ທ່ານ Devin Nunes ປະທານຄະນະກຳມະການສືບລັບຂອງສະພາຕ່ຳ ຜູ້ທີ່ກຳລັງຖືກ
ໂຈມຕີ ໄດ້ເຮັດໃຫ້ການສືບສວນສອບສວນ ກ່ຽວກັບການແຊກແຊງເຂົ້າ ໃນການເລືອກ
ຕັ້ງ ສະຫະລັດ ຂອງຣັດເຊຍ ໃນເບື້ອງຕົ້ນນັ້ນ ເກີດຄວາມສົງໄສ ໃນວັນອັງຄານວານນີ້
ໃນຂະນະທີ່ ທ່ານ ໄດ້ປະຕິເສດ ຄຳຮ້ອງຂໍໃຫ້ທ່ານຖອນໂຕ ແລະ ຍຸຕິການທຳງານ
ຂອງຄະນະກຳມະການ ສຳລັບ ສັບປະດານີ້.
ການລາຍງານແບບປິດລັບ ທີ່ຄາດວ່າຈະມີຂຶ້ນກັບຜູ້ອຳນວຍການ ອົງການສັນຕິບານ
ກາງ ຫຼື FBI ທ່ານ James Comey ແລະ ຜູ້ອຳນວຍການ ອົງການຄວາມໝັ້ນຄົງ
ແຫ່ງຊາດ ຫຼື NSA ພົນເຮືອເອກ Mike Rogers ຊຶ່ງໄດ້ເຮັດໃຫ້ບັນດາສະມາຊິກ
ຄະນະກຳມະການ ຈາກພັກເດໂມແຄຣັດ ບໍ່ພໍໃຈຫຼາຍຂຶ້ນຕື່ມອີກ ໄດ້ກ່າວວ່າ ການກະ
ທຳຕ່າງໆ ຂອງທ່ານ Nunes ຕະຫຼອດສັບປະດາ ແລ້ວນີ້ ແລະ ເຮັດໃຫ້ເຄິ່ງນຶ່ງ ຂອງ
ຄວາມເຊື່ອຖື ໄດ້ຮັບຄວາມກະທົບກະເທືອນ ແລະ ບ່ອນທຳລາຍຄວາມສາມາດ ຂອງ
ທ່ານ ທີ່ຈະນຳພາ ການສືບສວນສອບສວນ ຕໍ່ໄປໄດ້.
ທ່ານ Nunes ໄດ້ພົບປະ ກັບແຫລ່ງຂ່າວຄົນນຶ່ງ ຢູ່ໃນພື້ນທີ່ຂອງທຳນຽບຂາວ ກ່ອນໜ້າ
ທີ່ທ່ານຈະເຜີຍແບກ່ຽວກັບເລື່ອງນີ້ ເມື່ອສັບປະດາແລ້ວນີ້ ທີ່ວ່າ ປະທານາທິບໍດີ ດໍໂນລ
ທຣຳ ໄດ້ຖືກສອດແນມເບິ່ງ ໂດຍ “ບໍ່ໄດ້ຕັ້ງໃຈ” ອີງຕາມໂຄສົກຂອງທ່ານ ຜູ້ທີ່ໄດ້ກ່າວ
ຕື່ມວ່າ ທ່ານ Nunes ຢາກ “ຈະຢູ່ໃນບໍລິເວນທີ່ມີຄວາມປອດໄພ ບ່ອນທີ່ທ່ານສາມາດ
ເບິ່ງ ຂໍ້ມູນ ທີ່ສະໜອງໂດຍແຫລ່ງຂ່າວ.”
ການເປີດເຜີຍນັ້ນ ເປັນຜົນເຮັດໃຫ້ ສະມາຊິກຄະນະກຳມະການຂອງພັກເດໂມແຄຣັດ
ທ່ານ Adam Schiff ຮຽກຮ້ອງໃຫ້ທ່ານ Nunes ລົງຈາກການສືບສວນ ການແຊກແຊງ
ຂອງຣັດເຊຍ.
ທ່ານ Nunes ໄດ້ຖາມ ກຸ່ມພວກນັກຂ່າວ ກຸ່ມນ້ອຍກຸ່ມນຶ່ງ ຢູ່ທີ່ລັດຖະສະພາ ໃນວັນ
ອັງຄານ ວານນີ້ ວ່າ “ເປັນຫຍັງຂ້ອຍຕ້ອງເຮັດແນວນັ້ນ?” ທ່ານກ່າວຕື່ມວ່າ “ທຸກສິ່ງ
ທຸກຢ່າງ ແມ່ນກຳລັງເຄື່ອນໄຫວໄປ ຢູ່” ໂດຍກ່າວຕໍ່ວ່າ ການຈັດໃຫ້ມີການຮັບຟັງ ທີ່
ເປີດເຜີຍຈະເປັນ “ບາດກ້າວທຳອິດທີ່ມີເຫດຜົນ” ຫຼັງຈາກທີ່ໄດ້ພົບປະກັບ ທ່ານ
Comey ແລ້ວ.
ແຕ່ບັນດາສະມາຊິກຈາກພັກເດໂມແຄຣັດ ໄດ້ກ່າວວ່າ ການທຳງານຂອງຄະນະ
ກຳມະການ ໄດ້ຢຸດສະງັກ.
ສະມາຊິກສະພາ ທ່ານ Eric Swallwell ຜູ້ເປັນສະມາຊິກຂອງຄະນະກຳມະການ ໄດ້
ກ່າວວ່າ “ຄັນຈະຕີລາຄາວ່າ ພວກເຮົາຕ້ອງຮັບຟັງຈາກ ທ່ານ Comey ແລະ ທ່ານ
Rogers ນັ້ນ ກໍແມ່ນການຕີລາຄາວ່າ ມີພຽງແຕ່ສອງຊົ່ວໂມງເທົ່ານັ້ນ ໃນມື້ນຶ່ງ ແລະ
ພວກເຮົາຈະຕ້ອງໄດ້ຕັດສິນໃຈ. ພວກເຮົາອາດຈະສາມາດເຮັດທັງສອງຢ່າງ.”
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ