ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະມາຊິກສະພາຕ່ຳ ພັກຣີພັບບລີກັນ ລົງ ຄະແນນສຽງ ເພື່ອຈຳກັດ ຄະນະຈັນຍາບັນ ອິດສະລະ


ພາບທິວທັດ ຂອງລັດຖະສະພາ ສະຫະລັດ ຫຼື Capitol Hill ໃນນະຄອນຫຼວງ Washington, ວັນອັງຄານ ທີ 8 ພະຈິກ 2016.
ພາບທິວທັດ ຂອງລັດຖະສະພາ ສະຫະລັດ ຫຼື Capitol Hill ໃນນະຄອນຫຼວງ Washington, ວັນອັງຄານ ທີ 8 ພະຈິກ 2016.

ບັນດາຜູ້ແທນຈາກພັກຣີພັບບລີກັນ ຢູ່ໃນ ສະພາຕ່ຳສະຫະລັດ ໄດ້ລົງຄະແນນສຽງ ໃນວັນຈັນວານນີ້ ທີ່ຈະຈັດຕັ້ງ ອົງການທີ່ເປັນອິດສະລະຂຶ້ນ ເພື່ອທຳການສືບສວນ ສອບສວນ ການລະເມີດຈັນຍາບັນທັງຫຼາຍ ໂດຍບັນດາສະມາຊິກສະພາຕ່ຳ ພາຍໃຕ້ ອຳນາດຂອງສຳນັກງານຈັນຍາບັນ ທີ່ຄວບຄຸມໂດຍບັນດາເພື່ອນຮ່ວມງານດ້ວຍກັນ.

ສຳນັກງານຈັນຍາບັນຂອງລັດຖະສະພາ ຫຼື OCE ທີ່ບໍ່ເປັນຂອງພັກການເມືອງໃດໜຶ່ງ
ນັ້ນ ໄດ້ຖືກກໍ່ຕັ້ງຂຶ້ນມາ ເມື່ອປີ 2008 ເພື່ອຕອບສະໜອງ ເລື່ອງຂອງການຮັບສິນບົນ ແລະ ການສໍ້ລາດບັງຫຼວງ ຈຳນວນໜຶ່ງ ທີ່ກ່ຽວພັນກັບ ບັນດາສະມາຊິກສະພາຕ່ຳ ທີ່ເປັນຂ່າວນອງນັນຂຶ້ນມາ.

ໂດຍການລົງຄະແນນສຽງ ທີ່ມີ 119 ສຽງ ຕໍ່ 74 ສຽງ ໃນລະຫວ່າງກອງປະຊຸມປິດ
ລັບ ນັ້ນ ບັດນີ້ OCE ແມ່ນຈະຢູ່ “ພາຍໃຕ້ອຳນາດ ແລະ ການຊີ້ນຳ” ຂອງຄະນະ ກຳມະການຈັນຍາບັນຂອງສະພາຕ່ຳ. ການປ່ຽນແປງນີ້ ເປັນການຄາດໝາຍກັນ ວ່າຈະຖືກຮັບຮອງເອົາ ຢ່າງເປັນທາງການ ໂດຍສະພາຕ່ຳ ໃນວັນອັງຄານມື້ນີ້ ຊຶ່ງ
ເປັນສ່ວນໜຶ່ງ ຂອງຂໍ້ສະເໜີ ກ່ຽວກັບກົດລະບຽບຕ່າງໆ ທີ່ກວ້າງຂວາງ ອີກກວ່ານີ້.

ທັງ ປະທານສະພາຕ່ຳ ທ່ານ Paul Ryan ແລະ ຜູ້ນຳສຽງສ່ວນຫຼາຍ ທ່ານ Kevin McCarthy ໄດ້ຄັດຄ້ານຕໍ່ການປ່ຽນແປງທີ່ວ່ານັ້ນ.

ບັນດາສະມາຊິກສະພາ ຈາກພັກເດໂມແຄຣັດ ໄດ້ອອກຖະແຫລງການຫຼາຍສະບັບ
ແລະ ໄດ້ມີຄຳເຫັນຂຽນລົງທາງ Twitter ທີ່ຕຳນິຕິຕຽນຢ່າງໜັກ ຕໍ່ການເຄື່ອນໄຫວ ດັ່ງກ່າວນັ້ນ ໂດຍບັນດາສະມາຊິກສະພາຫຼາຍທ່ານ ເນັ້ນໃສ່ຄຳປະຕິຍານ ໃນການ ໂຄສະນາຫາສຽງ ຂອງປະທານາທິບໍດີ ທີ່ໄດ້ຮັບເລືອກໃໝ່ ທ່ານດໍໂນລ ທຣຳ ທີ່ໄດ້ ກ່າວໄວ້ວ່າ ຈະ “ເອົາໂຍນຖິ້ມ” ກຸ່ມປະຕິຮູບ ຈັນຍາບັນຂອງລັດຖະບານ.

ຜູ້ນຳສຽງສ່ວນໜ້ອຍ ທ່ານນາງ Nancy Pelosi ໄດ້ກ່າວວ່າ ການກະທຳຂອງພັກ ຣີພັບບລີກັນ ນັ້ນ “ຕາມບົດບາດໜ້າທີ່ແລ້ວ ຈະທຳລາຍ ຫ້ອງການດັ່ງກ່າວນີ້.”

ທ່ານນາງໄດ້ກ່າວໃນຖະແຫລງການສະບັບໜຶ່ງ ວ່າ “ບັນດາສະມາຊິກພັກຣີພັບ
ບລີກັນ ອ້າງວ່າ ພວກເພິ່ນ ຢາກຈະ ໂຍນຖິ້ມຢູ່ແຕ່ໃນຄ່ຳຄືນ ກ່ອນໜ້າ ລັດຖະ ສະພາຊຸດໃໝ່ ຈະສາບານໂຕເຂົ້າຮັບໜ້າທີ່ ບັນດາສະມາຊິກສະພາຕ່ຳ ຈາກພັກ ຣີພັບບລີກັນ ໄດ້ລົບລ້າງ ພຽງອົງການກວດສອບດ້ານຈັນຍາບັນ ແຫ່ງດຽວ ທີ່ເປັນ ອິດສະລະ ດ້ວຍການກະທຳທັງຫຼາຍ ຂອງພວກເພິ່ນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG