ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະ​ພາ​ຕ່ຳ ສ​ຫລ ລົງ​ມະ​ຕິ ໃຫ້​ເປີດ ລັດ​ຖະ​ບານ​ກາງ​ຄືນ ແຕ່​ກໍ​ມີ​ການ​ຂູ່​ວ່າ ຈະ​ໃຊ້​ສິດ​ຢັບ​ຢັ້ງ


ປະ​ທານ​ສະ​ພາ​ຕ່ຳ ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ (ພັກ​ເດ​ໂມ​ແຄ​ຣັດ ຈາກ​ລັດ​ຄາ​ລີ​ຟໍ​ເນຍ) ເປັນ​ປະ​ທານ ໃນ​ພິ​ທີ​ສາ​ບານ​ໂຕ ເຂົ້າ​ຮັບ​ຕຳ​ແໜ່ງ​ຂອງ​ສະ​ມາ​ຊິກ​ສະ​ພາ​ຕ່ຳ ທີ່​ຕຶກ​ລັດ​ຖະ​ສະ​ພາ ໃນ​ນະ​ຄອນ​ຫຼວງວໍ​ຊິ​ງ​ຕັນ ເມື່ອ​ວັນ​ທີ 3 ມັງ​ກອນ 2019.
ປະ​ທານ​ສະ​ພາ​ຕ່ຳ ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ (ພັກ​ເດ​ໂມ​ແຄ​ຣັດ ຈາກ​ລັດ​ຄາ​ລີ​ຟໍ​ເນຍ) ເປັນ​ປະ​ທານ ໃນ​ພິ​ທີ​ສາ​ບານ​ໂຕ ເຂົ້າ​ຮັບ​ຕຳ​ແໜ່ງ​ຂອງ​ສະ​ມາ​ຊິກ​ສະ​ພາ​ຕ່ຳ ທີ່​ຕຶກ​ລັດ​ຖະ​ສະ​ພາ ໃນ​ນະ​ຄອນ​ຫຼວງວໍ​ຊິ​ງ​ຕັນ ເມື່ອ​ວັນ​ທີ 3 ມັງ​ກອນ 2019.

ປະ​ທາ​ນາ​ທິ​ບໍ​ດີ​ ​ດໍ​ໂນ​ລ ທ​ຣຳ ແລະ​ພວກ​ຜູ້​ນຳ​ລັດ​ຖະ​ສະ​ພາ​ສະຫະ​ລັດ ມີ​ກຳ​ນົດທີ່​ຈະ​ພົບ​ປະ​ກັນ ຢູ່ທີ່​ທຳ​ນຽບ​ຂາວ ໃນ​ຕອນ​ເຊົ້າ​ວັນ​ສຸກມື້ນີ້ ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ວ່າ ຈະ​ຍຸ​ຕິ​ການ​ປິດ​ລັດ​ຖະ​ບານຊຶ່ງ​ກ້າວ​ເຂົ້າ​ສູ່​ອາ​ທິດ​ທີ​ສາມ​ແລ້ວນັ້ນໄດ້​ແນວ​ໃດ.

ການ​ພົບ​ປະ​ດັ່ງ​ກ່າວ​ມີ​ຂຶ້ນ​ນຶ່ງມື້ ຫຼັງ​ຈາກ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ຊຸດ​ໃໝ່ ສາ​ບານໂຕ​ເຂົ້າ​ຮັບ​ຕຳ​ແໜ່ງ ໃນ​ອັນ​ຊຶ່ງ​ໃນ​ເວ​ລານີ້ ແມ່ນ​ສະ​ພາ​ຕ່ຳ​ທີ່​ຄວບ​ຄຸມ​ໂດຍ​ພັກ​ເດໂມ​ແຄ​ຣັດ.

ໃນ​ວັນ​ພະ​ຫັດ​ວານນີ້ ສະ​ພາ​ຕ່ຳ​ສະ​ຫະ​ລັດໄດ້​ຮັບ​ຜ່ານ​ຮ່າງ​ກົດ​ໝາຍ​ເພື່ອ​ໃຫ້​ເປີດລັດ​ຖະ​ບານ​ຄືນ​.

ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ ແນວ​ໃດ​ກໍ​ຕາມ ບໍ່​ໄດ້​ຮວມ​ເອົາ​ເງິນ 5 ຕື້​ໂດ​ລາ​ທີ່​ປະ​ທາ​ນາ​ທິ​ບໍ​ດີ​ຕ້ອງ​ການ ເພື່ອ​ສ້າງ​ກຳ​ແພງ ຢູ່​ຊາຍ​ແດນ​ສະ​ຫະ​ລັດ​ຕິດ​ກັບ​ເມັກ​ຊິ​ໂກ.

ທ່ານ​ນາງ​ແນນ​ຊີ ເພ​ໂລ​ຊີ ກ່າວ​ຫລັງ​ຈາກ​ທ່ານ​ນາງ​ສາ​ບານ​ໂຕ​ເຂົ້າ​ຮັບ​ຕຳ​ແໜ່ງໃນ​ວັນ​ພະ​ຫັດ​ວານນີ້ໃນ​ຖ​າ​ນະ​ປະ​ທານ​ສະ​ພາ​ຕ່ຳ​ຄົນ​ໃໝ່​ວ່າ “ພວກ​ເຮົາ​ຈະ​ບໍ່​ເຮັດ​ກຳ​ແພງ.”
ທ່​ານ​ນາງ​ໄດ້​ສະ​ເໜີ​ແນະ​ວ່າ ເງິນ​ຄວນ​ຈະ​ຖືກ​ນຳ​ໄປ​ໃຊ້​ໃນ​ດ້ານ​ເທັກໂນ​ໂລ​ຈີ​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ​ຊາຍ​ແດນ ແລະ​ຈ້າງ​ເຈົ້າ​ໜ້າ​ທີ່​ຊາຍ​ແດນ​ຕື່ມ.

ຜູ້​ນຳ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ​ໃນ​ສະ​ພາ​ສູງ ທ່ານ​ມິ​ຈ ແມັກ​ຄອນ​ແນ​ລ ​ເອີ້ນ​ຮ່າງ​ກົດໝາຍ​ຂອງ​ສະ​ພາ​ຕ່ຳ ​ທີ່​ຈະ​ຍຸ​ຕິ​ການ​ອັດ​ລັດ​ຖະ​ບານ​ນັ້ນ​ວ່າ ເປັນ “​ລະຄອນການ​ເມືອງ” ທັງໆ​ທີ່​ສະ​ພາ​ສູງ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນໄດ້​ຮັບ​ຮອງເອົາ​ຮ່າງ​ກົດ​ໝາຍ​ແບບ​ດຽວ​ກັນ​ໃນ​ເດືອນ​ແລ້ວ.

ຮ່າງ​ກົດ​ໝາຍ ​ທີ່​ຮັບ​ຮອງ​ເອົ​າ​ໂດຍ​ສະ​ພາ​ຕ່ຳ​ ໃນ​ວັນ​ພະ​ຫັດ​ວານນີ້ ຮຽກ​ຮ້ອງ​ໃຫ້​ເປີດ​ລັດ​ຖ​ະ​ບານ​ກາງ​ຄືນ ແລະ​ໃຫ້​ທຶນ​ສະ​ໜັບ​ສະ​ໜຸນ​ກະ​ຊວງ​ຮັກ​ສາ​ຄວາມ​ປອດໄພ​ພາຍ​ໃນ​ຂອງ​ສະ​ຫະ​ລັດ ໄປ​ຈົນ​ຮອດ​ເດືອນ​ກຸມ​ພາ.

ໃນ​ຂະ​ນະ​ທີ່​ທ່ານ​ທ​ຣຳ​ເອງ ບໍ່​ໄດ້​ໃຊ້​ຄຳ​ວ່າ “ວີ​ໂຕ້” ຫຼື​ຢັບ​ຢັ້ງ​ຮ່າງ​ກົດ​ໝາຍນີ້​ກໍ​ຈິງ ແຕ່​ເຈົ້າ​ໜ້າ​ທີ່​ທຳ​ນຽບ​ຂ​າວ​ຄົນ​ອື່ນໆ​ໄດ້​ເວົ້າ​ຈັ່ງ​ຊັ້ນ. ເຈົ້າ​ໜ້າ​ທີ່​ທ່ານ​ນຶ່ງ​ກ່າວ​ວ່າ​ປະທາ​ນາ​ທິ​ບໍ​ດີ​ໄດ້​ກ່າວ​ຕໍ່​ພວກ​ຜູ້​ນຳ​ຂອງ​ພັກ​ເດ​ໂມ​ແຄ​ຣັດ​ວ່າ ທ່ານ​ຈະ​ຖືກ​ເບິ່ງ​ຄື​ວ່າ“ເປັນ​ຄົນ​ໂງ່” ຖ້າ​ຫາກ​ທ່ານ​ຍຸ​ຕິ​ການ​ປິດ​ລັດ​ຖະ​ບານ.

ທ່ານ​ທ​ຣຳ​ໄດ້ຖິ້ມ​ໂທດ​ໃສ່​ພັກ​ເດ​ໂມ​ແຄ​ຣັດ ກ່ຽວ​ກັບ​ການ​ປິດ​ລັດ​ຖະ​ບານ​ໃນ​ເວ​ລານີ້.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG