ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກ ສະພາຕ່ຳ ພັກຣີພັບບລີກັນ ເຄື່ອນໄຫວ ທີ່ຈະຟ້ອງຮ້ອງ ຮອງ ລມຕ ກະຊວງຍຸຕິທຳ


ຮອງລັດຖະມົນຕີ ກະຊວງຍຸຕິທຳ ທ່ານ ຣອດ ໂຣເຊນສໄຕນ໌ (Rod Rosenstein) ປາກົດໂຕຕໍ່ໜ້າ ຄະນະກຳມະການ ຕຸລາການ ຂອງສະພາຕ່ຳ ເພື່ອການພິຈາລະນາ ຄຳໃຫ້ການ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 28 ມິຖຸນາ 2018.
ຮອງລັດຖະມົນຕີ ກະຊວງຍຸຕິທຳ ທ່ານ ຣອດ ໂຣເຊນສໄຕນ໌ (Rod Rosenstein) ປາກົດໂຕຕໍ່ໜ້າ ຄະນະກຳມະການ ຕຸລາການ ຂອງສະພາຕ່ຳ ເພື່ອການພິຈາລະນາ ຄຳໃຫ້ການ ຢູ່ທີ່ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 28 ມິຖຸນາ 2018.

ໃນວັນພຸດວານນີ້ ບັນດາສະມາຊິກສະພາ ສັງກັດພັກຣີພັບບລີກັນ ກຸ່ມນຶ່ງ ຢູ່ໃນສະພາ
ຕ່ຳ ສະຫະລັດ ໄດ້ລິເລີ້ມຄວາມພະຍາຍາມ ເພື່ອຈະຟ້ອງຮ້ອງ ຮອງລັດຖະມົນຕີ
ກະຊວງຍຸຕິທຳ ທ່ານ ຣອດ ໂຣເຊນສໄຕນ໌ ໃນການກ່າວຫາທ່ານວ່າ ປະຕິບັດໜ້າທີ່
ໃນທາງທີ່ຜິດ ແລະຂາດຕົກບົກຜ່ອງ ໃນການແບ່ງປັ່ນຂໍ້ມູນ ທີ່ກ່ຽວຂ້ອງກັບການສືບ
ສວນສອບສວນ ໂດຍໄອຍະການພິເສດ ກ່ຽວກັບການໃຊ້ອິດທິພົນຂອງຣັດເຊຍ ຕໍ່ການເລືອກຕັ້ງ ສະຫະລັດ ປີ 2016.

ທ່ານ ໂຣເຊນສໄຕນ໌ ໄດ້ກຳກັບນຳ ການສືບສວນສອບສວນດັ່ງກ່າວ ນັບຕັ້ງແຕ່ຫົວໜ້າ
ຂອງທ່ານ ຢູ່ທີ່ກະຊວງຍຸຕິິທຳ ກໍຄື ລັດຖະມົນຕີ ແຈັຟ ແສັດຊັນ ຜູ້ທີ່ໄດ້ຖອນໂຕເອງ
ອອກຈາກເລື້ອງການສືບສວນນີ້. ທ່ານ ໂຣເຊນສໄຕນ໌ ຈຶ່ງໄດ້ແຕ່ງຕັ້ງ ອະດີດຜູ້ອຳ
ນວຍການ ອົງການສັນຕິບານກາງ ຫຼື FBI ທ່ານ ໂຣເບີດ ມັລເລີ ໃຫ້ເປັນໄອຍະການ
ພິເສດ ແລະ ມາເຖິງເວລານີ້ ທີມງານຂອງທ່ານ ມັລເລີ ໄດ້ຟ້ອງ 32 ຄົນໄປແລ້ວ ທີ່
ລວມມີ ຫຼາຍຄົນຜູ້ທີ່ໄດ້ເຮັດວຽກໃຫ້ແກ່ຄະນະໂຄສະນາຫາສຽງ ຂອງປະທານາທິບໍດີ
ດໍໂນລ ທຣຳ.

ທ່ານ ທຣຳ ແລະ ບັນດາພັນທະມິດຂອງທ່ານ ໄດ້ທັກທ້ວງຢູ່ເລື້ອຍໆວ່າ ການສືບສວນ
ນັ້ນ ເປັນການ “ຫາເລື້ອງຈັບຜິດ ຫຼື witch hunt” ແລະ ທ່ານ ທຣຳ ໄດ້ປະຕິເສດວ່າ
ຄະນະໂຄສະນາຫາສຽງຂອງທ່ານ ບໍ່ໄດ້ສົມຮູ້ຮ່ວມຄິດ ກັບຣັດເຊຍ ເພື່ອຊ່ອຍໃຫ້ທ່ານ
ຊະນະການເລືອກຕັ້ງ ປີ 2016.

“ກະຊວງຍຸຕິທຳ ໄດ້ສືບຕໍ່ປົກປິດຂໍ້ມູນ ຈາກລັດຖະສະພາ ແລະກີດຂວາງການກວດ
ສອບ ຊ້ຳແລ້ວຊ້ຳອີກ -- ແມ່ນກະທັງ ທ້າທາຍຂັດຂືນ ຕໍ່ໝາຍຮຽກຂອງສະພາ”
ທ່ານ
ມາກຄ໌ ແມດໂດສ໌ ສະມາຊິກສະພາຕ່ຳ ໄດ້ກ່າວໄປໃນ ວັນພຸດວານນີ້ ເຊິ່ງທ່ານເປັນຜູ້ນຶ່ງ
ທີ່ຮ່ວມສະໜັບສະໜຸນ ໃຫ້ເອົາມາດຕະການຟ້ອງຮ້ອງດັ່ງກ່າວ. ທ່ານໄດ້ກ່າວຕື່ມວ່າ
“ພວກເຮົາພໍແລ້ວ.”

ສ່ວນ ທ່ານ ຈິມ ຈໍຣແດັນ ສະມາຊິກສະພາຕ່ຳ ຜູ້ຮ່ວມສະໜັບສະໜຸນ ໃຫ້ເອົາມາດຕະ
ການຟ້ອງຮ້ອງອີກທ່ານນຶ່ງ ກໍໄດ້ກ່າວວ່າ “ພວກເຮົາບໍ່ສາມາດມີຄຳຕອບ ໃຫ້ແກ່ປະຊາ
ຊົນ ຊາວອາເມຣິກັນ ຖ້າພວກເຮົາບໍ່ສາມາດ ໄດ້ຂໍ້ມູນ ຈາກກະຊວງຍຸຕິທຳ. ມັນເຖິງ
ວລາແລ້ວ ທີ່ຈະຟ້ອງຮ້ອງ ທ່ານ ຣອດ ໂຣເຊນສໄຕນ໌.”

ໂຄສົກຍິງຂອງກະຊວງຍຸຕິທຳທ່ານນຶ່ງ ໄດ້ບອກວີໂອເອວ່າ ທາງກະຊວງ ບໍ່ມີຄວາມເຫັນ
ຫຍັງ ກ່ຽວກັບການຟ້ອງຮ້ອງ ທ່ານໂຣເຊນສໄຕນ໌.

ຖ້າມາດຕະການດັ່ງກ່າວ ຖືກນຳຂຶ້ນມາ ສະເໜີຕໍ່ສະພາຕ່ຳຄົບຄະນະ ເພື່ອການລົງຄະ
ແນນສຽງ ມັນຈະບໍ່ເກີດຂຶ້ນໃນໄວໆນີ້. ບັນດາສະມາຊິກສະພາຕ່ຳຈະກັບ ຄືນໄປເຂດ
ເລືອກຕັ້ງຂອງຕົນ ເພື່ອພັກຜ່ອນ ເລີ້ມຕົ້ນແຕ່ວັນພະຫັດມື້ນີ້ ແລະບໍ່ມີກຳນົດຈະກັບຄືນ
ມາເຮັດວຽກ ໃນລັດຖະສະພາ ຈົນເຖິງເດືອນກັນຍາ.

ທ່ານ ແອດຳ ຊີຟ ຜູ້ນຳສະມາຊິກສະພາຕ່ຳ ສັງກັດພັກເດໂມແຄຣັດ ຢູ່ໃນຄະນະກຳມະ
ການສືບລັບ ໄດ້ຕ້ອງຕິຄວາມພະຍາຍາມ ໃນການຟ້ອງຮ້ອງດັ່ງກ່າວນີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG