ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະມາຊິກ ພັກຣີພັບບລີກັນ ຂອງສະພາຕ່ຳ ຈະສອບຖາມ ເຈົ້າໜ້າທີ່ FBI ເລື້ອງຂໍ້ຄວາມ ຕໍ່ຕ້ານ ທ. ທຣຳ


ທ່ານ ປີເຕີ ສໂຕຣກຄ໌, ກາງ, ເຈົ້າໜ້າທີ່ FBI ປະເຊີນກັບການຕິຕຽນ ຫຼັງຈາກ ມີການຂຽນຂໍ້ຄວາມຕໍ່ຕ້ານທ່ານທຣຳ ຫຼາຍໆຄັ້ງ ກຳລັງຍ່າງໄປໃຫ້ການ ຕໍ່ໜ້າຄະນະກຳມະການ ຕຸລາການ ຂອງສະພາຕ່ຳ ຢູ່ທີ່ ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 27 ມິຖຸນາ 2018.
ທ່ານ ປີເຕີ ສໂຕຣກຄ໌, ກາງ, ເຈົ້າໜ້າທີ່ FBI ປະເຊີນກັບການຕິຕຽນ ຫຼັງຈາກ ມີການຂຽນຂໍ້ຄວາມຕໍ່ຕ້ານທ່ານທຣຳ ຫຼາຍໆຄັ້ງ ກຳລັງຍ່າງໄປໃຫ້ການ ຕໍ່ໜ້າຄະນະກຳມະການ ຕຸລາການ ຂອງສະພາຕ່ຳ ຢູ່ທີ່ ລັດຖະສະພາ ຫຼື Capitol Hill ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 27 ມິຖຸນາ 2018.

ເຈົ້າໜ້າທີ່ອົງການສັນຕິບານກາງ ຫຼື FBI ທ່ານນຶ່ງ ຈະໄປໃຫ້ປາກຄຳ ຕໍ່ໜ້າ ສອງຄະນະ
ກຳມະການຂອງສະພາຕ່ຳ ໃນວັນພະຫັດມື້ນີ້ ກ່ຽວກັບການສືບສວນສອບສວນ ໃນເລື້ອງ
ຂໍ້ກ່າວຫາຕ່າງໆ ຂອງຄວາມລຳອຽງ ຕໍ່ປະທານາທິບໍດີ ດໍໂນລ ທຣຳ ພາຍໃນອົງການ
ດັ່ງກ່າວນັ້ນ.

ເຈົ້າໜ້າທີ່ຕໍ່ຕ້ານສືບລັບ ທ່ານ ປີເຕີ ສໂຕຣກຄ໌ ຜູ້ທີ່ໄດ້ເຮັດວຽກ ກ່ຽວກັບການສືບສວນ
ຄະນະການເລືອກຕັ້ງ ປະທາທິບໍດີ ປີ 2016 ຂອງທ່ານ ທຣຳ ແລະເລື້ອງຂໍ້ກ່າວຫາ
ການສົມຮູ້ຮ່ວມຄິດ ກັບຣັດເຊຍ ໃຫ້ແກ່ໄອຍະການພິເສດ ທ່ານໂຣເບີດ ມັລເລີ ມາຈົນ
ເຖິງປີກາຍນີ້ ເມື່ອຜູ້ກ່ຽວໄດ້ຖືກປົດ ຫຼັງຈາກທີ່ມີຂໍ້ຄວາມຕ່າງໆ ທີ່ທ່ານໄດ້ຂຽນສົນທະ
ນາກັບ ອະດີດທະນາຍຄວາມອົງການ FBI ທ່ານນາງ ລີຊ້າ ເພັຈ ໄດ້ຖືກເປີດເຜີຍອອກ
ມາ ທີ່ສະແດງໃຫ້ເຫັນວ່າ ພວກເຂົາເຈົ້າ ມີຄວາມຮູ້ສຶກໝິ່ນປະໝາດ ຕໍ່ທ່ານທຣຳ.

ທ່ານ ສໂຕຣກຄ໌ ແລະ ທ່ານນາງ ເພັຈ ໄດ້ມີຄວາມສຳພັນທາງຊູ້ສາວນຳກັນ ໃນປີ 2016
ຊຶ່ງໃນເວລານັ້ນ ພວກເຂົາທັງສອງ ໄດ້ມີສ່ວນກ່ຽວຂ້ອງ ໃນການສືບສວນສອບສວນ
ເລື້ອງ ການບໍລິການດ້ານອີແມລ ຂອງອະດີດລັດຖະມົນຕີການຕ່າງປະເທດ ທ່ານນາງ
ຮີລລາຣີ ຄລິນຕັນ. ປະທານາທິບໍດີ ທຣຳ ໄດ້ຍຶດເອົາໂອກາດ ກ່ຽວກັບຂໍ້ຄວາມສົນທະ
ນາກັນຕ່າງໆ ຂອງທ່ານ ສໂຕຣກຄ໌ ແລະ ທ່ານນາງ ເພັຈ ເພື່ອມາປະນາມການສືບສວນ ຂອງທ່ານມັນເລີນັ້ນວ່າ ບໍ່ມີຫຍັງເລີຍ ພຽງແຕ່ເປັນການ “ສ້າງເລື້ອງຫາຈັບຜິດ ຫຼື
witch hunt.

ປະທານາທິບໍດີໄດ້ຂຽນລົງທວີດເຕີ ເມື່ອຕອນແລງວັນພຸດວານນີ້ ໃນຂະນະຢູ່ທີ່ນະຄອນ
ຫຼວງ ບຣັສໂຊລສ໌ ເພື່ອເຂົ້າຮ່ວມກອງປະຊຸມອົງການເນໂຕ້ວ່າ “ການສ້າງເລື້ອງຈັບຜິດ
ສາມາດດຳເນີນໄປໄດ້ແນວໃດ ໃນເມື່ອມັນໄດ້ເລີ້ມຕົ້ນຂຶ້ນ ໄດ້ມີອິດທິພົນ ແລະ ໄດ້ ຕໍ່ເວລາການທຳງານອອກໄປຕື່ມ ໂດຍປີເຕີ ສໂຕຣກຄ໌ ອະດີດເຈົ້າໜ້າທີ່ FBI ທັງ
ເປັນຄົນຮັກພ້ອມ? ອ່ານຂໍ້ຄວາມໃນອີແມລທັງຫຼາຍ ທີ່ເຕັມໄປດ້ວຍຄວາມກຽດຊັງ
ແລະຄວາມລຳອຽງແທ້ໆເລີຍ ແລະຄຳຕອບກໍເປັນທີ່ຈະແຈ້ງ!”

ທ່ານ ສໂຕຣກຄ໌ ຈະໃຫ້ການ ໃນວັນພະຫັດມື້ນີ້ ຕໍ່ໜ້າ ການພິຈາລະນາຮັບຟັງຮ່ວມກັນ
ຂອງຄະນະກຳມະການຕຸລາການ ແລະ ຄະນະກຳມະການກວດກາ ການຕິຮູບລັດຖະ
ບານ ຂອງສະພາຕ່ຳ ນຶ່ງສັບປະດາ ຫລັງຈາກທີ່ໄດ້ໄປປາກົດໂຕຕໍ່ໜ້າ ຄະນະກຳມະ
ການ ດັ່ງກ່າວ ໃນການໃຫ້ການແບບປິດລັບ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG