ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທ​ຣຳ ຍ່າງ​ອອກ​ຈາກ ກອງ​ປະ​ຊຸມ ໂຄງ​ລ່າງ​ພື້ນ​ຖານ ​ກັບ ພັກ​ເດ​ໂມ​ແຄ​ຣັດ


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ຖື​ເຈ້ຍ​ສະ​ຖິ​ຕິທີ່​ກ່ຽວ​ຂ້ອງ​ກັບ​ລາຍ​ງານ​ຂອງ​ທ່ານ ມັ​ລ​ເລີ ໃນ​ເວ​ລາ​ທີ່​ທ່ານ​ກ່າວ​ຄຳ​ປ​າ​ໄສ ໃນ​ສວນ​ກຸຫຼາບ, ທຳ​ນຽບ​ຂາວ. 22 ພຶດ​ສະ​ພາ, 2019.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ຖື​ເຈ້ຍ​ສະ​ຖິ​ຕິທີ່​ກ່ຽວ​ຂ້ອງ​ກັບ​ລາຍ​ງານ​ຂອງ​ທ່ານ ມັ​ລ​ເລີ ໃນ​ເວ​ລາ​ທີ່​ທ່ານ​ກ່າວ​ຄຳ​ປ​າ​ໄສ ໃນ​ສວນ​ກຸຫຼາບ, ທຳ​ນຽບ​ຂາວ. 22 ພຶດ​ສະ​ພາ, 2019.

ການ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຂອງ​ສອ​ງ​ພັກ​ການ​ເມືອງ ​ທີ່​ດົນໆ​ເກີດ​ຂຶ້ນ​ເທື່ອ​ນຶ່ງ ລະ​ຫວ່າງ ທຳ
ນຽບຂາວ ກັບ ສະພາຕ່ຳ ເພື່ອເຮັດຂໍ້ຕົກລົງອັນກວ້າງຂວາງ ກ່ຽວກັບ ໂຄງລ່າງພື້ນຖານ
ນັ້ນ ໄດ້ພັງທະລາຍລົງໃນວັນພຸດວານນີ້ ຫຼັງຈາກປະທານາທິບໍດີ ດໍໂນລ ທຣຳ ໄດ້ຂົ່ມຂູ່
ວ່າຈະຢຸດເຮັດວຽກກັບພັກເດໂມແຄຣັດ ກ່ຽວກັບ ການອອກກົດໝາຍ ນອກຈາກວ່າເຂົາ
ເຈົ້າຈຈະຢຸດການກວດສອບລັດຖະບານຂອງທ່ານ.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ປະ​ຕິ​ເສດ​ທີ່​ຈະ​ຈັບ​ມື​ກັບ​ບັນ​ດາ​ສະ​ມາ
ຊິກສະພາ ຫຼື ນັ່ງໃນກອງປະຊຸມໂຕະມົນ ທີ່ມີກຳນົດຈັດຂຶ້ນກັບພັກເດໂມແຄຣັດ ໃນສະ
ພາຕ່ຳໃນຕອນເຊົ້າວັນພຸດວານນີ້, ອີງຕາມຜູ້ທີ່ຢູ່ໃນຫ້ອງປະຊຸມດັ່ງກ່າວ. ຫຼັງຈາກນັ້ນ
ທ່ານໄດ້ຕຳໜິປະທານສະພາຕ່ຳທ່ານນາງ ແນນຊີ ເພໂລຊີ ຢ່າງແຮງ ສຳລັບຄຳເຫັນ
ຂອງເພິ່ນ, ໃນຕອນເຊົ້າຂອງວັນດັ່ງກ່າວນັ້ນ, ທີ່ກ່າວຫາທ່ານ ທຣຳ ວ່າ “ປິດບັງຄວາມ
ຈິງ.”

ທ່ານ ທ​ຣຳ ທີ່​ເຫັນ​ໄດ້​ວ່າບໍ່​ພໍ​ໃຈ​ນັ້ນ ໄດ້​ຍ່າງ​ໜີ ​ຫຼັງ​ຈາກ​ສາມ​ນາ​ທີ ອອກ​ໄປ​ສວນ​ກຸຫຼາບ
ເພື່ອແຈ້ງໃຫ້ກອງປະຊຸມຖະແຫຼງຂ່າວທີ່ໄດ້ຈັດຂຶ້ນຢ່າງຮີບເລັ່ງວ່າ “ຂ້າພະເຈົ້າບໍ່ປິດບັງ
ຄວາມຈິງ.”

ທ່ານ​ໄດ້​ກ່າວ​ຫາ​ພັກ​ເດ​ໂມແຄ​ຣັດ ກ່ຽວ​ກັບ ການ​ຈັດ​ກອງ​ປະ​ຊຸມ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ
ເພື່ອປຶກສາຫາລື “ຄຳວ່າ” ການຟ້ອງຮ້ອງ.

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ໄດ້​ບອກທ່ານ​ນາງ ເພ​ໂລ​ຊີ ແລະ ຜູ້​ນຳ​ສຽງ​ສ່ວນ​ນ້ອຍ​ໃນ​ສະ​ພາ​ສູງ
ທ່ານ ຈັກ ຊູເມີ ວ່າ ທ່ານຢາກເຮັດຂໍ້ຕົກລົງໂຄງລ່າງພື້ນຖານຫຼາຍ ກວ່າທີ່ພວກເພິ່ນໄດ້
ເຮັດ, ແຕ່ “ເຈົ້າຈະບໍ່ສາມາດເຮັດໄດ້ ພາຍໃຕ້ສະຖານະການແນວນີ້. ສະນັ້ນຢຸດການ
ສືບສວນສອບສວນທີ່ຫຼອກລວງນີ້ກ່ອນ.”

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ, ເວ​ລາ​ທີ່​ຢູ່​ສວນ​ກຸຫຼາບ​ນັ້ນ, ໄດ້​ເອີ້ນ​ການ​ສືບ​ສວນ​ສອບ​ສວນ​ດົນ
ສອງປີຂອງໄອຍະການພິເສດທ່ານ ໂຣເບີດ ມັລເລີ ວ່າ “ເປັນການພະຍາຍາມທີ່ຈະ
ໂຄ່ນລົ້ມປະທານາທິບໍດີແຫ່ງ ສະຫະລັດ.”

ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ກາງ​ແຈ້ງ​ດັ່ງ​ກ່າວ​, ທີ່ຈັດ​ຂຶ້ນ​ພຽງ​ບໍ່​ເທົ່າ​ໃດ​ບາດ​ກ້າວ​ຫ່າງ​ຈາກ​
ຫ້ອງການຂອງປະທານາທິບໍດີນັ້ນ, ເຫັນໄດ້ຊັດວ່າໄດ້ວາງແຜນລ່ວງໜ້າດົນພໍ ເພື່ອໃຫ້
ເວລາໃນການພິມປ້າຍທີ່ຕັ້ງຢູ່ຕໍ່ໜ້າແທ່ນກ່າວຄຳປາໄສ ທີ່ໄດ້ກ່າວປະນາມການສືບ
ສວນສອບສວນຂອງ ທ່ານ ມັລເລີ ວ່າເປັນການເສຍເວລາ ແລະ ເງິນ ທີ່ມີຜົນອອກມາ
ວ່າ “ບໍ່ມີການສົມຮູ້ຮ່ວມຄິດຫຼືບໍ່ມີການຂັດຂວາງຂະບວນການຍຸຕິທຳ.”

ທ່ານ ຊູ​ເມີ ແລະ ທ່າ​ນ​ນາງ ເພ​ໂລ​ຊີ, ໃນ​ເວ​ລາ​ຕໍ່​ມາຢູ່​ທີ່​ຫໍ​ລັດ​ຖະ​ສະ​ພາ​ແຄັບ​ປິ​ຕອ​ລ
ຮິລ, ໄດ້ກ່າວຫາທ່ານປະທານາທິບໍດີ ກ່ຽວກັບ ການຈັດການຍ່າງອອກຈາກໂຕະປະ
ຊຸມ ເພື່ອເປັນເຫດຜົນສຳລັບການບໍ່ຢາກເຈລະຈາ ກ່ຽວກັບ ໂຄງລ່າງພື້ນຖານ.

ອ່ານ​ຂ່າວນີ້​ຕື່ມ​ເປັ​ນ​ພາ​ສາ​ອັງ​ກິດ

Infrastructure Meeting Implodes as Trump Slams Pelosi for 'Cover-Up' Remark
please wait

No media source currently available

0:00 0:02:25 0:00

XS
SM
MD
LG