ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຈົ້າໜ້າທີ່ ສັນຕິບານກາງ ໃຫ້ການ ກ່ຽວກັບ ການສົ່ງຂໍ້ຄວາມ ຕໍ່ຕ້ານ ປ. ທຣຳ


ທ່ານປີເຕີ ສໂຕຣກຄ໌ ຮອງຜູ້ຊ່ວຍ ຜູ້ອຳນວຍການ ອົງການ FBI ໃຫ້ການ ຕໍ່ຄະນະກຳມະການຮ່ວມ ຂອງສະພາຕ່ຳ.
ທ່ານປີເຕີ ສໂຕຣກຄ໌ ຮອງຜູ້ຊ່ວຍ ຜູ້ອຳນວຍການ ອົງການ FBI ໃຫ້ການ ຕໍ່ຄະນະກຳມະການຮ່ວມ ຂອງສະພາຕ່ຳ.

ເຈົ້າໜ້າທີ່ ອົງການສັນຕິບານກາງຫລື FBI ທ່ານ ປີເຕີ ສໂຕຣກຄ໌ ຜູ້ທີ່ໄດ້ຖືກຕ້ອງຕິ ໄດ້
ໄປປາກົດໂຕຢູ່ທີ່ສະພາຕ່ຳໃນວັນພະຫັດວານນີ້ໂດຍໄດ້ປະຕິເສດຕໍ່ການວິພາກວິຈານ ຂອງພັກຣີພັບບລີກັນ ທີ່ວ່າ ຂໍ້ຄວາມສົນທະນາຫຼາຍຄັ້ງ ທີ່ແລກປ່ຽນກັນ ລະຫວ່າງທ່ານ ແລະທະນາຍຄວາມ ຂອງອົງການ FBI ທ່ານນາງ ລີຊາ ເພຈ ໃນລະຫວ່າງ ການໂຄສະ
ນາຫາສຽງ ການເລືອກຕັ້ງປະທານາທິບໍດີ ໃນປີ 2016 ນັ້ນ ເປັນຫລັກຖານຂອງການມີ
ຄວາມລຳອຽງ ຕໍ່ປະທານາທິບໍດີ ດໍໂນລ ທຣຳ.

FBI Official Denies Any Political Bias in His Official Work
please wait

No media source currently available

0:00 0:02:05 0:00

ທ່ານສໂຕຣກຄ໌ ເປັນຮອງຜູ້ຊ່ວຍ ຜູ້ອຳນວຍການ ອົງການ FBI ທີ່ໄດ້ນຳພາໃນການສືບ
ສວນອະດີດລັດຖະມົນຕີຕ່າງປະເທດ ທ່ານນາງຮີລລາຣີ ຄລິນຕັນ ໃນປີ 2016 ກ່ຽວກັບ
ການນຳ ໃຊ້ການບໍລິການດ້ານອີແມລສ່ວນຕົວ ແລະ ທ່ານສໂຕຣກຄ໌ ໄດ້ເຮັດວຽກເປັນ
ເວລາສັ້ນໆ ຢູ່ໃນຄະນະສືບສວນກ່ຽວກັບການ ແຊກແຊງຣັດເຊຍໄດ້ໃຫ້ການວ່າ ທ່ານບໍ່
ເຄີຍນຳເອົາທັດສະນະສ່ວນຕົວມາແຊກແຊງເຂົ້າໃນວຽກງານຂອງທ່ານ ສຳລັບອົງການ
ນີ້ເລີຍ.

ທ່ານສໂຕຣກຄ໌ ໄດ້ກ່າວຕໍ່ ຄະນະຮັບຟັງຄຳໃຫ້ການຮ່ວມ ໂດຍ ຄະນະກຳມະການຕຸລາ
ການ ແລະຄະນະກຳມະການກວດກາລັດຖະບານຂອງສະພາຕ່ຳວ່າ “ຂ້າພະເຈົ້າຂໍກ່າວ
ໃຫ້ເປັນທີ່ຈະແຈ້ງ ຢ່າງບໍ່ອ້ອມຄ້ອມ ແລະພາຍໃຕ້ການ ສາບານຕົວວ່າ ບໍ່ມີແມ່ນແຕ່ຄັ້ງ
ດຽວ ໃນຕະຫຼອດໄລຍະ 26 ປີ ຂອງການປ້ອງກັນປະເທດຊາດ ທີ່ໄດ້ເຮັດ ໃນຄວາມຄິດ
ເຫັນຂອງຂ້າພະເຈົ້າ ສົ່ງຜົນກະທົບໃດໆ ຕໍ່ການເອົາມາດຕະການທີ່ເປັນທາງການ ໂດຍ
ຂ້າພະເຈົ້າ.”

ການໃຫ້ການທີ່ເປີດເຜີຍຄັ້ງທຳອິດຂອງທ່ານສໂຕຣກຄ໌ ໄດ້ມີຂຶ້ນຫຼັງຈາກທີ່ທ່ານໄດ້ພົບ
ປະແບບປິດລັບກັບບັນດາສະມາຊິກຂອງທັງສອງຄະນະກຳມະການດັ່ງກ່າວເປັນເວລາ
ເກືອບ 11 ຊົ່ວໂມງ ເມື່ອເດືອນແລ້ວນີ້.

​ການໃຫ້ການຂອງທ່ານ ໄດ້ເລີ້ມຕົ້ນຂຶ້ນ ດ້ວຍຄວາມເຄັ່ງຕຶງ ຫຼັງຈາກທີ່ ທ່ານ ສໂຕຣກຄ໌ ໄດ້ປະຕິເສດທີ່ຈະຕອບຄຳຖາມຕ່າງໆກ່ຽວກັບການສືບສວນເລື້ອງຣັດເຊຍ ເຊິ່ງນຳໂດຍ

ທ່ານ ບອບ ກູດເລດຕ໌ ປະທານກຳມະການຕຸລາການ ຂູ່ວ່າ ຈະຖືວ່າທ່ານສໂຕຣກຄ໌ໝິ່ນ
ປະໝາດລັດຖະສະພາ. ສ່ວນບັນດາສະມາຊິກພັກເດໂມແຄຣດ ຢູ່ໃນຄະນະກຳມະການ ກໍໄດ້ສອດຄວາມເຫັນເຂົ້າວ່າ ການກ່າວຫາ ຂອງບັນດາສະມາຊິກ ພັກຣີພັບບລີກັນນັ້ນ ເປັນການເຮັດໃຫ້ ທ່ານສໂຕຣກຄ໌ ລຳບາກໃຈ.

ທ່ານສໂຕຣກຄ໌ ເປັນເຈົ້າໜ້າທີ່ຕໍ່ຕ້ານການສືບລັບ ມາໄດ້ 22 ປີ ທີ່ຍັງໄດ້ຮັບໃຊ້ຊາດໃນ
ກອງທັບບົກ ເປັນເວລາສີ່ປີ ໄດ້ນຳພາອົງການ ໃນການສືບສວນກ່ຽວກັບການໃຊ້ອີແມລ
ຂອງທ່ານນາງຄລິນຕັນ ແລະໄດ້ເຮັດວຽກເປັນເວລາສັ້ນໆ ຢູ່ໃນຄະນະສືບສວນກ່ຽວກັບ
ການແຊກແຊງເຂົ້າໃນການເລືອກຕັ້ງຂອງ ຣັດເຊຍ ທີ່ໄດ້ນຳພາໂດຍ ໄອຍະການພິເສດ
ໂຣເບີດ ມັລເລີ. ທ່ານສໂຕຣກຄ໌ ໄດ້ຖືກປົດອອກຈາກຄະນະດັ່ງກ່າວ ຫຼັງຈາກທີ່ຂໍ້ຄວາມ
ສົນທະນາຂອງທ່ານ ໄດ້ຖືກເປີດເຜີຍໃຫ້ຮູ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG