽວ​ກັບ ການ​ສົ່ງ​ມາດ​ຕາ​ຕ່າງໆ​ຂອງ​ການ​ຟ້ອງ​ຮ້ອງ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໃຫ້​ສະ​ພາ​ສູງ ສຳ​ລັບ​ການ​ດຳ​ເນີນ​ຄະ​ດີ​ທີ່​ຄາດ​ວ່າ​ຈະ​ເລີ່ມ​ຂຶ້ນ​ໄວ​ສຸດ​ແມ່ນ​ອາ​ທິດ​ໜ້າ.

ສະ​ພາ​ຕ່ຳ​ໄດ້​ຮັບ​ຮອງ​ມາດ​ຕາ​ການ​ຟ້ອງ​ຮ້ອງ​ຕ່າງໆ​ໃນ​ເດືອນ​ທີ່​ຜ່ານ​ມາ, ແຕ່​ປະ​ທານ​ສະ​ພາ​ຕ່ຳ, ທ່ານ​ນາງ ແນນ​ຊີ ເພ​ໂລ​ຊີ ໄດ້​ເລື່ອນ​ການສົ່ງມອບ​ມັນ ​ໃນ​ຂະ​ນະ​ທີ່ສະ​ພາ​ຕ່ຳ ​ທີ່​ຖື​ກ​ຄວບ​ຄຸມ​ໂດຍ​ພັກ​ເດ​ໂມ​ແຄ​ຣັດ ໄດ້​ພະ​ຍາ​ຍາມ​ທີ່​ຈະ​ຊັກ​ຊວນ​ໃຫ້​ບັນ​ດາ​ຜູ້​ນຳ​ສະ​ພາ​ສູງ​ ຕົກ​ລົງ​ກັນ​ ເພື່​ອະ​ນຸ​ຍາດ​ໃຫ້​ມີ​ ການ​ໃຫ້​ການ​ຈາກພິ​ຍານ​ໃໝ່​ ໃນ​ລະ​ຫວ່າງ ​ການ​ດຳ​ເນີນ​ຄະ​ດີ​ນັ້ນ.

ບັນ​ຫາ​ດັ່ງ​ກ່າວ​ແມ່ນ​ຍັງບໍ່​ໄດ້​ຖືກ​ແກ້​ໄຂ. ຜູ້​ນຳ​ສຽງ​ສ່ວນຫຼາຍ​ສະ​ພາ​ສູງ​ທ່ານ ມິ​ຈ໌ ແມັກ​ຄອນ​ແນ​ລ ໄດ້​ຄັດ​ຄ້ານ​ຄວາມ​ຄິດ ​ກ່ຽວ​ກັບ ການ​ເອີ້ນ​ພິ​ຍານ ແລະ ໄດ້​ກ່າວ​ວ່າ ການ​ຕັດ​ສິນ​ໃຈ​ຈະ​ເກີດ​ຂຶ້ນ​ຕໍ່​ມາ​ໃນ​ການ​ດຳ​ເນີນ​ຄະ​ດີ.

ທ່ານ ແມັກ​ຄອນ​ແນ​ລ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ໃນ​ຫໍ​ລັດ​ຖະ​ສ​ະ​ພາ ແຄັບ​ປິ​ຕອ​ລ ເມື່ອ​ວັນ​ອັງ​ຄານ​ວ່ານີ້​ວ່າ “ພວກ​ເຮົາ​ຈະ​ຮັບ​ມື​ກັບ​ບັນ​ຫາ​ ກ່ຽວ​ກັບ ​ພິ​ຍານ ໃນ​ເວ​ລາ​ທີ່​ເໝາະ​ສົມ​ໃນ​ລະ​ຫວ່າງ ​ການ​ດຳ​ເນີນ​ຄະ​ດີ​ນັ້ນ, ທັງ​ສອງ​ຝ່າຍຢາກຈະ​ເອີ້ນພິ​ຍານ​ທີ່​ເຂົາ​ເຈົ້າ​ຢາກ​ໄດ້​ຍິນນຳ.”

ທ່ານ​ຍັງ​ໄດ້​ຕຳ​ໜິ​ຕິ​ຕຽນ​ພັກ​ເດ​ໂມ​ແຄ​ຣັດ​ໃນ​ສະ​ພາ​ຕ່ຳ​ວ່າ ເຂົາ​ເຈົ້າ​ບໍ່​ສາ​ມາດ​ໂຕ້​ຖຽງ​ວ່າ ກໍ​ລະ​ນີ​ເພື່ອ​ຟ້ອງ​ຮ້ອງ​ທ່ານ ທ​ຣຳ ແມ່ນ​ແຂງ​ແກ່ນ, “ແຕ່​ກໍ​ໄດ້​ກ່າວ​ວ່າ ອ່ອນ​ແອຫຼາຍ​ທີ່​ສະ​ພາ​ສູງ​ຕ້ອງ​ໄດ້ຊອກ​ຫາ​ຄວາມ​ຈິງ.”

ທ່ານ​ນາງ ເພ​ໂລ​ຊີ ໄດ້​ກ່າວ​ວ່າ ຖ້າ​ສະ​ພາ​ສູງ​ໄຂ​ການ​ດຳ​ເນີນ​ຄະ​ດີ​ໂດຍບໍ່​ມີ​ ​ພິ​ຍານ, ປະ​ຊາ​ຊົນ​ ອາ​ເມ​ຣິ​ກັນ ຈະ​ເຫັນ​ວ່າມັນ​ເປັນ “ການ​ປົກ​ປິດ​ທາງ​ການ​ເມືອງ​ຢ່າງ​ແທ້​ຈິງ.”

ທ່ານ​ນາງ​ໄດ້​ກ່າວ​ວ່າ “ຜູ້​ນຳ ແມັກ​ຄອນ​ແນ​ລ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ແມ່ນ​ຢ້ານ ກ່ຽວ​ກັບ​ ຂໍ້​ເທັດ​ຈິງ​ບາງ​ຢ່າງ​ທີ່​ຈະ​ຖືກ​ເປີດ​ເຜີຍ​ອອກ​ມາ.”

ຫຼັງ​ຈາກ​ການ​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ພຸດມື້ນີ້, ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຈະ​ດຳ​ເນີນ​ການ​ເປັນ​ຜູ້​ພິ​ພາກ​ສາ ຈະ​ນຳ​ເອົາ​ມາດ​ຕາ​ການ​ຟ້ອງ​ຮ້ອງ​ນັ້ນ​ໄປ​ໃຫ້​ສະ​ພາ​ສູງ​ຂອງ​ຫໍ​ລັດ​ຖະ​ສະ​ພາ ແຄັບ​ປິ​ຕອ​ລ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG