ປະທານສະພາຕ່ຳສະຫະລັດ ທ່ານໄມຄ໌ ຈອນຊັນ ໃນວັນພຸດວານນີ້ ໄດ້ປົດປະທານຄະນະກຳມະການດ້ານສືບລັບຂອງສະພາຕ່ຳ ຜູ້ທີ່ມີອຳນາດຂອງພັກຣີພັບບລີກັນ ອອກຈາກຕຳແໜ່ງ ຜູ້ກ່ຽວເປັນກະບອກສຽງສະໜັບສະໜູນການຊ່ອຍເຫຼືອແກ່ຢູເຄຣນ ແລະມີທັດສະນະອື່ນໆທີ່ເຮັດໃຫ້ລາວ ມີຂໍ້ຂັດແຍ້ງກັບວ່າທີ່ປະທານາທິບໍດີ ດໍໂນລ ທຣຳ ອີງຕາມລາຍງານຂອງອົງການຂ່າວເອພີ.
ທ່ານຈອນຊັນ ໄດ້ກ່າວຕໍ່ບັນດານັກຂ່າວ ເມື່ອຕອນແລງວັນພຸດວານນີ້ ວ່າ ສະມາຊິກສະພາຕ່ຳ ທ່ານໄມຄ໌ ເທີນເນີຣ ສັງກັດພັກຣີພັບບລີກັນຈາກລັດໂອໄຮໂອ ຈະບໍ່ນຳພາຄະນະກຳມະການດັ່ງກ່າວອີກຕໍ່ໄປ ເຊິ່ງກຳກັບນຳອົງການສືບລັບຕ່າງໆຂອງປະເທດ ແລະມີອິດທິພົນຢ່າງຫຼວງຫຼາຍຕໍ່ການບັງຄັບໃຊ້ກົດໝາຍ ແລະຮັບຜິດຊອບໃນດ້ານນະໂຍບາຍການຕ່າງປະເທດນຳດ້ວຍ. ທ່ານຈອນຊັນ ເມື່ອປີກາຍນີ້ ຍັງໄດ້ມອບຕຳແໜ່ງທີ່ສະແຫວງຫາເປັນຢ່າງສູງ ໃນຄະນະກຳມະການນີ້ ໃຫ້ແກ່ສອງພັນທະມິດຂອງທ່ານທຣຳ.
ທ່ານຈອນຊັນ ໄດ້ກ່າວວ່າ ທ່ານໄດ້ຕັດສິນໃຈປົດທ່ານເທີນເນີຣ ເນື່ອງຈາກວ່າ “ປະຊາຄົມສືບລັບ ແລະທຸກສິ່ງທຸກຢ່າງທີ່ກ່ຽວຂ້ອງກັບຄະນະກຳມະການນີ້ ຕ້ອງເລີ້ມຕົ້ນຄືນໃໝ່.”
ທ່ານປະທານສະພາຕ່ຳຂອງພັກຣີພັບບລີກັນ ຜູ້ທີ່ພະຍາຍາມຢູ່ໃນຖັນແຖວຢ່າງໃກ້ຊິດກັບທ່ານທຣຳ ໄດ້ກ່າວວ່າ ທ່ານຈະປະກາດປະທານຄົນໃໝ່ ສຳລັບຄະນະກຳມະການດັ່ງກ່າວ ໃນໄວໆນີ້.
ທ່ານຈອນຊັນ ໄດ້ກ່າວຕໍ່ໄປ ໂດຍຍົກຍ້ອງທ່ານເທີນເນີຣ ແລະກ່າວວ່າ ລາວຈະມີບົດບາດທີ່ສຳຄັນໃນວຽກງານຮ່ວມກັບອົງການເນໂຕ້ (NATO).
ທ່າທີຂອງທ່ານເທີນເນີຣ ກ່ຽວກັບນະໂຍບາຍການຕ່າງປະເທດ ໄດ້ປະສົບກັບບັນຫາກັບວ່າທີ່ປະທານາທິບໍດີ ຜູ້ທີ່ຈະເຂົ້າມາດຳລົງຕຳແໜ່ງຢູ່ທຳນຽບຂາວ ໃນອາທິດໜ້ານີ້ ໂດຍມີວິໄສທັດຂອງການປັບປ່ຽນດ້ານຄວາມອາດສາມາດຕ່າງໆໃນການສືບລັບ ແລະການບັງຄັບໃຊ້ກົດໝາຍຂອງລັດຖະບານກາງ.
ທ່ານເທີນເນີຣ ເມື່ອປີກາຍນີ້ ຍັງໄດ້ໂຕ້ແຍ້ງຕໍ່ການກ່າວອ້າງທີ່ຜິດຂອງທ່ານທຣຳ ທີ່ວ່າ ພວກອົບພະຍົບຊາວເຮຕີ ຢູ່ໃນລັດໂອໄຮໂອຂອງທ່ານນັ້ນ ໄດ້ກິນສັດລ້ຽງ.
ຫ້ອງການຂອງທ່ານບໍ່ໄດ້ໃຫ້ຄຳຕອບໃນທັນທີ ຕໍ່ການຂໍຮ້ອງໃຫ້ມີຄວາມເຫັນກ່ຽວກັບເລື້ອງດັ່ງກ່າວ.
ອ່ານຂ່າວນີ້ໃນພາສາອັງກິດ
House Speaker Mike Johnson on Wednesday removed the GOP chairman of the powerful House Intelligence Committee, who was a vocal supporter of assistance for Ukraine and held other views that put him at odds with President-elect Donald Trump.
Johnson told reporters late Wednesday that Representative Mike Turner, an Ohio Republican, would no longer lead the committee, which oversees the nation's intelligence agencies and holds tremendous influence over law enforcement and foreign policy. Johnson last year also gave two Trump allies highly sought spots on the panel.
Johnson said he made the decision to remove Turner because the "intelligence community and everything related to (the committee) needs a fresh start."
The Republican speaker, who has aligned himself closely with Trump, said he would soon announce the new chairperson for the committee.
Johnson went on to praise Turner and say he would play an important role in working with NATO.
Turner's stances on foreign policy had run afoul of the incoming president, who will take the White House next week with a vision of reshaping the federal government's intelligence and law enforcement capabilities.
Turner last year also pushed back on Trump's false claims that Haitian migrants in his Ohio district were eating pets.
His office did not immediately respond to a request for comment.
ຟໍຣັມສະແດງຄວາມຄິດເຫັນ