ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ພາ​ຕ່ຳ​ລົງ​ຄະ​ແນນ​ສຽງ ກ່ຽວ​ກັບ ກາ​ນ​ຟ້ອງ​ຮ້ອງ​ທ່ານ ໄບ​ເດັນ ຢ່າງ​ເປັນ​ທາງ​ການ


ຜູ້​ແທນ ເອ​ເລ​ນໍ ໂຮມ​ສ໌ ນໍ​ຕັນ, ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ​ຈາກ​ນະ​ຄອນຫຼວງ ວໍ​ຊິ​ງ​ຕັນ, ເບິ່ງ​ກ່ອງ​ເຈ້ຍຢອງ​ກັນ​ຂຶ້ນ​ທາງ​ຂ້າງ​ທ່ານ​ນາງ, ໃນ​ລະ​ຫວ່າງ​ການ​ສືບ​ສວນຂອງ​ຄະ​ນະ​ກຳ​ມະ​ການ​ຄວບ​ຄຸມ​ການ​ຟ້ອງ​ຮ້ອງ​ສະ​ພາ​ຕ່ຳ​ ຕໍ່​ປະ​ທາ​ນາ​ທິ​ບໍ​ດີ​ ໂຈ ໄບ​ເດັນ, 28, ກັນ​ຍາ 2023.
ຜູ້​ແທນ ເອ​ເລ​ນໍ ໂຮມ​ສ໌ ນໍ​ຕັນ, ສະ​ມາ​ຊິກ​ພັກ​ເດ​ໂມ​ແຄ​ຣັດ​ຈາກ​ນະ​ຄອນຫຼວງ ວໍ​ຊິ​ງ​ຕັນ, ເບິ່ງ​ກ່ອງ​ເຈ້ຍຢອງ​ກັນ​ຂຶ້ນ​ທາງ​ຂ້າງ​ທ່ານ​ນາງ, ໃນ​ລະ​ຫວ່າງ​ການ​ສືບ​ສວນຂອງ​ຄະ​ນະ​ກຳ​ມະ​ການ​ຄວບ​ຄຸມ​ການ​ຟ້ອງ​ຮ້ອງ​ສະ​ພາ​ຕ່ຳ​ ຕໍ່​ປະ​ທາ​ນາ​ທິ​ບໍ​ດີ​ ໂຈ ໄບ​ເດັນ, 28, ກັນ​ຍາ 2023.

ສະ​ມາ​ຊິກ​ພັກ​ຣີ​ພັບ​ບ​ລິ​ກັນ​ໃນ​ສະ​ພາ​ຕ່ຳ​ແມ່ນ​ກຳ​ລັງດຳ​ເນີນການ​ລົງ​ຄະ​ແນນ​ສຽງ​ໃນ​ທ້າຍ​ອາ​ທິດນີ້, ທີ່​ຈະທຳ​ການ​ຟ້ອງ​ຮ້ອງ​ຢ່າງ​ເປັນ​ທາງ​ການ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ ໂຈ ໄບ​ເດັນ. ແຕ່ວ່າ​ພວກ​ການ​ນຳ​ດັ່ງ​ກ່າວ​ຈະ​ມີ​ຄະ​ແນນ​ສຽງ​ພຽງ​ພໍ​ເພື່ອ​ຮັບ​ຮອງ​ເອົາ​ມາດ​ຕະ​ການ​ຫຼືບໍ່​ນັ້ນ ​ແມ່ນ​ຍັງ​ບໍ່​ແນ່ນອນ.

ດ້ວຍ​ການ​ລົງ​ຄະ​ແນນ​ສຽງ ​ມີ​ຄວາມ​ເປັນ​ໄປ​ໄດ້​ວ່າ ​ຈະ​ເກີດ​ຂຶ້ນ​ພຽງ​ບໍ່​ເທົ່າ​ໃດ​ວັນ​ນັ້ນ, ການ​ຢັ່ງ​ຫາງ​ສຽງ​ທີ່​ຖືກ​ເປີດ​ເຜີຍ​ໃນ​ຕອນ​ເຊົ້າ​ວັນ​ຈັນ​ວານນີ້​ໄດ້​ລະ​ບຸ​ໃຫ້​ເຫັນ​ວ່າ ປະ​ຊາ​ຊົນ​ຈຳ​ນວນ​ນ້ອຍ​ເຊື່ອ​ວ່າ​ການ​ຟ້ອງ​ຮ້ອງ​ດັ່ງ​ກ່າວຄວນດຳ​ເນີນ​ໄປ​ໜ້າ, ແຕ່​ແມ່ນ​ກະ​ທັ້ງ​ຜູ້​ທີ່​ລະ​ບຸ​ຕົນ​ເອງວ່າ​ສະ​ໜັບ​ສະ​ໜູນ​ພັກ​ຣີ​ພັບ​ບ​ລີ​ກັນ, ຄວາມ​ກະ​ຕື​ລື​ລົ້ນ​ ສຳ​ລັບ​ການ​ຟ້ອງ​ຮ້ອງ​ດັ່ງ​ກ່າວ​ ແມ່ນ​ກຳ​ລັງຫຼຸດ​ລອຍ​ໄປ.

ການ​ສຳຫຼວດ, ທີ່​ຖືກ​ດຳ​ເນີນ​ຂຶ້ນ​ໂດຍ​ບໍ​ລິ​ສັດ​ຢັ່ງ​ຫາງ​ສຽງ Morning Consult, ພົບ​ວ່າປະ​ຊາ​ຊົນ ອາ​ເມ​ຣິ​ກັນ 44 ເປີ​ເຊັນ​ເຊື່ອ​ວ່າ​ການ​ຟ້ອງ​ຮ້ອງ​ນັ້ນ​ຄວນ​ດຳ​ເນີນ​ໄປ​ໜ້າ, ທຽບ​ໃສ່ 40 ເປີ​ເຊັນ​ຜູ້​ທີ່​ເຊື່ອ​ວ່າ​ມັນ​ບໍ່​ຄວນ. ຜົນ​ການ​ຢັ່ງ​ຫາງ​ສຽງ​ແມ່ນ​ແຕກ​ແຍກ​ກັນ​ຢ່າງ​ຮຸນ​ແຮງ​ຕາມ​ສາຍ​ຂອງ​ພັກ​ການ​ເມືອງ, ດ້ວຍພັກ​ເດ​ໂມ​ແຄ​ຣັດ​ 62 ເປີ​ເຊັນ​ເວົ້າ​ວ່າ​ການ​ຟ້ອງ​ຮ້ອງ​ນັ້ນ​ບໍ່​ຄວນ​ດຳ​ເນີນ​ໄປ, ໃນ​ຂະ​ນະ​ທີ່​ພັກ​ຣີ​ພັບ​ບ​ລີ​ກັນ 70 ເປີ​ເຊັນ​ເວົ້າ​ວ່າ​ມັນ​ຄວນ. ຜູ້​ສະ​ໜັບ​ສະ​ໜູນ​ພັກ​ການ​ເມືອງ​ອິດ​ສະຫຼະ 47 ເປີ​ເຊັນ​ເວົ້າ​ວ່າ​ການ​ຟ້ອງ​ຮ້ອງ​ດັ່ງ​ກ່າວບໍ່​ຄວນ​ສືບ​ຕໍ່, ດ້ວຍ​ພຽງ 37 ເປີ​ເຊັນ​ເວົ້າ​ວ່າ​ມັນ​ຄວນ.

ຂໍ້​ມູນ​ໄດ້​ສະ​ແດ​ງ​ໃຫ້​ເຫັນ​ວ່າ​ປະ​ຊາ​ຊົນ ອາ​ເມ​ຣິ​ກັນ ໂດຍ​ລວມ​ແມ່ນບໍ່​ມີ​ຄວາມ​ກະ​ຕື​ລື​ລົ້ນຫຼາຍ ກ່ຽວ​ກັບ ການ​ຟ້ອງກວ່າ​ທີ່​ມັນ​ເຄີຍ​ເປັນ. ການ​ເຫັນ​ດ້ວຍ​ໂດຍ​ລວມ 44 ເປີ​ເຊັນ ກ່ຽວ​ກັບ ກາ​ນ​ຟ້ອງ​ຮ້ອງ​ຂອງວັນ​ຈັນ​ວານນີ້ໄດ້ຫຼຸດ​ລົງ​ຈາກ 47 ເປີ​ເຊັນ​ໃນ​ເດືອນ​ກັນ​ຍາ​ທີ່​ຜ່ານ​ມາ. ໂດຍ​ຄ້າຍ​ຄື​ກັນ​ໃນ​ບັນ​ດາ​ຜູ້​ສະ​ໜັບ​ສະ​ໜູນ​ພັກ​ຣີ​ພັບ​ບ​ລີ​ກັນ​ນັ້ນ, ຕົວ​ເລກການ​ສະ​ໜັບ​ສະ​ໜູນໃນ​ການ​ສືບ​ສວນ​ສອບ​ສວນ​ ໄດ້​ຕົກ​ລົງ​ຈາກ 76 ເປີ​ເຊັນ​ເປັນ 70 ເປີ​ເຊັນ​ໃນ​ໄລ​ຍະ​ດຽວ​ກັນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG