ທຳນຽບຂາວ ໄດ້ອອກເຜີຍແຜ່ສະບັບແກ້ໄຂ ເອກກະສານບັນທຶກຂອງພັກເດໂມແຄຣັດ
ຈາກລັດຖະສະພາ ທີ່ເປັນການໂຕ້ແຍ້ງຂໍ້ມູນຂອງພັກຣິພັບບລິກັນ ກ່ຽວກັບ ຂໍ້ກ່າວຫາ
ຂອງອົງການ FBI ເລື່ອງການຕິດຕາມເບິ່ງການທຳຮ້າຍຮ່າງກາຍນັ້ນ.
ບົດບັນທຶກຂອງຟ່າຍເດໂມແຄຣັດ ໄດ້ອອກເຜີຍແຜ່ໃນວັນເສົາວານນີ້ ສາມອາທິດລຸນ
ຫຼັງຂໍ້ຄວາມຂອງຟ່າຍຣິພັບລິກັນ ໄດ້ມີຂຶ້ນ ກ່ຽວກັບ ເຫດກາດັ່ງກ່າວ ໂດຍພະນັກງານ
ຂອງທ່ານ ເດວິນ ນູເນສ ສະມາຊິກສະພາຕໍ່າ.
ການອອກເຜີຍແຜ່ດັ່ງກ່າວ ໄດ້ມີຂຶ້ນລຸນຫຼັງການເຈລະຈາກັນລະຫວ່າງ ພວກ FBI ກັບ
ຄະນະກຳມາທິການສືບລັບຂອງສະພາຕໍ່າ ທ່ານ ອາດັມ ຊິຟ ຈາກລັດກາລີຟໍເນຍ ກ່ຽວ
ກັບວ່າ ຂໍ້ມູນອັນໃດບໍ່ຄວນໃຫ້ນຳອອກເຜີຍແຜ່.
ເອກກະສານບັນທຶກດັ່ງກ່າວຂຽນໂດຍທ່ານ ຊິຟ ເພື່ອຕອບສະໜອງອັນທີ່ເອີ້ນວ່າ ຄຳ
ຮຽກຮ້ອງໂດຍເອກກະສານບັນທຶກຂອງທ່ານ ນູເນສ ນັ້ນ ຊຶ່ງກ່າວຫາອົງການ FBI ວ່າ
ປິດບັງຂໍ້ມູນ ກ່ຽວກັບ ການພົວພັນຂອງພັກເດໂມແຄຣັດ ກັບອະດີດທີ່ປຶກສາໜ່ວຍໂຄ
ສະນາຫາສຽງຂອງທ່ານ ທຣຳ ຄືທ່ານ ຄາເຕີ ເພຈ໌ ນັ້ນໄວ້.