ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານສະພາຕໍ່າ ທ່ານແມັກຄາຣ໌ທີ ຈະເປັນເຈົ້າພາບການໂອ້ລົມ ກັບປະທານາທິບໍດີໄຕ້ຫວັນ


ແຟ້ມພາບ - ປະທານາທິບໍດີໄຕ້ຫວັນ ທ່ານນາງ ໄຊ ອິງ-ເຫວິນ ເດີນທາງອອກຈາກໂຮງແຮມ ລັອຕເຕ (the Lotte Hotel) ໃນເຂດແມນຮັດຕັນ ໃນເມືອງນິວຢອກ, ລັດນິວຢອກ, ວັນທີ 30 ມີນາ 2023
ແຟ້ມພາບ - ປະທານາທິບໍດີໄຕ້ຫວັນ ທ່ານນາງ ໄຊ ອິງ-ເຫວິນ ເດີນທາງອອກຈາກໂຮງແຮມ ລັອຕເຕ (the Lotte Hotel) ໃນເຂດແມນຮັດຕັນ ໃນເມືອງນິວຢອກ, ລັດນິວຢອກ, ວັນທີ 30 ມີນາ 2023

ປະທານ​ສະພາ​ຕ່ຳຂອງ​ສະຫະລັດ ທ່ານ ເຄວິນ ແມັກຄາຣ໌ທີ (Kevin McCarthy) ມີ​ກຳນົດ​ທີ່​ຈະ​ເປັນ​ເຈົ້າພາບ​ກອງ​ປະຊຸມ ກັບ​ປະທານາທິບໍດີ​ໄຕ້​ຫວັນ ທ່ານນາງໄຊ ອິງ-ເຫວິນ (Tsai Ing-wen) ທີ່​ລັດຄາລີຟໍເນຍ ​ໃນ​ວັນ​ພຸດ​ມື້​ນີ້.

ການໂອ້ລົມ​ທີ່​ໄດ້​ວາງ​ແຜນ​ໄວ້​ນັ້ນ, ໄດ້ພາ​ໃຫ້ເກີດການ​ຕໍ່ຕ້ານ​ຈາກ​ຈີນ ແລະ​ການຂົ່ມຂູ່ວ່າຈະໃຊ້​ມາດ​ຕະ​ການ​ຕອບ​ໂຕ້.

ໃນປີທີ່ຜ່ານມາ, ທ່ານນາງໄຊ ໄດ້ຕ້ອນຮັບປະທານສະພາຕ່ຳ ໃນເວລາ​ນັ້ນ ທ່ານນາງແນນຊີ ເປໂລຊີ ໃນໄຕ້ຫວັນ, ແລະຈີນໄດ້ໂຕ້ຕອບໂດຍການຈັດການຊ້ອມລົບທາງທະຫານຄັ້ງໃຫຍ່ສຸດ ໃນຮອບທົດສະວັດ ອ້ອມເກາະໄຕ້ຫວັນ.

ຈີນ​ອ້າງ​ວ່າ​ໄຕ້​ຫວັນ​ເປັນ​ດິນ​ແດນ​ຂອງ​ຕົນ, ​ແລະ​ສະຖານ​ກົງສຸນ​ຂອງ​ຈີນ​ໃນນະຄອນ ລັອສແອນເຈີລິສ ກ່າວ​ກ່ອນ​ກອງປະຊຸມ​ໃນ​ວັນ​ພຸດ​ມື້​ນີ້​ວ່າ ທ່ານນາງໄຊ ​ໄດ້​ເຂົ້າ​ຮ່ວມ​ການ​ເຈ​ລະ​ຈາ​ດັ່ງ​ກ່າວ ​ເພື່ອ "ເຮັດການສະ​ແດງທາງ​ການ​ເມືອງ."

ການ​ຢ້ຽມ​ຢາມ​ລັດ​ຄາ​ລີ​ຟໍ​ເນຍ ຂອງ​ທ່ານ​ນາງໄຊ ມີຂື້ນພາຍຫຼັງການຢຸດແວ່ໃນ​ອາ​ເມ​ຣິກາ​ລາ​ຕິນ ບ່ອນ​ທີ່​ທ່ານ​ນາງ​ໄດ້​ໄປ​ຢ້ຽມ​ຢາມ ​ບັນ​ດາ​ພັນ​ທະ​ມິດ​ທີ່​ຍັງ​ເຫຼືອ​ຢູ່ຂອງ​ໄຕ້​ຫວັນ​ຈຳນວນ​ນຶ່ງ​ ຄື ເບລິສ (Belize) ແລະ ກົວເຕມາລາ (Guatemala). ເຊິ່ງບໍ່ດົນມາ​ນີ້, ຮອນ​ດູ​ຣັສ​ໄດ້​ປະ​ກາດ​ຕັດ​ສາຍ​ພົວ​ພັນ​ກັບ​ໄຕ້​ຫວັນ​ເພື່ອ​ສະ​ໜັບ​ສະ​ໜູນ​ຈີນ.

ທ່ານເຈີໂຣມ ໂຄເຮນ (Jerome Cohen), ສາດສະດາຈານບໍານານຂອງຄະນະກົດໝາຍຂອງມະຫາວິທະຍາໄລນິວຢອກ, ກ່າວຕໍ່ວີໂອເອວ່າ ການພົບປະກັບທ່ານ ແມັກຄາຣ໌ທີ (McCarthy) ທີ່ລັດຄາລີຟໍເນຍ, ທ່ານນາງ ໄຊໄດ້ໃຊ້ເສັ້ນທາງການທູດ ແທນທີ່ຈະຕ້ອນຮັບທ່ານ ແມັກຄາຣ໌ທີ (McCarthy) ໃນໄຕ້ຫວັນ ແລະມີຄວາມເປັນໄປໄດ້ທີ່ຈະສາມາດຄວບຄຸມການຕອບໂຕ້ແບບທີ່ຈີນມີຕໍ່ການຢ້ຽມຢາມຂອງທ່ານນາງ ເປໂລຊີ ໄດ້.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG