ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

​ປະ​ທານ​ສະ​ພາ​ຕ່ຳ ສ​ຫລ ທ່ານ​ແມັກ​ຄາ​ທີ ຊົມ​ເຊີຍ ປະ​ທາ​ນາ​ທິ​ບໍ​ດີ​ໄຕ້​ຫວັນ​ວ່າ ເປັນ 'ພັນ​ທະ​ມິດ​ທີ່​ຍິ່ງ​ໃຫຍ່​ຂ​ອງ​ອາ​ເມ​ຣິ​ກາ'

ປະ​ທານ​ສະ​ພາ​ຕ່ຳ​ສ​ະ​ຫະ​ລັດ ທ່ານ​ແຄວິນ ແມັກ​ຄາ​ທີ ຈັບ​ມື​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ໄຕ້​ຫວັນ ທ່ານ​ນາງ​ໄຊ ອິງ ເຫວິນ ຫຼັງ​ຈາກກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ລຸນ​ຫຼັງ​ການ​ພົບ​ປະ​ກັນ​ທີ່​ຫ້ອງ​ສະ​ໝຸດ​ປະ​ທາ​ນາ​ທິ​ບໍ​ດີ​ໂຣ​ນັນ ຣິ​ແກນ ທີ່​ຊິມ​ມີ​ວາ​ລ​ເລ ໃນ​ລັດ​ຄາ​ລີ​ຟໍ​ເນຍ ເມື່ອ​ວັນ​ທີ 5 ເມ​ສາ 2023.

ປະ​ທານ​ສະ​ພາ​ຕ່ຳ​ສະ​ຫະ​ລັດ ທ່ານ​ເຄວິນ ແມັກ​ຄາ​ທີ ໄດ້​ພົ​ບ​ປະ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ໄຕ້​ຫວັນ ທ່ານ​ນາງ​ໄຊ ອິງ​ ເຫວິນ ໃນ​ວັນ​ພຸດ​ຜ່ານ​ມານີ້ ທີ່​ລັດ​ຄາ​ລີ​ຟໍ​ເນຍ ໂດຍ​ເອີ້ນ​ທ່ານ​ນາງວ່າ ເປັນ “ເພື່ອນ​ມິດ​ທີ່​ຍິ່ງ​ໃຫຍ່​ຂອງ​ອາ​ເມ​ຣິ​ກາ.”

ໃນ​ການ​ປາ​ກົດ​ໂຕ​ຮ່ວມ​ກັນ​ນັ້ນ ພວກ​ທ່ານ​ທັງ​ສອງ​ໄດ້​ຫາ​ລື​ກັນ​ກ່ຽວ​ກັບ​ຄວາມ​ສຳ​ຄັນ ໃນ​ສາຍ​ພົວ​ພັນ​ລະ​ຫວ່າງ​ສະ​ຫະ​ລັດ​ກັບ​ໄຕ້​ຫວັນ ແລະ​ຄວາມ​ສຳ​ຄັນ​ໃນ​ການ​ປ້ອງ​ກັນ​ການ​ປົກ​ຄອງ​ແບບ​ປະ​ຊາ​ທິ​ປະ​ໄຕ.

ທ່ານ​ນາງ​ໄຊກ່າວ​ວ່າ “ພວກ​ເຮົາ ອີກ​ເທື່ອ​ນຶ່ງ ພົບ​ເຫັນ​ພວກ​ເຮົາ​ເອງ ​ຢູ່​ໃນ​ໂລກ ບ່ອນ​ທີ່​ປະ​ຊາ​ທິ​ປະ​ໄຕ​ພວມ​ໄດ້​ຮັບ​ການ​ຂົ່ມ​ຂູ່ແລະ​ຄວາມ​ຮີບ​ດ່ວນ​ໃນ​ການ​ປົກ​ປັກ​ຮັກ​ສາ​ແສງ​ໄຟ​ແຫ່ງ​ອິດ​ສະ​ຫຼະ​ພາບ ໃຫ້​ສືບ​ຕໍ່​ເຍືອງ​ທາງ​ແບບ​ທີ່​ບໍ່​ສາ​ມາດ​ບັນ​ລະ​ຍາຍ​ໄດ້.

ປະ​ທາ​ນາ​ທິ​ບໍ​ດີ​ໄຕ້​ຫວັນ ທ່ານ​ນາງ​ໄຊ ອິງ ເຫວິນ ກ່າວ​ຕໍ່​ສື່ມວນ​ຊົນ ຫຼັງ​ຈາກ​ພົບ​ປະ​ກັບ​ປະ​ທານ​ສະ​ພາ​ຕ່ຳ​ສະ​ຫະ​ລັດ ທ່ານ​ເຄວິນ ແມັກ​ຄາ​ທີ ຢູ່ Simi Valley ໃນ​ລັດ​ຄາ​ລີ​ຟໍ​ເນຍ.
ປະ​ທາ​ນາ​ທິ​ບໍ​ດີ​ໄຕ້​ຫວັນ ທ່ານ​ນາງ​ໄຊ ອິງ ເຫວິນ ກ່າວ​ຕໍ່​ສື່ມວນ​ຊົນ ຫຼັງ​ຈາກ​ພົບ​ປະ​ກັບ​ປະ​ທານ​ສະ​ພາ​ຕ່ຳ​ສະ​ຫະ​ລັດ ທ່ານ​ເຄວິນ ແມັກ​ຄາ​ທີ ຢູ່ Simi Valley ໃນ​ລັດ​ຄາ​ລີ​ຟໍ​ເນຍ.

ທ່ານ​ແມັກ​ຄາ​ທີ​ກ່າວ​ວ່າ ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ​ “ແມ່ນ​ມີ​ຄວາມ​ສຳ​ຄັນ​ເພື່ອ​ປົກ​ປັກ​ຮັກ​ສາ​ອິດ​ສະ​ຫຼະ​ພາບ​ທາງ​ດ້ານ​ເສດ​ຖ​ະ​ກິດ ສັນ​ຕິ​ພາບ ແລະ​ສະ​ຖຽນ​ລະ​ພາບ​ຢູ່​ໃນ​ຂົງ​ເຂດ.”

ນອກນັ້ນ ທ່ານ​ນາງ​ໄຊ​ຍັງ​ໄດ້​ເຕືອນ​ເຖິງ​ໄພ​ຂົ່ມ​ຂູ່​ທາງ​ດ້ານ​ທະ​ຫານ​ຈາກ​ຈີນ ຊຶ່ງ​ໄດ້​ກ່າວ​ອ້າງວ່າ ​ໄຕ້​ຫວັນ​ເປັນ​ດິນ​ແດນ​ສ່ວນ​ນຶ່ງ​ ຂອງ​ຕົນນັ້ນ “ແມ່ນ​ບໍ່ສາ​ມາດ​ທີ່​ຈະ​ບໍ່​ຖື​ວ່າ​ສຳ​ຄັນ​ໄດ້.” ທ່ານ​ນາງ​ໄຊ​ກ່າວ​ວ່າ ໄຕ້​ຫວັນ​ຊອກ​ຫາ​ຊ່ອງ​ທາງຢາກ​ໃຫ້ “ມີ​ສັນ​ຕິ​ພາບ​ຢ່າງ​ທີ່​ເປັນ​ຢູ່​ໃນ​ປັດ​ຈຸ​ບັນ” ແລະຈະ “​ດິ້ນ​ຮົນ​ ໃຫ້​ເປັນ​ພາ​ຄີ​ທີ່​ເຊື່ອ​ຖື​ໄດ້​ຂອງ​ໂລກ.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG