ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານສະພາຕໍ່າ ທ່ານນາງ ເພໂລຊີ ຈະຢູ່ລັດຖະສະພາຄືເກົ່າ ແຕ່ບໍ່ສະແຫວງຫາບົດບາດການນຳພາ ຂອງພັກເດໂມແຄຣັດ


ປະທານສະພາຕໍ່າ ທ່ານນາງ ແນນຊີ ເພໂລຊີ ກ່າວຄຳປາໄສຢູ່ເວທີສະພາຕໍ່າ ຢູ່ຫໍລັດຖະສະພາ, ນະຄອນຫຼວງ ວໍຊິງຕັນ, 17 ພະຈິກ 2022.
ປະທານສະພາຕໍ່າ ທ່ານນາງ ແນນຊີ ເພໂລຊີ ກ່າວຄຳປາໄສຢູ່ເວທີສະພາຕໍ່າ ຢູ່ຫໍລັດຖະສະພາ, ນະຄອນຫຼວງ ວໍຊິງຕັນ, 17 ພະຈິກ 2022.

ທ່ານນາງ ແນນຊີ ເພໂລຊີ, ແມ່ຍິງພຽງຄົນດຽວທີ່ໄດ້ເປັນປະທານສະພາຕໍ່າ ສະຫະລັດ, ໄດ້ປະກາດໃນວັນພະ​ຫັດວານນີ້ວ່າ ເພິ່ນຈະຍັງຄົງຢູ່ໃນລັດຖະ ສະພາ ຂະນະທີ່ພັກຣີພັບບລີກັນ ເຂົ້າຄວບຄຸມສະພາຕໍ່າໃນເດືອນມັງກອນນີ້, ແຕ່ຈະບໍ່ພະຍາຍາມ ແຂ່ງຂັນເອົາຕຳແໜ່ງຜູ້ນຳຂອງພັກເດໂມແຄຣັດ, ເຊິ່ງ ເປັນການສິ້ນສຸດການເປັນຜູ້ນຳພັກດັ່ງກ່າວຂອງທ່ານນາງດົນສອງທົດສະວັດ.

ໃນຄຳປາໄສທີ່ຕື້ນຕັນໃຈດົນ 15 ນາທີຢູ່ທີ່ສະພາຕໍ່ານັ້ນ, ທ່ານນາງເພໂລຊີ ອາຍຸ 82 ປີໄດ້ເລົ່າຄືນຊ່ວງເວລາທີ່ສຳຄັນໃນໄລຍະການເຮັດວຽກ ດົນ 35 ປີໃນສະພາຕໍ່າຂອງທ່ານນາງ, ລວມທັງ 8 ປີໃນຖານະເປັນປະທານ, ແຕ່ໄດ້ ກ່າວວ່າ “ບັດນີ້ພວກເຮົາຕ້ອງເຄື່ອນໄຫວຢ່າງກ້າຫານໄປສູ່ອະນາຄົດ. ເວລາ ແມ່ນໄດ້ມາເຖິງແລ້ວສຳລັບຄົນລຸ້ນໃໝ່” ເພື່ອນຳພາພັກເດໂມແຄຣັດ.

ທ່ານນາງເປັນຄົນທີ່ຖືກຮັກຫອມ ໃນບັນດາເພື່ອນຮ່ວມພັກເດໂມແຄຣັດ ແຕ່ ໄດ້ຖືກວິຈານ ແລະ ບໍ່ເຫັນດ້ວຍໂດຍຫຼາຍຄົນ ຢູ່ພັກຣີພັບບລີກັນ ຜູ້ທີ່ບໍ່ມັກ ທັດສະນະຄະຕິການເມືອງ ຫົວກ້າວໜ້າ ຂອງທ່ານນາງຢ່າງຮຸນແຮງ ທີ່ໄດ້ ກໍ່ໃຫ້ເກີດຂຶ້ນໃນບາງເທື່ອ ໂດຍເມືອງທີ່ມີແນວຄິດເສລີທີ່ສຸດ ໃນ ອາເມຣິກາ ຄືນະ​ຄອນ ແຊນ ແຟຣນຊິສໂກ, ລັດ ຄາລິຟໍເນຍ, ເຊິ່ງທ່ານນາງເປັນຕົວ ແທນໃນສະພາຕໍ່າ.

ພັກເດໂມແຄຣັດ ໃນສະພາຕໍ່າໄດ້ຮ້ອງເຊຍຂຶ້ນ ໃນຂະນະທີ່ທ່ານນາງໄດ້ເວົ້າ ເຖິງຈຳນວນແມ່ຍິງສັງກັດພັກເດໂມແຄຣັດໃນສະພາຕໍ່າຫຼາຍຂຶ້ນ, ຈາກ 12 ຄົນໃນປີ 1987 ເວລາທີ່ທ່ານນາງໄດ້ເປັນສະມາຊິກສະພາຕໍ່າຄັ້ງທຳອິດເປັນ 90 ຄົນໃນທຸກມື້ນີ້, ແລະ ມີສະມາຊິກທີ່ມີເຊື້ອຊາດ ແລະ ຊົນເຜົ່າແຕກຕ່າງ ກັນຈຳນວນຫຼາຍຂຶ້ນໃນກອງປະຊຸມຂອງພັກທ່ານນາງ.

ປະທານສະພາຕໍ່າ ທ່ານນາງ ແນນຊີ ເພໂລຊີ.
ປະທານສະພາຕໍ່າ ທ່ານນາງ ແນນຊີ ເພໂລຊີ.

ແຕ່ພັກເດໂມແຄຣັດ ແລະ ຣີພັບບລີກັນ ຮ່ວມກັນໄດ້ຢືນຕົບມືໃຫ້ທ່ານນາງ ເວລາທີ່ທ່ານນາງໄດ້ສະແດງຄວາມເຄົາລົບ ຕໍ່ສາມີຂອງທ່ານນາງ, ທ່ານ ພອລ ເພໂລຊີ, ເຊິ່ງກຳລັງຮັກສາອາການບາດເຈັບ ຢູ່ບ້ານຂອງພວກເພິ່ນ ໃນນະ​ຄອນ ແຊນ ແຟຣນຊິສໂກ ຫຼັງຈາກຜູ້ບຸກ​ລຸກ, ທີ່ໄດ້ຖາມຫາຢ່າງສະ ເພາະເຈາະຈົງວ່າ ທ່ານນາງຢູ່ໃສ, ໄດ້ບຸກເຂົ້າໄປໃນເຮືອນຂອງພວກເພິ່ນ ເມື່ອບໍ່ດົນມານີ້ ແລ້ວກໍໄດ້ໃຊ້ໄມ້ຄ້ອນທຸບຫົວສາມີຂອງທ່ານນາງ, ເຮັດໃຫ້ ກະໂຫຼກຫົວຂອງທ່ານແຕກ. ທ່ານນາງ ແນນຊີ ເພໂລຊີ ແມ່ນຢູ່ນະຄອນ ຫຼວງ ວໍຊິງຕັນ ໃນເວລາທີ່ເກີດການໂຈມຕີ ກາຍທ່ຽງຄືນນັ້ນ. ຜູ້ຕ້ອງສົງ ໄສ ກຳລັງປະເຊີນກັບຂໍ້ກ່າວຫາທາງອາຍາຫຼາຍໆ​ຂໍ້.

ຫຼັງຈາກຄຳປາໄສຂອງທ່ານນາງ, ສະມາຊິກພັກເດໂມແຄຣັດຈຳນວນຫຼວງ ຫຼາຍໄດ້ກອດທ່ານນາງຢູ່​ທີ່ສະພາຕໍ່າ, ລວມທັງຜູ້ນຳສຽງສ່ວນຫຼາຍສະພາ ສູງສັງກັດພັກເດໂມແຄຣັດ ທ່ານ ຈັກ ຊູເມີ, ເຊິ່ງແມ່ນພັນທະມິດ ມາດົນ ນານໃນການໂຕ້ຖຽງກ່ຽວກັບນະໂຍບາຍກັບພັກຣີພັບບລີກັນ. ສະມາຊິກສະ ພາຕໍ່າພັກຣີພັບບລີກັນ ໄດ້ຍ່າງອອກຈາກຫ້ອງປະຊຸມຢ່າງວ່ອງໄວ.

ປະທານາທິບໍດີ ໂຈ ໄບເດັນ ສັງກັດພັກເດໂມແຄຣັດ ໄດ້ກ່າວໃນຖະແຫຼງ ການສະບັບນຶ່ງວ່າ, “ຍ້ອນທ່ານນາງແນນຊີ ເພໂລຊີ, ຊີວິດຂອງປະຊາຊົນ ອາເມຣິກັນ ຫຼາຍລ້ານຄົນແມ່ນດີກວ່າເກົ່າ, ແມ່ນກະທັງໃນເຂດທີ່ພັກຣີພັບ ບລີກັນເປັນຜູ້ແທນ ຜູ້ທີ່ໄດ້ລົງຄະແນນສຽງຄັດຄ້ານຮ່າງກົດໝາຍຂອງທ່ານ ນາງ ແລະ ມັກຈະປະນາມທ່ານນາງ. ນັ້ນແມ່ນທ່ານນາງ ແນນຊີ ຜູ້ທີ່ມັກ ເຮັດວຽກ ເພື່ອກຽດສັກສີຂອງປະຊາຊົນໝົດທຸກຄົນ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG