ລັດຖະສະພາສະຫະລັດ ໃຫ້ການອະນຸມັດຕໍ່ບາດກ້າວທຳອິດໄປສູ່່ການຍົກເລີກປະກັນໄພສຸຂະພາບຂອງປະທານາທິບໍດີ Barack Obama.
ສະມາຊິກສະພາຕໍ່າຂອງພັກຣີພັບບລິກັນໄດ້ລົງຄະແນນສຽງກ່ຽວກັບມາດຕະການງົບປະ ມານໂດຍແນະນຳໃຫ້ຄະນະກຳມະການຕ່າງໆ ຮ່າງຮ່າງກົດໝາຍເພື່ອທັບມ້າງ ກົດໝາຍ ດັ່ງກ່າວ ພາຍໃນວັນທີ 27 ເດືອນມັງກອນນີ້.
ສະພາສູງໄດ້ໃຫ້ການອະນຸມັດຕໍ່ມາດຕະການດຽວກັນກ່ຽວກັບປະກັນໄພສຸຂະພາບລາຄາຖືກຊຶ່ງເປັນທີ່ຮູ້ຈັກກັນຢ່າງກວ້າງຂວາງໃນຊື່ Obamacare ໃນວັນພະຫັດກ່ອນ. ການລົງ ຄະແນນສຽງທັງສອງ ແມ່ນເປັນໄປຕາມພັກຂອງໃຜລາວ ໂດຍທີ່ພັກເດໂມແຄຣັດ ບໍ່ໃຫ້ ການສະໜັບສະໜູນຕໍ່ຂໍ້ລິເລີ້ມດັ່ງກ່າວ.
ມາດຕະການງົບປະມານຍັງປ້ອງກັນບໍ່ໃຫ້ພັກເດໂມແຄຣັດຈາກການໃຊ້ການກ່າວຄຳປາໄສເພື່ອຖ່ວງເວລາ ຢູ່ສະພາສູງເພື່ອຍົກເລີກ ແລະທົດແທນ Obamacare. ບາດກ້າວດັ່ງກ່າວນີ້ ມີຄວາມຈຳເປັນສຳລັບພັກຣີພັບບລິກັນ ເພາະວ່າ ມັນຈະຕ້ອງການ 60 ສຽງ ຈຶ່ງຈະຍຸຕິການກ່າວຖະແຫຼງ ເພື່ອຖ່ວງເວລາໃຫ້ຊັກຊ້າ ໃນຂະນະທີ່ີພັກຣີພັບບລິກັນມີ ສຽງສ່ວນຫລາຍ ຢູ່ໃນສະພາສູງ ພຽງແຕ່ 52 ຕໍ່ 48.
ມາດຕະການດັ່ງກ່າວບໍ່ຕ້ອງການລາຍເຊັນປະທານາທິບໍດີ Obama ເພາະວ່າມັນເປັນພາກສ່ວນນຶ່ງຂອງຂັ້ນຕອນງົບປະມານພາຍໃນຂອງສະພາ.