ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກຣີພັບບລິກັນໃນສະພາຕໍ່າ ຟ້ອງໃຫ້ມີການສືບສວນເພື່ອຟ້ອງຮ້ອງ ລູກຊາຍ ແລະ ນ້ອງຊາຍ ຂອງທ່ານໄດເດັນ


ແຟ້ມພາບ - ປະທານາທິບໍດີ ໂຈ ໄບເດັນ,​ ຂວາ, ແລະ ລູກຊາຍຂອງທ່ານ ຮັນເຕີ ໄບເດັນ ເດີນທາງມາຮອດ Fort McNair ໃນວໍຊິງຕັນ 25 ມິຖຸນາ 2023.
ແຟ້ມພາບ - ປະທານາທິບໍດີ ໂຈ ໄບເດັນ,​ ຂວາ, ແລະ ລູກຊາຍຂອງທ່ານ ຮັນເຕີ ໄບເດັນ ເດີນທາງມາຮອດ Fort McNair ໃນວໍຊິງຕັນ 25 ມິຖຸນາ 2023.

ບັນດາສະມາຊິກພັກຣີພັບບລີກັນໃນສະພາໄດ້ອອກໝາຍເອີ້ນ ໄປຍັງສະມາຊິກໃນຄອບຄົວຂອງປະທານາທິບໍດີ ໂຈ ໄບເດັນ, ອີງຕາມອົງການຂ່າວ ເອພີ. ມັນເປັນບາດກ້າວທີ່ຮຸນແຮງທີ່ສຸດຂອງພວກເຂົາ ໃນການສືບສວນການຟ້ອງຮ້ອງທີ່ຖືກຄັດຄ້ານຢ່າງແຂງຂັນໂດຍພັກເດໂມແຄຣັດ ທີ່ກຳລັງທົດສອບຂອບເຂດອຳນາດໃນການຄວບຄຸມຂອງລັດຖະສະພາ. ການເຄື່ອນໄຫວຂອງປະທານຄະນະກຳມະການກວດກາຂອງສະພາຕ່ຳ ທ່ານເຈມສ໌ ໂຄເມີ ເພື່ອຮ້ອງຟ້ອງທ່ານ ຮັນເຕີ ລູກຊາຍຂອງປະທານາທິບໍດີພັກເດໂມແຄຣັດ ແລະທ່ານເຈມສ໌ ນ້ອງຊາຍຂອງທ່ານ, ມີຂຶ້ນໃນຂະນະທີ່ພັກຣີພັບບລິກັນ ພະຍາຍາມຫາທາງເອົາຜິດ ໃນການສືບສວນທີ່ແກ່ຍາວມາເປັນເວລາເກືອບປີ. ໝາຍສານໄດ້ຖືກສົ່ງອອກ ໃນຕອນບ່າຍວັນພຸດວານນີ້. ມາຮອດປະຈຸບັນ, ພັກຣີພັບບລີກັນຍັງບໍ່ສາມາດເປີດເຜີຍຫຼັກຖານ ທີ່ກ່ຽວຂ້ອງເຖິງປະທານາທິບໍດີ ໃນການກະທຳຜິດໃດໆ. ທຳນຽບຂາວ ແລະ ທະນາຍຄວາມສ່ວນຕົວຂອງຄອບຄົວ ໄບເດັນ ໄດ້ອອກມາປະຕິເສດການສືບສວນດັ່ງກ່າວນີ້ ວ່າເປັນກົນອຸບາຍທາງການເມືອງ ທີ່ແນໃສ່ທຳຮ້າຍທ່ານ ໄບເດັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG