ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ສະພາຕໍ່າ ສຫລ ປະຊຸມກັນອີກ ໃນມື້ນີ້ ເພື່ອຮັບຜ່ານ ງົບປະມານ (ວີດີໂອ)


us
please wait
Embed
us

No media source currently available

0:00 0:00:30 0:00
ສະພາ​ຕໍ່າສະຫະລັດ ປະຊຸມກັນ​ໃນ​ວັນ​ເສົາ​ມື້​ນີ້ ​ໃນ​ຄວາມ​ພະຍາ
ຍາມອີກ​ຄັ້ງນຶ່ງ ​ເພື່ອ​ຮັບຜ່ານງົບປະມານ ໃຫ້​ເງິນ​ສະໜັບສະໜຸນ
​ການ​ປະຕິບັດ​ງານ​ ຂອງ​ລັດຖະບານ​ກາງ ຢ່າງ​ໜ້ອຍ​ໄປ​ຈົນ​ຮອດ​
ວັນ​ທີ 15 ​ເດືອນ​ພະຈິກ.

ບັນດາ​ສະມາຊິກ​ລັດຖະສະພາ ​ແມ່ນ​ປະ​ເຊີນ​ໜ້າ​ກັບ​ເສັ້ນ​ຕາຍ​
ໃນ​ຕອນ​ທ່ຽງຄືນວັນ​ຈັນ ທີ່​ຈະຕ້ອງ​ໄດ້​ດຳ​ເນີນ​ການ ຖ້າ​ຫາກ​ບໍ່​
ຢາກ​ໃຫ້ພະນັກງານ ​ລັດຖະບານ​ກາງ​ຫລາຍ​ຮ້ອຍພັນ​ຄົນ ພັກ
​ການ ​ແລະໂຄງການ​ຕ່າງໆ​ຂອງ​ລັດຖະບານ ຢຸດ​ສະ​ງັກລົງ.

ປະທານາທິບໍດີ Obama ​ໄດ້​ກ່າວ​ຕໍ່​ບັນດານັກຂ່າວ​ທີ່​ທຳນຽບ
ຂາວ ໃນ​ວັນ​ສຸກ​ວານນີ້​ວ່າ ພັກຣີພັບ​ບລິ​ກັນ ຢູ່​ໃນ​ສະພາຕໍ່າ
ຄວນ​ຈະ​ຢຸດ​ເຊົາ ໃນອັນ​ທີ່​ທ່ານ​ຮ້ອງ​ວ່າ “ການເມືອງ​ທີ່​ຢາກ​
ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ປະຊາຊົນ” ​ແລະໃຫ້ການ​ອະນຸ
ມັດ​ຕໍ່ມາດ​ຕະການໃຫ້​ເງິນ​ໃຊ້​ຈ່າຍ​ເປັນ​ການ​ຊົ່ວຄາວ​ແກ່ລັດ
ຖະບານ ໂດຍ​ປາດ​ສະ​ຈາກ​ ການເອົາ​ໄປ​ເຊື່ອມ​ໂຍງ​ໃສ່ການ
ໃຫ້​ເງິນ ​ຕໍ່ໂຄງການຮັກສາ​ສຸຂະພາບ​ໃໝ່ ທີ່​ຮູ້​ກັນໃນ​ນາມ
“Obamacare” ນັ້ນ.

ປະທານ​ສະພາ​ຕໍ່າ ທີ່​ສັງກັດພັກຣີ​ພັບ​ບລິ​ກັນ ທ່ານ John Boehner ກ່າວ​ຫາ ປະທານາ
ທິບໍດີວ່າ ທ່ານ​ເອງ​ກໍ​ຢາກ​ສ້າງ “​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ປະຊາຊົນ” ​ໂດຍ​ກ່າວ​ວ່າ ທ່ານ
Obama ​ໄດ້​ປະຕິ​ເສດ​ ບໍ່​ຍອມແມ່ນ​ແຕ່​ເປັນ​ພາກ​ສ່ວ​ນ​ໃນຂັ້ນຕອນ​ດັ່ງກ່າວ​ນີ້.

ການ​ໃຫ້​ຄວາມ​ເຫັນ​ຂອງ​ປະທານສະພາ​ຕໍ່າ​ສະຫະລັດ ​ໄດ້​ເກີດ​ຂື້ນບໍ່​ເທົ່າ​ໃດ​ຊົ່ວ​ໂມງ ຫລັງ
ຈາກສະພາ​ສູງ ​ໄດ້ຮັບ​ຜ່ານ​ມາດ​ຕະການ ​ໃຫ້​ເງິນ​ໃຊ້​ຈ່າ​ຍ​ເປັນ​ການ ຊົ່ວຄາວ​ແກ່​ລັດຖະ
ບານຊົ່ວຄາວ ທີ່​ໃຫ້ເງິນ​ສະໜັບ​ສະ​ໜຸນ​ແກ່ກົດໝາຍ​ຮັກສາ ສຸຂະພາບນຳ​ດ້ວຍ. ສະພາ​ຕໍ່າ​
ໄດ້​ຮັບຮອງ​ເອົາ​ຮ່າງ​ກົດໝາຍການໃຊ້​ຈ່າຍຂອງ​ຕົນ​ເອງ ທີ່​ບໍ່​ໃຫ້ເງິນ​ສະໜັບ​ສະໜຸນ​ແກ່​ກົດ
ໝາຍຮັກສາ​ສຸຂະພາບ Affordable Care Act.

ຖ້າ​ຫາກ​ທັງ​ສອງ​ສະພາ ບໍ່​ສາມາດ​ບັນລຸ​ການ​ຕົກລົງ​ກັນ​ໄດ້ ກໍ​ຈະ​ພາ​ໃຫ້ມີການ ປິດ​ຫ້ອງການ​
ລັດຖະບານ​ກາງ​ເປັນ​ບາງ​ສ່ວນ ເລີ້ມ​ແຕ່​ວັນ​ທີ 1 ​ເດືອນຕຸລາ​ເປັນ ຕົ້ນ​ໄປ. ​



ກ່ຽວຂ້ອງກັນ

XS
SM
MD
LG