ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ບັນທຶກ ພັກຣີພັບບລີກັນ ກ່າວຫາ ເຈົ້າໜ້າທີ່ ຂັ້ນສູງ ແອັຟບີອາຍ ໃຊ້ອຳນາດ ບໍ່ຖືກຕ້ອງ


ບັນທຶກລັບ ທີ່ຖືກນຳອອກເຜີຍແຜ່ ຢູ່ວໍຊິງຕັນ. (2 ກຸມພາ 2018)
ບັນທຶກລັບ ທີ່ຖືກນຳອອກເຜີຍແຜ່ ຢູ່ວໍຊິງຕັນ. (2 ກຸມພາ 2018)

ຄະນະກຳມະການສືບລັບຂອງສະພາຕ່ຳໄດ້ເປີດເຜີຍບັນທຶກທີ່ຍັງເປັນບັນຫາໂຕ້ແຍ້ງ ສະບັບນຶ່ງ ທີ່ສະມາຊິກພັກຣີພັບບລີກັນ ກ່າວຫາວ່າ ເຈົ້າໜ້າທີ່ສືບສວນ ຂອງອົງການ
ສັນຕິບານກາງ ຫຼື FBI ຂອງສະຫະລັດ ໄດ້ໃຊ້ອຳນາດຂອງພວກເຂົາ ເຈົ້າໄປໃນທາງ
ທີ່ບໍ່ຖືກຕ້ອງໃນການສືບສວນກ່ຽວກັບການແຊກແຊງຂອງຣັດເຊຍເຂົ້າໃນການເລືອກ ຕັ້ງປະທານາທິບໍດີ ປີ 2016 ຂອງສະຫະລັດ.

ບັນທຶກດັ່ງກ່າວ ໄດ້ຖືກເປີດເຜີຍ ໃນວັນສຸກວານນີ້ ຫລັງຈາກ ປະທານາທິບໍດີ ດໍໂນລ
ທຣຳ ໄດ້ໃຫ້ການອະນຸມັດ ເພື່ອເປີດເຜີຍບັນທຶກ ຊຶ່ງຂຽນຂຶ້ນໂດຍ ປະທານຄະນະກຳ
ມະການສືບລັບ ທ່ານເດວິນ ນູເນສ ທີ່ສັງກັດພັກຣີພັບບລີກັນ.

ປ. ທຣຳ ແລະ ສະມາຊິກ ພັກຣີພັບບລີກັນ ຊົມເຊີຍ ການເປີດເຜີຍ ບັນທຶກລັບ

Trump and Republicans Hail Release of Classified Memo on Russia Probe
please wait

No media source currently available

0:00 0:02:51 0:00

ທຳນຽບຂາວ ກ່າວວ່າ ບັນທຶກສະບັບນີ້ ໄດ້ພາໃຫ້ເກີດ “ຄວາມເປັນຫ່ວງ ຢ່າງແທ້ຈິງ” ໃນການຈັດແຈງຮັບມືກັບການສືບສວນກ່ຽວກັບການແຊກແຊງຂອງຣັດເຊຍໂດຍກະ
ຊວງຍຸຕິທຳ ແລະ ອົງການແອັຟບີອາຍ. ທັງກະຊວງຍຸຕິທຳແລະອົງການແອັຟບີອາຍ
ໄດ້ຄັດຄ້ານ ຕໍ່ການເປີດເຜີຍບັນທຶກດັ່ງກ່າວນີ້ ໂດຍໄດ້ຕັ້ງຄຳຖາມກ່ຽວກັບຄວາມຖືກ
ຕ້ອງແມ່ນຍຳ.

ປະທານາທິບໍດີທຣຳ ໄດ້ກ່າວເຖິງເນື້ອໄນຂອງບັນທຶກນີ້ວ່າເປັນຕາ “ໜ້າຢ້ານ.”

ປ. ທຣຳ ໃຫ້ຄວາມເຫັນ ກ່ຽວກັບ ບັນທຶກລັບ

Trump on Release of Republican Memo
please wait

No media source currently available

0:00 0:00:22 0:00

ທ່ານນູເນສໄດ້ອອກຖະແຫຼງການສະບັບນຶ່ງໃນວັນສຸກວານນີ້ສະແດງຄວາມຫວັງອອກ
ມາວ່າ ສະມາຊິກພັກຣີພັບບລີກັນ ໃນຄະນະກຳມະການສືບລັບ ຈະ“ສ່ອງແສງ” ຕໍ່ອັນທີ່
ທ່ານເອີ້ນວ່າ “ເຫດການທີ່ໜ້າຕື່ນຕົກໃຈຢ່າງຕໍ່ເນື່ອງ.”

ຖະແຫຼງການ ຂອງພັກເດໂມແຄຣັດ ໄດ້ກ່າວຫາພັກຣີພັບບລີກັນວ່າ ເຮັດໃຫ້ເລື້ອງດັ່ງ
ກ່າວນີ້ ກາຍເປັນສິ່ງທຳມະດາ ແບບທີ່ບໍ່ເຄີຍມີມາກ່ອນ ໂດຍເປີດເຜີຍ ຂໍ້ມູນລັບ ທີ່ຈະ
ສ້າງຄວາມເສຍຫາຍໃນໄລຍະຍາວໃຫ້ແກ່ປະຊາຄົມສືບລັບໂດຍມີຈຸດປະສົງທີ່ຈະປົກ ປ້ອງທ່ານທຣຳຈາກການຖືກກ່າວຫາທີ່ຄາດວ່າຈະມີຂຶ້ນໃນການສືບສວນກ່ຽວກັບການ
ແຊກແຊງຂອງຣັດເຊຍ.

ສະມາຊິກສະພາຕ່ຳ ແອແດັມ ຊີຟ (Adam Schiff) ຊຶ່ງເປັນຫົວໜ້າ ຂອງພັກເດໂມ
ແຄຣັດໃນຄະນະກຳມະການສືບລັບຂອງສະພາຕ່ຳກ່າວວ່າ “ມັນເປັນທີ່ຈະແຈ້ງຈາກ
ປະທານາທິບໍດີວ່າ ນີ້ແມ່ນຈຸດປະສົງອັນແທ້ຈິງ ທີ່ຢູ່ເບື້ອງຫຼັງ ຂອງການເລືອກເອົາຂໍ້
ມູນ ທີ່ທ່ານນູເນສ ຕ້ອງການຢາກເປີດເຜີຍນັ້ນ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG