ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ສະ​ພາ​ຕ່ຳ​ຂອງ ສ​ຫລ ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ ຄວບ​ຄຸມ​ປືນ ຫລັງ​ຈາກມີ​ເຫດຍິງ​​ຄົນ​ຕາຍໃນ​ລັດ ​ນິວຢອກ ແລະລັດ ​ເທັກ​ຊັ​ສ 


ສະ​ມາ​ຊິກຄະ​ນະ​ກໍ​າ​ມະ​ການ​ລະ​ບ​ຽບ​ການ​ໃນ​ສະ​ພາ​ຕ່ຳ, ທ່ານ Tom Cole (ຊ້າຍ), ພັກ​ຣີ​ພັບ​ບ​ລິ​ກັນ​, ​ລັດໂອ​ກາ​ລາ​ໂຮ​ມາ ແລະທ່ານ Jim McGovern, ປະ​ທານ​ກຳ​ມະ​ການ, ພັກ​ເດ​ໂມ​ແຄ​ຣັດ, ລັດ​ແມ​ສ​ຊາ​ຈູ​ແຊັ​ສ, ລົ​ມ​ກັນກ່ອນການ​ເອົາ​ຮ່າງ​ກົດ​ໝາຍ​ຄວບ​ຄຸມ​ປືນມາ​ລົງ​ຄະ​ແນນ​ສຽງ, 7 ມິ​ຖຸ​ນາ, 2022
ສະ​ມາ​ຊິກຄະ​ນະ​ກໍ​າ​ມະ​ການ​ລະ​ບ​ຽບ​ການ​ໃນ​ສະ​ພາ​ຕ່ຳ, ທ່ານ Tom Cole (ຊ້າຍ), ພັກ​ຣີ​ພັບ​ບ​ລິ​ກັນ​, ​ລັດໂອ​ກາ​ລາ​ໂຮ​ມາ ແລະທ່ານ Jim McGovern, ປະ​ທານ​ກຳ​ມະ​ການ, ພັກ​ເດ​ໂມ​ແຄ​ຣັດ, ລັດ​ແມ​ສ​ຊາ​ຈູ​ແຊັ​ສ, ລົ​ມ​ກັນກ່ອນການ​ເອົາ​ຮ່າງ​ກົດ​ໝາຍ​ຄວບ​ຄຸມ​ປືນມາ​ລົງ​ຄະ​ແນນ​ສຽງ, 7 ມິ​ຖຸ​ນາ, 2022

ສະພາຕ່ຳໄດ້ຮັບ​ຮອງ​ເອົາຮ່າງກົດໝາຍຄວບຄຸມປືນຢ່າງກວ້າງຂວາງ ໃນວັນ ພຸດວານນີ້ ເພື່ອຕອບໂຕ້ຕໍ່ການຍິງສັງຫານໝູ່ໃນເມືອງບັບ​ຟາ​ໂລ, ລັດ​ນິວຢອກ ແລະ ​ຢູ​ວາ​ລ​ເດ, ລັດ​ເທັກ​ຊັ​ສ, ເຊິ່ງຈະເຮັດໃຫ້​ເພີ້ມຂີດຈຳກັດອາຍຸຂຶ້ນ​ອີກ ສຳ​ລັບການຊື້ປືນເຄິ່ງອັດຕະໂນມັດ ແລະຫ້າມຂາຍຝັກລູກປືນທີ່ມີ​ຄວາມສາມາດຍິງ​ໄດ້​ຫລາຍກ່ວາ 15 ລູກ, ອີງ​ຕາມ​ອົງ​ການ​ຂ່າວ​ເອ​ພີ (AP).

ນິ​ຕິ​ກຳ​ດັ່ງກ່າວໄດ້​ຮັບ​ຮອງ​ເອົາ​ດ້ວຍ​ຄະ​ແນນ​ 223 ຕໍ່ 204 ສຽງ ຊຶ່ງ​ເກືອບ​ວ່າ ເປັນ​ໄປ​ເປັນ​ຕາມ​ສາຍຂອງ​ພັກ.​ ມັນເກືອບບໍ່ມີໂອກາດທີ່ຈະກາຍເປັນກົດ ຫມາຍເລີຍ ຍ້ອນວ່າ ສະ​ພາ​ສູງສືບຕໍ່ເຈລະຈາທີ່ສຸມໃສ່ການປັບປຸງໂຄງການ ປິ່ນ​ປົວສຸຂະພາບຈິດ, ເພີ້ມ​ການ​ຮັກ​ສາຄວາມປອດໄພຂອງໂຮງຮຽນ ແລະ ປັບປຸງການກວດສອບປະ​ຫວັດ. ​ແຕ່​ຮ່າງ​ກົດໝາຍ​ຂອງ​ສະພາ​ຕ່ຳ​ໄດ້​ອະນຸຍາດ​ໃຫ້​ບັນດາ​ສະມາຊິກ​ສະພາ​ພັກ​ເດ​ໂມ​ແຄຣັດ ​ມີ​ໂອກາດ​ໃນ​ການ​ສ້າງ​ເງື່ອນ​ໄຂ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ເດືອນ​ພະຈິກ​ປີ​ນີ້ ​ຮູ້​ວ່າ​ເຂົາ​ເຈົ້າຢືນ​ຢູ່​ຈຸດໃດ​ໃນດ້ານ​ນະ​ໂຍ ບາຍ​ທີ່​ການຢັ່ງ​ຫ່ງ​ສຽງ​ສະ​ແດງ​ໃຫ້​ເຫັນ​ວ່າ ​ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງ​ກວ້າງຂວາງ.

"ພວກເຮົາບໍ່ສາມາດຊ່ວຍຊີວິດທຸກໆຄົນໄວ້ໄດ້, ແຕ່ພຣະເຈົ້າເອີຍ, ພວກເຮົາ ບໍ່ຄວນພະຍາຍາມເຮັດ​ແນວນັ້ນ​ບໍ? ອາເມຣິກາ, ພວກເຮົາໄດ້ຍິນສຽງ​ຂອງທ່ານ, ແລະໃນມື້ນີ້ ຢູ່ໃນສະ​ພາ​ຕ່ຳ​ ພວກເຮົາໄດ້ເອົາ​ມາດ​ຕະ​ການຕາມ​ທີ່ທ່ານຮຽກ​ຮ້ອງ​ໃຫ້​ເຮັດ​ແລ້​ວ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ສະ​ມາ​ຊິກ​ສະ​ພາ​ຕ່ຳ ທ່ານ​ນາງ ເວ​ໂຣ​ນິ​ກາ ແອ​ສ​ໂກ​ບາ (Veronica Escobar), ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ​ຈາກ​ລັດ​ເທັກ​ຊັ​ສ. ທ່ານ​ນາງ​ກ່າວ​ຕໍ່​ໄປ​ວ່າ "ໃຫ້ຈື່ໄວ້ວ່າໃຜຢູ່ກັບເຈົ້າ ແລະໃຜບໍ່ຢູ່."

ການຊຸກຍູ້ດັ່ງກ່າວມີຂຶ້ນ ຫຼັງຈາກຄະນະກຳມະການສະພາຕ່ຳ ໄດ້ຮັບຟັງຄຳໃຫ້​ການທີ່​ສະ​ເທືອນ​ໃຈ ຈາກຜູ້ເຄາະຮ້າຍ ແລະສະມາຊິກໃນຄອບຄົວຂອງ​ຜູ້​ເຄາະ​ຮ້າຍ ໃນ​ເຫດການຍິງສັງຫານໝູ່ທີ່​ເກີດ​ຂຶ້ນ​ເມື່ອມໍ່ໆນີ້, ລວມທັງເດັກຍິງອາຍຸ 11 ປີ, ນາງ​ເມຍ ເຊີ​ຣີ​ລ​ໂລ (Miah Cerrillo) ທີ່ໄດ້ເອົາເລືອດຂອງໝູ່ ຮ່ວມຫ້ອງຮຽນທີ່ຕາຍໄປ ມາ​ທາ​ໃສ່ຕົນເອງ ເພື່ອຫຼີກເວັ້ນການຖືກຍິງຢູ່ໃນ ໂຮງຮຽນປະຖົມຢູ​ວາ​ລ​ເດ.

ວົງ​ຈອນ​ຂອງ​ການ​ຍິງ​ສັງຫານ​ໝູ່​ໃນ​ສະຫະລັດ ​ແມ່ນ​ບໍ່​ຄ່ອຍ​ໄດ້​ກະຕຸ້ນ​ໃຫ້​ລັດຖະສະພາ​ເອົາ​ມາດ​ຕະ​ການ​ໃດໆ. ​ແຕ່​ການ​ຍິງ​ສັງຫານ​ເດັກນ້ອຍ 19 ຄົນ ​ແລະ​ຄູ​ສອນ 2 ຄົນ​ໃນ​ເມືອງຢູ​ວາ​ລ​ເດ ​ໄດ້​ຟື້ນ​ຟູ​ຄວາມ​ພະຍາຍາມ​ໃນ​ທາງ​ທີ່​ມີ​ບັນດາ​ສະມາຊິກ​ສະພາ​ຈາກ​ທັງ​ສອງ​ພັກ ​ກ່າວ​ເຖິງ​ຄວາມ​ຈຳ​ເປັນ​ທີ່ຕ້ອງ​ໄດ້​ຮັບ​ມື​ກັບ​ມັນ.

ທ່ານຈິມ ຈໍ​ແດນ, ສະ​ມາ​ຊິກ​ສະ​ພາ​ຕ່ຳ​ສັງ​ກັດ​ພັກ​ຣີ​ພັບ​ບ​ລິ​ກັນ ຈາກ​ລັດ​ໂອ​ຮາຍ​ໂອກ່າວວ່າ "ຄໍາຕອບບໍ່ແມ່ນການທໍາລາຍສະ​ບັບ​ດັດແກ້ຄັ້ງທີສອງຂອງ​ລັດ​ຖະ ທຳ​ມະ​ນູນ, ແຕ່ວ່າ ຈຸດນັ້ນແມ່ນບ່ອນທີ່ພັກເດໂມແຄຣັດຢາກ​ຈະກ້າວໄປເຖິງ."

ວຽກ​ງານ​ເພື່ອ​ຊອກ​ຫາ​ຈຸດ​ທີ່​ເຫັນ​ພ້ອມ​ນຳ​ກັນ​ສ່ວນ​ໃຫຍ່​ແມ່ນ​ດຳ​ເນີນໄປ​ຢູ່​ໃນ​ສະ​ພາ​ສູງ ບ່ອນ​ທີ່ຕ້ອງ​ການ​ການ​ສະ​ໜັບ​ສະ​ໜູນ​ຈາກ​ພັກຣີ​ພັບ​ບ​ລິ​ກັນ 10 ຄົນເພື່ອ​ໃຫ້​ຮ່າງ​ກົດ​ໝາຍໄດ້​ຮັບ​ການ​ລົງ​ນາມໃຫ້​ເປັນ​ກົດ​ໝາຍໄດ້. ສະມາ ຊິກສະພາສູງ ຈາກພັກເດໂມແຄຣັດ ແລະພັກຣີພັບບລີກັນເກືອບ 10 ຄົນ ໄດ້ພົບປະກັນ ແບບສ່ວນຕົວເປັນເວລານຶ່ງຊົ່ວໂມງໃນວັນພຸດວານນີ້ ດ້ວຍ​ຄວາມຫວັງວ່າຈະ ບັນລຸໄດ້ກອບສຳ​ລັບນິ​ຕິ​ກຳທີ່​ມີການປະນີປະນອມກັນພາຍ ໃນທ້າຍອາທິດນີ້. ຜູ້ເຂົ້າຮ່ວມໄດ້ກ່າວວ່າ ຕ້ອງ​ໄດ້​ມີການສົນທະນາເພີ່ມເຕີມອີກ ກ່ຽວກັບແຜນການທີ່ຄາດວ່າຈະສະເຫນີຂັ້ນຕອນເລັກນ້ອຍ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ


ເບິ່ງວີ​ດິ​ໂອ​ເປັນ​ພາ​ສາ​ອັງ​ກິດ​ກ່ຽວ​ກັບ​ຂ່າວນີ້

XS
SM
MD
LG