ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ.ນ. ເພ​ໂລ​ຊີ ວ່າບໍ່​ຄວນຟ້ອງ​ ປ. ​ທ​ຣຳ ໃຫ້​ຕົກ​ຈາກ​ຕຳ​ແໜ່ງ ເວັ້ນ​ເສຍແຕ່​ວ່າ ຈະໄດ້​ຮັບ ສຽງ​ສະ​ໜັບ ​ສະ​ໜຸນ​ ຢ່າງ​ຖ້ວມ​ລົ້ນ


ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີຈາກ​ລັດ​ຄາ​ລີ​ຟໍ​ເນຍ, ປະ​ທານ​ສະ​ຕ່ຳສະ​ຫະ​ລັດ, ກ່າວ​ໃນງານ​ລ້ຽງ​ອາ​ຫານ​ກາງ​ເວັນ ທີ່​ວໍ​ຊີງ​ຕັນ, 8 ມີ​ນາ 2019.
ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີຈາກ​ລັດ​ຄາ​ລີ​ຟໍ​ເນຍ, ປະ​ທານ​ສະ​ຕ່ຳສະ​ຫະ​ລັດ, ກ່າວ​ໃນງານ​ລ້ຽງ​ອາ​ຫານ​ກາງ​ເວັນ ທີ່​ວໍ​ຊີງ​ຕັນ, 8 ມີ​ນາ 2019.

ປະ​ທານ​ສະ​ຕ່ຳສະ​ຫະ​ລັດ ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ ກ່າວ​ວ່າ ການ​ທີ່​ຈະ​ເລີ້ມ​ ​
ຟ້ອງ​ຮ້ອງ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ​ນັ້ນ ​ແມ່ນ​ວ່າ
“ທ່ານ ​ບໍ່​ກຸ້ມ​ຄ່າ.”

ໃນ​ການ​ໃຫ້​ສຳພາດກັບໜັງ​ສື​ພິມ Washington Post ທີ່ອອກ​ໃນ​ວັນ​ຈັນ​ວານ​ນີ້
ທ່ານ​ນາງເພ​ໂລ​ຊີ ເອີ້ນ​ທ່ານ​ທ​ຣຳ​ ວ່າ ໃນທາງ​ຈັນ​ຍາ​ບັນ ແລະ​ຄວາມ​ສະ​ຫຼຽວ​
ສະ​ຫຼາດ​ຂອງ​ທ່ານ​ນັ້ນ​ແລ້ວ ກໍແມ່ນວ່າ ​ບໍ່​ເໝາະ​ສົມ​ທີ່​ຈະ​ຢູ່ໃນ​ທຳ​ນຽບ​ຂາວ.

ແຕ່​ວ່າ ຄະນຳ​ກຳ​ມະ​ການສະ​ພາຕ່ຳ ທີ່​ຄວບ​ຄຸ​ມ​ໂດຍ​ພັກ​ເດ​ໂມ​ແຄ​ຣັດ ໄດ້​ລິ​ເລີ້ມ
​ການ​ສືບ​ສວນ​ຢ່າງ​ເປັນ​ລຳ​ດັບ ຕໍ່​ທ່ານ​ທ​ຣຳ, ການ​ໂຄ​ສະ​ນາ​ຫາ​ສຽງ​ ແລະ​ການ​ເຮັດ
​ທຸ​ລະ​ກິດ​ຂອງ​ທ່ານ, ທ່ານ​ນາງ​ເພ​ໂລ​ຊີ ໄດ້​ຕອບ​ຄຳ​ຖາມ​ ກ່ຽວ​ກັບການຮຽກຮ້ອງ​ໃຫ້
ຟ້ອງ​ຮ້ອງ​ປະ​ທາ​ນາ​ທິ​ບໍ​ດີ ໂດຍ​ທີ່​ອ້າງເຖິງ​ການ​ທີ່​ທ່ານ​ນາງ ໄດ້​ເຫັນ​ຜົນ​ກະ​ທົບ
​ໃນ​ທາງ​ລົບ​ຕໍ່​ປະ​ເທດ​ຊາດ.

“ການ​ຟ້ອງ​ຮ້ອງ ແມ່ນ​ເປັນ​ການສ້າງ​ຄວາມ​ແຕກແຍກ​ຂອງ​ປະ​ເທດ ນອກຈາກວ່າ
ຈະ​ມີ​ນ້ຳ​ໜັກ​ຢ່າງ​ຫຼວງ​ຫຼາຍ ​ແລະໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ຢ່າງ​ຖ້ວມ​ລົ້ນ ຈາກ​ທັງ​
ສອງ​ພັກ​ການ​ເມືອງ ຂ້າ​ພະ​ເຈົ້າ​ບໍ່ຄິດ​ວ່າ ພວກ​ເຮົາບໍ່ຄວນ​ເດີນໄປຕາມເສັ້ນ​ທາງນັ້ນ
ເພາະ​ວ່າ​ມັນສ້າງ​ຄວາມ​ແຕກແຍກ​ໃຫ້​ປະ​ເທດຊາດ,”
​ນັ້ນ​ຄື​ຄຳ​ເວົ້າ ຂອງທ່ານນາງ
ບອກ​ກັບໜັງ​ສື​ພິມ Washington Post.

ເວ​ລາ​ມີກ​ານ​ຖາມ​ກ່ຽວ​ກັບສະ​ພາບ​ການທາງ​ການ​ເມືອງ​ໃນ​ປັດ​ຈຸ​ບັນ​ນີ້ວ່າ ​ມີການ
​ແບ່ງ​ແຍກ​ຫຼາຍ​ທີ່​ສຸດ​ບໍ່ ທີ່​ທ່ານ​ນາງ​ໄດ້​ປະ​ສົບ​ພົບ​ມາ​ ໃນ​ໄລ​ຍະ​ທີ່​ທ່ານ​ນາງ​ຮັບ​ໜ້າ​ທີ່
​ໃນ​ວໍ​ຊີງ​ຕັນ ນັ້ນ? ທ່ານ​ນາງໄດ້​ກ່າວວ່າ ແມ່ນ​ແລ້ວ ແລະ​ໄດ້​ຕຳ​ໜິ​ຕິ​ຕຽນ ສະ​ຖາ​ນະ
​ການ​ກ່ຽວ​ກັບ​ທ່ານ​ທ​ຣຳ ແລະ​ທ່ານ​ນາງ​ເອີ້ນ ພັກ​ຣີ​ພັບ​ບ​ລີ​ກັນ​ ໃນ​ລັດ​ຖະສະ​ພາວ່າ
“ສາ​ມາດ​ເຮັດ​ໄດ້.​”

ປະ​ທານ​ສະ​ພາ​ຕ່ຳ​ໄດ້​ກ່າວ​ວ່າ ຈຸດ​ເພັ່ງ​ເລັ່ງ​ຂອງ​ທ່ານ​ນາງ ໃນ​ການ​ເລືອກ​ຕັ້ງ​ປີ 2020
ດ້ວຍ​ກາ​ນມອງເຂົ້າ​ໃສ່ ການ​ຍຶດ​ເອົາ​ສະ​ພາ​ສູງ ຈາກ​ພັກ​ຣີ​ພັບ​ບ​ລີ​ກັນ, ຊຶ່ງ​ຈະ​ເຮັດ​ໃຫ້​
ພັກ​ຂອງ​ທ່ານ​ນາງ​ທີ່​ເປັນ​ຜູ້​ຄວບ​ຄຸມ​ທັງ​ສະ​ພາ​ຕ່ຳນຳ ແລະ​ຈະ​ເຮັດໃ​ຫ້​ພັກ​ເດ​ໂມ​ແຄ​ຣັດ
ກັບ​ຄືນ​ສູ່​ທຳ​ນຽບ​ຂາວ​ອີກ​.

ທ່ານ​ນາງ ໄດ້​ກ່າວ​ວ່າ ເປົ້າ​ໝາຍທັງ 3 ຢ່າງ​ນັ້ນ ແມ່ນ​ມັນ​ສຳ​ຄັນ​ທີ່​ຈະ​ເຮັດ​ໃຫ້​ພັກ​ເດ
​ໂ​ມ​ແຄ​ຣັດ ​ຊະ​ນະ​ທ່ານ​ທ​ຣຳ ຍ້ອນ​ອັນ​ທີ່​ທ່ານ​ນາງ​ເອີ້ນວ່າ ການ​ບໍ່​ໃຫ້​ກຽດເຄົາ​ລົບ
ຕໍ່ຄຸນ​ຄ່າຂອງ​ປະ​ເທດແລະ​ລັດ​ຖະທຳ​ມະ​ນູນ, ພ້ອມ​ດຽວ​ກັນ​ກັບ​ການໃຫ້​ຄວາມ​ໝັ້ນ
​ໝາຍ​ຕໍ່​ອົງ​ການ​ເນໂຕ ແລະ​ຂໍ້​ຕົກ​ລົງ​ປາ​ຣີ ກ່ຽວ​ກັບ​ດິນ​ຟ້າ​ອາ​ກາດ​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG