ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ ປະ​ທານ​ສະ​ພາ​ຕ່ຳ ອາດ​ຈະ​ເຮັດ​ໃຫ້​ກອງ​ປະ​ຊຸມ ​ຂອງ​ລັດ​ຖະ​ສະ​ພາ​ຊຸດ​ໃໝ່​ສັບ​ສົນ


ຜູ້​ນຳ​ພັກ​ຣີ​ພັບ​ບ​ລິ​ກັນ​ໃນ​ສະ​ພາ​ຕ່ຳ, ທ່ານ Kevin McCarthy ຟ້າ​ວ ໄປ​ຫ້ອງ​ການ​ຂອງ​ທ່ານ ນ​ຂະ​ນະ​ທີ່ ພວກ​ນັກ​ຂ່າວຕາມ​ສຳ​ພາດ​ທ່ານ ໃນ​ຫໍ​ລັດ​ຖະ​ສະ​ພາໃນ​ນ​ະ​ຄອນ​ຫລວງວໍ​ຊິງ​ຕັນ, ວັນ​ທີ 12 ພຶດ​ສະ​ພາ, 2022
ຜູ້​ນຳ​ພັກ​ຣີ​ພັບ​ບ​ລິ​ກັນ​ໃນ​ສະ​ພາ​ຕ່ຳ, ທ່ານ Kevin McCarthy ຟ້າ​ວ ໄປ​ຫ້ອງ​ການ​ຂອງ​ທ່ານ ນ​ຂະ​ນະ​ທີ່ ພວກ​ນັກ​ຂ່າວຕາມ​ສຳ​ພາດ​ທ່ານ ໃນ​ຫໍ​ລັດ​ຖະ​ສະ​ພາໃນ​ນ​ະ​ຄອນ​ຫລວງວໍ​ຊິງ​ຕັນ, ວັນ​ທີ 12 ພຶດ​ສະ​ພາ, 2022

ກອງປະຊຸມສະໄໝສາມັນເທື່ອທີ 118 ຂອງລັດຖະສະພາສະຫະລັດຈະເປີດຂຶ້ນໃນວັນອັງຄານມື້ນີ້ ໂດຍ​ທີ່​ຄ​ວາມສົນ​ໃຈ​ຂອງທຸກ​ຄົນ​ ຈະເລັງໄປໃສ່ສະມາຊິກສະພາຕ່ຳ, ທ່ານເຄບ​ວິນ ແມັກ​ຄາ​ທີ (Kevin McCarthy) ຈາກລັດຄາ​ລິ​ຟໍ​ເນຍ ເພື່ອ​ຢາກ​ຮູ້ວ່າ ທ່ານຈະສາມາດໄດ້ຮັບຄະແນນສຽງພຽງພໍ ຈາກສະມາຊິກພັກຣີພັບບ​ລິກັນດ້ວຍກັນ ຂອງທ່ານ ເພື່ອ​ໃຫ້​ໄດ້​ເປັນປະທານສະພາຕ່ຳ ແລະເປັນຄົນທີສອງຢູ່​ໃນ​ຖັນ​ແຖວຂອງ​ການເປັນປະທານາທິບໍດີຂອງສະຫະລັດ ຫຼືບໍ່.

ທ່ານແມັກ​ຄາ​ທີ ອາຍຸ 57 ປີ ທີ່ໄດ້ສະແຫວງຫາການເປັນຜູ້ນໍາ ໃນສະພາທີ່​ມີ 435 ບ່ອນ​ນັ່ງ​ນັ້ນ ມາເປັນເວລາຫລາຍປີ, ປັດຈຸບັນແມ່ນໃກ້ຈະຊະນະການເປັນປະ​ທານ​ສະ​ພາ ແຕ່ຍັງບໍ່ແນ່ນອນທີ່ຈະໄດ້ຖືກຮັບປະກັນວ່າ​ຈະໄດ້ຄະແນນສຽງສ່ວນຫລາຍທີ່ທ່ານ ຕ້ອງການ 218 ສຽງນັ້ນ ​ຫລືບໍ່.

ພວກ​ສັງ​ກັດພັກຣີພັບບ​ລິກັນ ໄດ້ຊະນະສຽງສ່ວນຫຼາຍແບບ​ສູ​ສີ 222-213 ໃນການ ເລືອກຕັ້ງລັດຖະສະພາທົ່ວປະເທດ ໃນເດືອນພະຈິກຜ່ານ​ມາ ແລະຈະເຂົ້າຄວບຄຸມ ສະພາຕ່ຳ​ແທນພັກເດໂມແຄຣັດ ແລະປະທານສະພາຕ່ຳ, ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ (Nancy Pelosi) ຈາກພັກເດໂມແຄຣັດ ທີ່ກຳ​ລັງ​ຈະ​ພົ້ນ​ຕຳ​ແໜ່ງ ແລະ ຖືກຕົກ​ຢູ່​ໃນ​ສະ​ພາບທີ່ຫຍຸ້ງ​ຍາກ ຍ້ອນການແບ່ງອຳ​ນາດ​ກັນ 50-50 ກັບພັກຣີພັບບ​ລິກັນ ໃນສະ ພາສູງ ໃນ​ໄລ​ຍະສອງປີທີ່ຜ່ານມາ ທີ່ໄດ້ຮັບຄະແນນສຽງໃນການເລືອກຕັ້ງທີ່​ສູງກວ່າ​ໃນເກືອບສອງເດືອນກ່ອນຫນ້ານີ້ ແລະຈະໄດ້​ເປັນ​ພັກທີ່​ມີສຽງສ່ວນຫຼາຍຄື ໄດ້ 51 ຕໍ່ 49 ບ່ອນ​ນັ່ງ.

ທ່ານ​ແມັກ​ຄາ​ທີ ເປັນ​ຜູ້​ມີ​ຫົວອະນຸລັກນິຍົມທີ່ແຂງແກ່ນ ໄດ້ຊະນະ 188 ສຽງໃນກອງ ປະຊຸມພັກຣີພັບບ​ລິກັນໃນເດືອນພະຈິກຜ່ານ​ມາ, ແລະນັບຕັ້ງແຕ່ນັ້ນມາ ກໍໄດ້ຮັບການສະຫນັບສະຫນູນຫຼາຍກວ່າເກົ່າໃນຄວາມພະຍາຍາມຂອງທ່ານທີ່ຈະບັນລຸ 218 ສຽງ ຊຶ່ງ​ເປັນ​ສຽງສ່ວນຫຼາຍສຳ​ລັບການລົງຄະແນນສຽງ​ຕ່າງ​ໆ.

​ແຕ່​ກຸ່ມ​ພັກຣີພັບ​ບລິ​ກັນຂວາຈັດກຸ່ມ​ນຶ່ງ ທີ່​ມີ​ຫ້າ​ຄົນ​ ຫຼື​ຫຼາຍ​ກວ່າ​ນັ້ນ ຄັດຄ້ານ​ການ​ແຂ່ງ​ຂັນ​ຂອງ​ທ່ານແມັກ​ຄາ​ທີ ໃນ​ການ​ເປັນປະ​ທານ​ສະ​ພາ​ຕ່ຳ​ໂດຍ​ກ່າວ​ວ່າ ທ່ານ​ບໍ່​ໄດ້​ອຸທິດ​ ຕົນ​ຢ່າງພຽງພໍໃຫ້​ແກ່ກິດ​ຈະ​ກຳແບບ​ອະນຸລັກນິ​ຍົມ.

ພວກຄັດຄ້ານ ໄດ້ປະຕິຍານວ່າ ຈະລົງຄະແນນສຽງຄັດ​ຄ້ານ ຕໍ່ທ່ານແມັກ​ຄາ​ທີ, ຊຶ່ງ ຈະເຮັດໃຫ້ທ່ານ​ມີຄະ​ແນນບໍ່​ພຽງ​ພໍກັບຄວາມ​ຕ້ອງ​ການຂອງ​ທ່ານ ເພື່ອ​ໃຫ້​ໄດ້ເປັນ​ຜູ້​ມີ​ສຽງສ່ວນຫລາຍ ຍ້ອນວ່າສະ​ມາ​ຊິກພັກເດໂມແຄຣັດທຸກ​ຄົນ ຂ້ອນ​ຂ້າງແນ່ນອນເລີຍ​ວ່າ ຈະລົງຄະແນນສຽງເອົາຜູ້ນຳພັກທີ່ໄດ້ຖືກເລືອກຕັ້ງໃໝ່ຂອງ​ເຂົາ​ເຈົ້າ, ສະ​ມາ​ຊິກ​ສະ​ພາ​ຕ່ຳຮາ​ຄີມ ແຈັ​ຟ​ຟ​ຣີສ໌ (Hakeem Jeffries) ຈາກລັດນິວຢອກ.

​ໃນ​ຫຼາຍ​ອາທິດ​ຜ່ານ​ມາ, ທ່ານແມັກ​ຄາ​ທີ ​ໄດ້ຈັດການ​ສົນທະນາ​ໂອ້​ລົມ​ເປັນ​ຫຼາຍໆຄັ້ງ​ກັບ​ກຸ່ມ​ສະມາຊິກ​ພັກຣີພັບ​ບລິ​ກັນ ທີ່​ຄັດຄ້ານ​ທ່ານ ​ເພື່ອ​ພະຍາຍາມ​ເຮັດ​ໃຫ້​ແນ່​ໃຈ​ວ່າ ຈະ​ໄດ້​ຮັບການ​ສະໜັບສະໜູນ​ຈາກ​ເຂົາ​ເຈົ້າ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG