ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການລົງຄະແນນສຽງຢູ່ສະພາຕໍ່າ ອີງຕາມຄຳໜັ້ນສັນຍາໂຄສະນາຫາສຽງຂອງ ປະທານາທິບໍດີທຣໍາ


House Immigration Votes Build on Trump Campaign Promises
please wait

No media source currently available

0:00 0:02:31 0:00

ສະພາ​ຕໍ່າ​ໄດ້​ເອົາ​ບາດ​ກ້າວ​ເທື່ອທຳ​ອິດ ​ໃນ​ວັນ​ພະຫັດ​ອາທິດ​ແລ້ວ​ນີ້ ເພື່ອປະຕິບັດ​
ຕາມ​ຄຳ​ໝັ້ນສັນຍາ 2 ຂໍ້ ​ໃນ​ການ​ໂຄສະນາ​ຫາ​ສຽງ ​ຂອງປະທານາທິ ບໍດີ​ທຣໍາ ​ຄື​ລົງ​
ໂທດ​ໜັກ​ຂຶ້ນຕໍ່ພວກຄົນ​ເຂົ້າ​ເມືອງ​ຜິດ​ກົດໝາຍ ​ທີ່​ກັບ​ຄືນ​ມາສະ​ຫະລັດອີກ ຫລັງ​ຈາກ
ຖືກ​ເນລະ​ເທດ​ແລ້ວ ​ແລະ​ຕັດ​ການ​ຊ່ວຍ​ເຫລືອ​ຂອງລັດຖະ ບານ​ກາງ​ຕໍ່ອັນທີ່​ຮ້ອງ​ວ່າ
ບັນດາ​ເມືອງທີ່​ໃຫ້​ບ່ອນ​ພັກ​ພາ​ອາ​ໄສ ​ແກ່​ພວກ​ຄົນ​ເຂົ້າ​ເມືອງ ທີ່ບໍ່​ໃຫ້​ຄວາມ​ຮ່ວມ​ມື ​
ກັບ​ເຈົ້າໜ້າ​ທີ່ກວດ​ຄົນ​ເຂົ້າເມືງ. ນັກ​ຂ່າວ​ວີ​ໂອເອ ປະ​ຈຳ​ລັດຖະສະພາ Katherine
Gypson ​ຈະ​ສຳ​ຫຼວດເບິ່ງວ່າ ການ​ລົງ​ຄະ​ແນນ​ສຽງ​ກ່ຽວ​ກັບຄໍາ​ໝັ້ນ​ສັນຍາຂອງປະທາ
ນາທິບໍດີທຣໍາມີ​ຄວາມ​ໝາຍ​ຢ່າງ​ໃດຕໍ່ບັນດາ​ຄອບ​ຄົວ​ຜູ້​ເຄາະ​ຮ້າຍ ​ແລະ​ພວກ​ຄົນ​ເຂົ້າ​
ເມືອງທີ່​ຜິດ​ກົດໝາຍ​ຢູ່ໃນທົ່ວປະ​ເທດ.​ ກິ່ງ​ສະຫວັນ​ຈະ​ນຳ​ເອົາ​ລາຍ​ລະອຽດກ່ຽວ​ກັບ
​ເລື່ອງ​ນີ້ ມາສະ​ເໜີ​ທ່ານ.

ອ​ະດີດ​ຜູ້​ສະໝັກ​ປະທາ​ນາ​ທິບໍດີສະຫະລັດ​ ທ່ານດໍ​ໂນ​ລ ທຣໍາ ກ່າວ​ວ່າ ນາງ Sarah
Root ຕາຍ ​ເພາ​ະວ່າບໍ່​ມີ​ການ​ປະຕິບັດ​ກົດໝາຍ​ຄົນ​ເຂົ້າ​ເມືອງ.

​“ເດັກນ້ອຍ​ອີກ​ຄົນ​ນຶ່ງ​ ​ຈະ​ສະລະ​ຊີວິດຕໍ່​ທີ່​ບູຊາ ຍ້ອນ​ການ​ເປີດ​ຊາຍ​ແດນ.”

ນາງ Root ​ແມ່ນ​ນັກຮຽນ​ທີ່​ຫາ​ກໍ່ຮຽນຈົບ​ໃໝ່ໆຈາກ​ມະຫາວິທະຍາ​ໄລ ​ເວລາ​ນາງ
ເສຍ​ຊີວິດ ຍ້ອນ​ຄົນ​ເຂົ້າ​ເມືອງ​ຜິດ​ກົດໝາຍ​ຜູ້ນຶ່ງ ຖືກ​ກ່າວ​ຫາ​ວ່າ ຂັບ​ລົດໃນ​ຂະນະ
ເມົາເຫລົ້າຕຳນາງ.

ທ່ານນາງ Michelle Root ​ທີ່ລູກ​ສາວ ຖືກ​ຄົນ​ເຂົ້າ​ເມືອງ​ຜິດ​ກົດໝາຍ ຂັບ​ລົດ​ຕຳ
ຕາຍ ກ່າວວ່າ “ຂ້າພະ​ເຈົ້າ​ຈະບໍ່ຍິນ​ຍອ​ມ ​ແລະ​ປ່ອຍເລື່ອງ​ນີ້ໄປ​ໂດຍ​ປາດ​ສະ​ຈາກ​
ການ​ຕໍ່ສູ້ ທີ່ນາງ​ຄວນຈະ​ໄດ້​ຮັບ.”

ໃນ​ຂະນະ​ທີ່​ບໍ່​ມີ​ຫລັກ​ຖານສະ​ແດງ​ໃຫ້​ເຫັນ​ວ່າ ພວກ​ຄົນ​ເຂົ້າ​ເມືອງ​ຜິດ​ກົດໝາຍ​ເຮັດ
​ຄວາມ​ຜິດ​ຫລາຍ​ຂຶ້ນ ນາງ Root ​ແລະ​ບັນດາ​ຄອບຄົວ​ອື່ນໆ​ແມ່ນ​ໄດ້​ຮັບ​ການປອບໃຈ ​ໂດຍການລົງ​ໂທດ​ທີ່​ໜັກ​ຂຶ້ນກວ່າ​ເກົ່າ.

ທ່ານນາງ Michelສຳ Root ກ່າວ​ວ່າ “ພວກ​ເຮົາບໍ່ຢາກ​ຈະ​ເຫັນ​ຄົນ​ເຂົ້າ​ເມືອງຜິດ​
ກົດໝາຍ​ອີກ​ຄົນ​ນຶ່ງກະທຳ​ຄວາມ​ຜິດ ​ແຕ່​ມັນຈະ​ບໍ່​ເປັນ​ຄວາມຈິງ. ຂ້າພະ​ເຈົ້າ​ບໍ່
ຢາກ​ຈະ​ເຫັນ ມີ​ຄົນ​ຂັບ​ລົດ​ເມົາ​ເຫລົ້າ​ອີກ​ ຕຳ​ຜູ້​ໃດ​ຜູ້​ນຶ່ງຕາຍ ​ແຕ່​ມັນ​ຈະ​ບໍ່​ເປັນ
ຄວາມຈິງ. ​ເພາະສະ​ນັ້ນ​ພວກ​ເຮົາ​ຕ້ອງ​ໄດ້ເອົາ​ບາດກ້າວ."

ຮ່າງ​ກົດໝາ​ຍລົງ​ໂທດພວກ​ຄົນ​ເຂົ້າ​ເມືອງຖືກ​ເນລະ​ເທດ ທີ່ໄດ້ກັບ​ຄືນມາສະ​ຫະລັດ
​ແລະອີກ​ສະບັບ​ນຶ່ງ ​ລົງ​ໂທດ​ບັນດາ​ເມືອງທີ່​ໃຫ້​ບ່ອນ​ພັກ​ພາ​ອາ​ໄສແກ່​ພວກ​ຄົນ​ເຂົ້າ
​ເມືອງຜິດ​ກົດໝາຍ​ນັ້ນ ​ໄດ້​ຮັບ​ການ​ສະໜັບ​ສະ​ໜູນ​ຢ່າງ​ເຕັມທີ່ ຕໍ່ປະທາ ນາທິບໍດີ
​ທຣໍາ ໃນ​ຂະນະ​ທີ່​ທ່ານໄດ້​ເຊື້ອເຊີນ​ພວກ​ຄອບຄົວຜູ້​ເຄາະ​ຮ້າຍ​ໄປ​ຍັງ​ທຳ ນຽບຂາວ
​ແລະ​ໄດ້​ສົ່ງ​ລັດຖະມົນຕີ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ​ຂອງ​ສະຫະລັດໄປ​ລັດ
ຖະສະພາ.

ທ່ານ John Kelly ລັດຖະມົນຕີ ​ຮັກສາ​ຄວາມ​ປອດ​ໄພ​ພາຍ​ໃນ​ຂອງ​ສະຫະລັດ ກ່າວ
​ວ່າ “ສຳລັບ​ບັນດາ​ຄອບຄົວ ​ແລະ​ຜູ້​ເຄາະຮ້າຍ​ທີ່​ໄດ້​ຮັບ​ຜົນ​ກະທົບຈາກການກໍ່​ອາ
ຊະ​ຍາ​ກຳ​ຂອງ​ພວກຄົນ​ເຂົ້າ​ເມືອ​ງຜິດ​ກົດໝາຍ ເມືອງທີ່​ໃຫ້​ບ່ອນ​ພັກ​ພາ​ອາ​ໄສ ບໍ່​
ມີ​ຫຍັງ​ ​ແຕ່​ເປັນ​ບ່ອນ​ປອດ​ໄພ.”

ພວກຄົນ​ເຂົ້າ​ເມືອງ​ຜິດ​ກົດໝາຍ​ແມ່ນ​ອາ​ໄສ​ການຄຸ້ມຄອງຂອງ​ເມືອງຕ່າງໆທີ່​ໃຫ້​ບ່ອນ
​ພັກ​ພາ​ອາ​ໄສ ທີ່​ບັນດາ​ສະມາຊິກ​ສະພາ​ຕໍ່າ​ໄດ້​ໂຕ້ຖຽງ.

ສະມາຊິກ​ສະພາ​ຕໍ່າ Andriano Espaillat ຈາກ​ລັດ New York ກ່າວ​ວ່າ “ມັນ​
”ເປັນ​ລະບົບຮັກສາຄວາ​ມ​ປອດ​ໄພ ​ໃຫ້ແກ່​ຄົນ​ຜູ້​ທີ່​ບົວລະບັດ​ຄອບຄົວ​ຂອງ​ພວກ​
ເຮົາ ​ເກັບ​ຜົນ​ລະປູກ​ພວກ​ເຮົາ ຮັກສາ​ບົວລະບັດ​ພໍ່​ແມ່​ຂອງ​ພວກ​ເຮົາ. ນີ້ແມ່​ນຮ່າງ​
ກົດໝາຍຕໍ່​ຕ້ານຊາວ​ອາ​ເມຣິກັນ.”

​ແລະ​ເຂົາ​ເຈົ້າກ່າວ​ສວ່າ ຮ່າງ​ກົດໝາຍ​ອີກ​ສະບັບ​ນຶ່ງ​ນັ້ນ ​ແມ່ນ​ຈຳ​ແນ​ກກີດ​ກັນ​ຕໍ່ຜູ້​
ຊຶ່ງ​ໂດຍ​ທົ່ວ​ໄປ​ແລ້ວ ​ເປັນ​ຄົນ​ເຂົ້າ​ເມືອງ​ບໍ່​ມີ​ເອກ​ກະສາ​ນ​ແຕ່​ປະຕິບັດ​ຕາມ​ກົດ
ໝາຍ.

​ສະມາຊິກ​ສະພາ​ຕໍ່າ Luis Gutierrez ຈາກ​ລັດ Illinois ກ່າວ​ວ່າ “​ເບິ່ງ​ເບິ່ງ​ດຸ​ວ່າ​
ຮ່າງ​ກົດໝາຍ​ນີ້​ເຮັດ​ຫຍັງ? ສົ່ງ​ເຂົາ​ເຈົ້າ​ເຂົ້າ​ຄຸກ 20 ປີ​ໃນ​ຄວາມ​ພະຍາຍາມ​ກັບ​
ມາ​ຢ້ຽມຢາມ​ລູກ​ຂອງ​ເຂົາ​ເຈົ້າ.”

​ເວລາ​ພວກ​ຄົນ​ເຂົ້າ​ເມືອງ​ຜິດ​ກົດໝາຍ​ ຈະ​ຖືກ​ຂັດ​ຂວາງ​ຫຼືບໍ່ໂດຍ​ກົດໝາຍ​ໃໝ່​ ນັ້ນ
​ແມ່ນ​ຍັງເປັນ​ຄຳ​ຖາມຢູ່.

ຫລັງຈາກໄດ້ພົບປະກັບ ລັດຖມົນຕີຍຸຕິທຳ ທ່ານ Jeff Sessions, ນາງ Maureen Laquerre, ຊ້າຍ, ນາງ Maureen Maloney ແລະນາງ Mary Ann Mendoza ເຫລົ່າເລື່ອງຂອງເຂົາເຈົ້າແກ່ບັນດານັກຂ່າວ ກ່ຽວກັບບັນດາສະມາຊິກຄອບຄົວເຂົາເຈົ້າ ຖືກຂ້າຕາຍໂດຍຄົນທີ່ຢູ່ໃນສະຫະລັດ ທີ່ປາດສະຈາກອະນຸຍາດຖືກຕ້ອງຕາມກົດໝາຍ.
ຫລັງຈາກໄດ້ພົບປະກັບ ລັດຖມົນຕີຍຸຕິທຳ ທ່ານ Jeff Sessions, ນາງ Maureen Laquerre, ຊ້າຍ, ນາງ Maureen Maloney ແລະນາງ Mary Ann Mendoza ເຫລົ່າເລື່ອງຂອງເຂົາເຈົ້າແກ່ບັນດານັກຂ່າວ ກ່ຽວກັບບັນດາສະມາຊິກຄອບຄົວເຂົາເຈົ້າ ຖືກຂ້າຕາຍໂດຍຄົນທີ່ຢູ່ໃນສະຫະລັດ ທີ່ປາດສະຈາກອະນຸຍາດຖືກຕ້ອງຕາມກົດໝາຍ.

ນາງ Molly Gill ຈາກ​ຄອບຄົວ ທີ່​ຕໍ່ຕ້ານ​ຄ່າ​ແຮ​ງງານຂັ້ນພື້ນຖານ ກ່າວ​ວ່າ
“ມັນຈະ​ມີ​ປະສິດທິ​ຜົນຫລາຍ​ຂຶ້ນ ຢ່າງ​ເປັນ​ທີ່​ແນ່ນອນ​ວ່າ ຜູ້ຄົນ​ຈະ​ຖືກ​ຈັບ​ໄດ້
​ໃນ​ຂະນະທີ່​ລັກ​ເຂົ້າມາ​ຢ່າງຜິດ​ກົດໝາຍ ຫລາຍ​ກວ່າການ​ຂົ່ມ​ຂູ່​ເຂົາ​ເຈົ້າດ້ວຍ
ການ​ລົງ​ໂທດ​ເປັນ​ເວລາ​ດົນ​ນານ ທີ່​ເຂົາ​ເຈົ້າ​ບໍ່​ຮູ້ເລື່ອງ​ເລີຍ”

ບັນດາ​ສະມາຊິກ​ສະພາ​ຕໍ່າ​ພັກຣີພັບບລິ​ກັນກ່າວ​ວ່າ ການລົງ​ຄະ​ແນນ​ສຽງຂອງ​ເຂົາ​
ເຈົ້າ ​ແມ່ນການ​ໃຫ້​ຄວາມ​ສະ​ໜັບສະ​ໜູນ ຕໍ່​ລະບຽບ​ກົດໝາຍ ​ຊຶ່ງເປັນ​ນຶ່ງ​ໃນ​ຄຳ​ໝັ້ນ
”ສັນຍາທີ່​ໄດ້​ໃຫ້​ໄວ້ ​ໃນ​ລະຫວ່າງໂຄສະນາ​ຫາ​ສຽງ​ເປັນປະທານາທິບໍ ດີຂອງ​ທ່ານ.

ເຈົ້າຄອງກຳແພງເມືອງ Austin ທ່ານ Steve Adler ຂວາ ແລະໄອຍະການເມືອງ Travis ທ່ານນາງ Sarah Eckhardt ໂອ້ລົມກັບບັນດານັກຂ່າວ.
ເຈົ້າຄອງກຳແພງເມືອງ Austin ທ່ານ Steve Adler ຂວາ ແລະໄອຍະການເມືອງ Travis ທ່ານນາງ Sarah Eckhardt ໂອ້ລົມກັບບັນດານັກຂ່າວ.

ສະມາຊິກ​ສະພາ​ຕໍ່າ​ Scott Desjarlais ຈາກ​ລັດ Tennessee ກ່າວ​ວ່າ “ປະ​ທາ​
ນາ​ທິບໍດີ​ທຣໍາ ກຳລັງ​ປາບ​ປາມ ​ການກະ​ທຳຄວາມ​ຜິດຂອງ​ພວກ​ຄົນເຂົ້າ​ເມືອງ

ການຂ້າມ​ຊາຍ​ແດນ​ຜິດ​ກົດໝາຍກຳລັງຫລຸດ​ລົງ​ແລະ​ການ​ຈັບ​ກຸມ ​ແລະ​ເນລະ
ເທດ​ຄົນ​ເຂົ້າ​ເມືອງ​ຜິດ​ກົດໝາ​ຍ​ແມ່ນສູງ​ຂຶ້ນ ດັ່ງ​ທີ່​ຊາວ​ອາ​ເມຣິກັນໄດ້​ຮຽກຮ້ອງ​

ໃນເດືອນພະ​ຈິກ​ປີ​ກາຍ​ນີ້.”

​ແຕ່​ວ່າ​ຢູ່​ໃນພາກ​ສ່ວ​ນອື່ນໆ​ຂອງແຜນການ ​ປະທານ​າທິບໍດີ​ຍັງບໍ່​ມີ​ຄວາມແນ່ນອນ
ເທື່ອ ​ແລະ​ຍັງເຫລືອອີກບໍ່​ພຽງ​ເທົ່າ​ໃດ​ອາທິດ ກ່ອນ​ຈະ​ຮອດ​ການໄປພັກ ຜ່ອນ​ລະດູ
​ຮ້ອນ​ແລ້ວ ບັນດາ​ສະ​ມາ​ຊິກ​ພັກຣີພັບ​ບລິ​ກັນ ​ກ່າວ​ວ່າ​ ການ​ເຄື່ອນ​ໄຫວ ​ໃນການ​ປະ
ຕິບັດ​ກົດໝາຍຄົນ​ເຂົ້າ​ເມືອງ​ນີ້ ​ເປັນ​ໄຊຊະນະທີ່​ສຳຄັນ.

XS
SM
MD
LG