ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ທານ ກຳ​ມະ​ການ​​ພົວ​ພັນ​ຕ່າງ​ປະ​ເທດ ສະ​ພາ​ຕ່ຳ ຂົ່ມ​ຂູ່​ທີ່​ຈະ​ພິ​ຈາ​ລະ​ນາ​​ທ່ານ ບ​ລິງ​ເຄັນ ວ່າ ບໍ່​ເຄົາ​ລົບ​ສະ​ພາ


ປະ​ທານ​ຄະ​ນະ​ກຳ​ມະ​ການ​ພົວ​ພັນ​ຕ່າງ​ປະ​ເທດ ສະ​ພາ​ຕ່ຳ ທ່ານ ໄມ​ເກິ​ລ໌ ແມັກ​ຄອ​ລ ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ຈາກ​ລັດ​ເທັກ​ຊັ​ສ, ຂວາ, ຢູ່​ຫໍ​ລັດ​ຖ​ະ​ສະ​ພາ ສະ​ຫະ​ລັດ, ນະ​ຄອນຫຼວງ ວໍ​ຊິງ​ຕັນ, 19 ເມ​ສາ 2023.
ປະ​ທານ​ຄະ​ນະ​ກຳ​ມະ​ການ​ພົວ​ພັນ​ຕ່າງ​ປະ​ເທດ ສະ​ພາ​ຕ່ຳ ທ່ານ ໄມ​ເກິ​ລ໌ ແມັກ​ຄອ​ລ ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ຈາກ​ລັດ​ເທັກ​ຊັ​ສ, ຂວາ, ຢູ່​ຫໍ​ລັດ​ຖ​ະ​ສະ​ພາ ສະ​ຫະ​ລັດ, ນະ​ຄອນຫຼວງ ວໍ​ຊິງ​ຕັນ, 19 ເມ​ສາ 2023.

ກະ​ຊ​ວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ໄດ້​ກ່າວ​ໃນ​ວັນ​ຈັນ​ວານນີ້​ວ່າເຂົາ​ເຈົ້າ​ຈະ​ບໍ່​ປະ​ຕິ​ບັດ​ຕາມ​ການ​ຂໍ​ຮ້ອງ​ຂອງ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ ສະ​ຫະ​ລັດ ສຳ​ລັບ​ລາຍ​ງານ​ເຕັມ​ສະ​ບັບ ​ຂ​ອງ​ລັດ​ຖະ​ບານ​ທ່ານ ໄບ​ເດັນ ກ່ຽວ​ກັບ ການ​ຖອນ​ຕົວ​ຂອງ​ ສະ​ຫະ​ລັດ ອອກ​ຈາກ ອັ​ຟ​ກາ​ນິ​ສ​ຖານ.

ຮອງ​ໂຄ​ສົກ​ຄົນ​ສຳ​ຄັນ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ ທ່ານ ວີ​ແດັ້ນ ພາ​ແທ​ລ (Vedant Patel) ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ “ມັນ​ບໍ່​ເປັນ​ຈັ່ງ​ໂຊກ​ທີ່​ເຖິງ​ແມ່ນ​ຈະ​ໄດ້​ຮັບ​ການ​ລາຍ​ງານ​ລັບໃນຊ່ອງເຄ​ເບິ​ລ ທີ່ບໍ່​ເຫັນ​ດ້ວຍ​ພ້ອ​ມ​ກັບ​ບົດ​ສະຫຼຸບ​ທີ່​ເປັນ​ລາຍ​ລັກ​ອັກ​ສອນ​ ​ຄະ​ນະ​ກຳ​ມະ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສະ​ພາ​ຕ່ຳ​ໄດ້​ສືບ​ຕໍ່​ການດຳ​ເນີນ​ການ​ທີ່ບໍ່​ຈຳ​ເປັນ ແລະ ບໍ່​ມີ​ໝາກ​ຜົນ​ນີ້.”

ທ່ານ​ກ່າວ​ຕື່ມ​ວ່າ “ແນວ​ໃດ​ກໍ່​ຕາມ, ພວກ​ເຮົາ​ຈະ​ສືບ​ຕໍ່​ຕອບສະ​ໜອງ​ຕໍ່​ການ​ຮຽກ​ຮ້ອງກວດ​ກາ​ຢ່າງ​ເໝາະ​ສົມ ແລະ ສະ​ໜອງ​ຂໍ້​ມູນ​ທີ່​ລັດ​ຖະ​ສະ​ພາ​ຕ້ອງ​ການ​ເພື່ອ​ເຮັດ​ວຽກ​ຂອງ​ເຂົາ​ເຈົ້າ ໃນ​ຂະ​ນະ​ທີ່​ກຳ​ລັງ​ປົກ​ປ້ອງ​ຄວາມ​ສາ​ມາດ​ຂອງ​ພະ​ນັກ​ງານ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ເພື່ອ​ເຮັດ​ວຽກ​ຂອງ​ເຂົາ​ເຈົ້າ.”

ປະ​ທານ​ຄະ​ນະ​ກຳ​ມະ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສະ​ພາ​ຕ່ຳ ທ່ານ ໄມ​ເກິ​ລ ແມັກ​ຄອ​ລ ໄດ້​ຮຽກ​ຮ້ອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນໂທ​ນີ ບ​ລິງ​ເຄັນ ເມື່ອ​ເດືອນ​ແລ້ວນີ້​ໃຫ້​ເປີດ​ເຜີຍ​ລາຍ​ງານ​ຫຼັງ​ຈາກ​ການ​ດຳ​ເນີນ​ງານ​ຂອງ​ລັດ​ຖະ​ບານ ກ່ຽວ​ກັບ ຄວາມ​ວຸ້ນ​ວາຍ​ຂອງ​ການ​ຖອນ​ຕົວ​ຂອງ ສະ​ຫະ​ລັດ ອອກ​ຈາກ ອັ​ຟ​ກາ​ນິ​ສ​ຖານ ເມື່ອ​ເດືອນ​ສິງ​ຫາ 2021.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG