ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ປະທານສະພາຕໍ່າ ທ່ານແມັກຄາຣ໌ທີ ກ່າວວ່າການສະໜັບສະໜຸນ ຂອງສະຫະລັດ ຕໍ່ໄຕ້ຫວັນ ‘ບໍ່ປ່ຽນແປງ’


ປະທານາທິບໍດີໄຕ້ຫວັນ ທ່ານນາງ ໄຊ ອິງ-ເຫວິນ ພົບກັບ ປະທານສະພາຕໍ່າ ທ່ານ ເຄວິນ ແມັກຄາຣ໌ທີ ຢູ່ທີ່ ຫໍສະໝຸດປະທານາທິບໍດີໂຣນັລ ເຣແກນ ໃນ ຊິມີ ວັລເລ ລັດຄາລິຟໍເນຍ ວັນທີ 5 ເມສາ 2023
ປະທານາທິບໍດີໄຕ້ຫວັນ ທ່ານນາງ ໄຊ ອິງ-ເຫວິນ ພົບກັບ ປະທານສະພາຕໍ່າ ທ່ານ ເຄວິນ ແມັກຄາຣ໌ທີ ຢູ່ທີ່ ຫໍສະໝຸດປະທານາທິບໍດີໂຣນັລ ເຣແກນ ໃນ ຊິມີ ວັລເລ ລັດຄາລິຟໍເນຍ ວັນທີ 5 ເມສາ 2023

ປະທານສະພາຕ່ຳຂອງສະຫະລັດ ທ່ານເຄວິນ ແມັກຄາຣ໌ທີ ໄດ້ໃຫ້ຄຳໝັ້ນສັນຍາວ່າ ຈະໃຫ້ການສະໜັບສະໜຸນ “ຢ່າງເດັດດ່ຽວ, ໝັ້ນຄົງ ແລະ ແບບສອງຝ່າຍ” ຕໍ່ໄຕ້ຫວັນ ຫຼັງຈາກທ່ານໄດ້ຈັດກອງປະຊຸມເຈລະຈາກັບປະທານາທິບໍດີໄຕ້ຫວັນ ທ່ານນາງ ໄຊ ອິງ-ເຫວິນ (Tsai Ing-wen) ໃນວັນພຸດວານນີ້ ທີ່ລັດຄາລີຟໍເນຍ.

ທ່ານ​ກ່າວ​ໃນ​ກອງ​ປະ​ຊຸມຖະແຫຼ່ງ​ຂ່າວ​ຮ່ວມ​ກັບທ່ານນາງ ໄຊ (Tsai) ວ່າ "ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ​ສາຍສຳ​ພັນ​ຂອງ​ພວກ​ເຮົາ​ໃນ​ປັດ​ຈຸ​ບັນ​ແມ່ນ​ເຂັ້ມ​ແຂງ​ກ່​ວາ​ທຸກ​ເວ​ລາ ​ຫຼື​ຊ່ວງເວລາ​ໃນ​ຊີ​ວິດ​ຂອງ​ຂ້າ​ພະ​ເຈົ້າ,"

ກອງ​ປະຊຸມ​ໃນ​ວັນ​ພຸດ​ວານ​ນີ້ ລວມມີ​ຄະນະສະ​ມາ​ຊິກ​ລັດ​ຖະສະພາຂອງ​ສອງ​ຝ່າຍ.

ທ່ານນາງ ໄຊ (Tsai) ໄດ້ກ່າວວ່າ “ການ​ມີ​ໜ້າ​ ​ແລະ​ການ​ສະ​ໜັບ​ສະ​ໜູນ​ຢ່າງ ໝັ້ນຄົງ ຂອງພວກເພິ່ນ ​ໄດ້​ເຮັດ​ໃຫ້​ປະ​ຊາ​ຊົນ​ໄຕ້​ຫວັນ​ໝັ້ນ​ໃຈ​ວ່າ​ພວກ​ເຮົາ​ບໍ່ໄດ້ໂດດ​ດ່ຽວ. ແລະພວກເຮົາບໍ່ໄດ້ຢູ່ຄົນດຽວ,”

ນາງຍັງໄດ້ເຕືອນວ່າ ໄພຂົ່ມຂູ່ທາງທະຫານຈາກຈີນ, ເຊິ່ງອ້າງວ່າໄຕ້ຫວັນເປັນສ່ວນຫນຶ່ງຂອງດິນແດນຕົນ, "ບໍ່ສາ ມາດເວົ້າໄດ້." ທ່ານ​ນາງ​ກ່າວ​ວ່າ ໄຕ້​ຫວັນ​ສະ​ແຫວ​ງຫາ "ສະ​ຖາ​ນະ​ພາບ​ທີ່​ມີ​ສັນ​ຕິ​ພາບ" ແລະ "ພະ​ຍາ​ຍາມ​ທີ່​ຈະ​ເປັນ​ຄູ່​ຮ່ວມ​ມື​ທີ່​ເຊື່ອ​ຖື​ໄດ້​ຂອງ​ໂລກ."

ອ່ານຂ່າວນີ້ເປັນພາສາອັງກິດຕື່ມ

XS
SM
MD
LG