ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ພັກ​ເດ​ໂມ​ແຄ​ຣັດ ​ສືບ​ສວນ ກ່ຽວ​ກັບການ​ຮັບ​ມື​ ຂອງລັດ​ຖ​ະ​ບານ ທ່ານ​ທ​ຣຳ ກັບພາ​ຍຸ​ເຮີ​ຣິ​ເຄນ ມາ​ເຣຍ


ພາບ​ຖ່າຍ​ທາງ​ອາ​ກາດຂອງ​ຄຸ້ມ Viequez ​ໃນເມືອງ San Juan, ​​ເປີ​ໂຕ​ຣິ​ໂກ, ວັນ​ທີ 18 ມິ​ຖຸ​ນາ 2018.
ພາບ​ຖ່າຍ​ທາງ​ອາ​ກາດຂອງ​ຄຸ້ມ Viequez ​ໃນເມືອງ San Juan, ​​ເປີ​ໂຕ​ຣິ​ໂກ, ວັນ​ທີ 18 ມິ​ຖຸ​ນາ 2018.

ສະ​ມາ​ຊິກລັດ​ຖະ​ສະ​ພາພັກ​ເດ​ໂມ​ແຄ​ຣັດກ່າວວ່າ ພວກເຂົາເຈົ້າ​ຈະ​ຟື້ນ​ຟູການ​ສື​ບ​ສວນ
ກ່ຽວ​ກັບການ​ຮັບ​ມື​ ຂອງລັດ​ຖ​ະ​ບານທ່ານ​ທ​ຣຳ ຕໍ່​ພາ​ຍຸ​ເຮີ​ຣິ​ເຄນ Maria.​

ໃນເດືອນ​ກັນ​ຍາ ປີ 2017 ​ພາ​ຍຸ​ດັ່ງ​ກ່າວ ໄດ້​ພັດຜ່ານ​ເກາະ​ Virgin ສະ​ຫະ​ລັດ ແລະ
Puerto Rico ຊຶ່ງໄດ້ສັງ​ຫານ​ປະ​ມານ 3,000 ຄົນ ໃນ Puerto Ricoແ​ລະປະ​ຖິ້ມໄວ້​
ຊຶ່ງ​ຄວາມ​ຫາ​ຍະ​ນະ ຊາກ​ຫັກ​ພັງ​ ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ.

ບາງ​ພາກ​ສ່ວນ ​ຂອງ​ດິນ​ແດນ​ສະ​ຫ​ະ​ລັດ ທີ່​ປົກ​ຄອງຕົນ​ເອງ ແຫ່ງນີ້ ແມ່ນ​ຍັງ​ຂາດ​ການ​
ໃຫ້​ບໍ​ລິ​ການ​ຂັ້ນ​ພື້ນ​ຖານ ທີີ່​ຮວ​ມ​ທັງ ນຳ​ດື່ມ​ນ້ຳ​ໃຊ້​ທີ່​ສະ​ອາດ ແລະໄຟ​ຟ້າ​.

ຄະ​ນະ​ກຳ​ມະ​ການ​ກຳ​ກັບ​ຄວບ​ຄຸມ​ດູ​ແລ ຂອງ​ສະ​ພາ​ຕ່ຳ​ສະ​ຫະ​ລັດ ທີ່​ນຳ​ພາ​ໂດຍ​
ທ່ານ Elijah Cummings ທີ່​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ໄດ້​ສົ່ງ​ຈົດ​ໝາຍ​ໄປ​ຍັງ​ທຳ​ນຽບ​ຂາວ
ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ແລະ ອົງ​ການ​ບໍ​ລິ​ຫານ​ຈັດ​ການ​ສຸກ​ເສີນ​ຂອງ​ລັດ​ຖະ​ບານ​ກາງ,
ຮຽກ​ຮ້ອງ​ໃຫ້​ສົ່ງ​ບັນທຶກຕ່າງໆ ກ່ຽວ​ກັບ​ການ​ຮັບມື ຕໍ່​ພາ ຍຸ​ດັ່ງ​ກ່າວ.

ປະ​ທານຄະ​ນະ​ກຳ​ມະ​ການກວດ​ກາ ແລະ​ປະ​ຕິ​ຮຸບ, ທ່ານ Elijah Cummings, ພັກ​ເດ​ໂມ​ແຄຣັດ​ຈາກ​ລັດ​ແມ​ຣີ​ແລນ, ກ່າວ​ໃນ​ຕຶກ​ລັດ​ຖະ​ສະ​ພາ, ວັ​ນ​ທີ 2 ເມ​ສາ, 2019
ປະ​ທານຄະ​ນະ​ກຳ​ມະ​ການກວດ​ກາ ແລະ​ປະ​ຕິ​ຮຸບ, ທ່ານ Elijah Cummings, ພັກ​ເດ​ໂມ​ແຄຣັດ​ຈາກ​ລັດ​ແມ​ຣີ​ແລນ, ກ່າວ​ໃນ​ຕຶກ​ລັດ​ຖະ​ສະ​ພາ, ວັ​ນ​ທີ 2 ເມ​ສາ, 2019

“ໃນ​ຮອບ 2 ປີ ຜ່ານ​ມາ ທຳ​ນຽບ​ຂາວ ໄດ້​ປະ​ຕິ​ເສດ​ທີ່​ຈະໃຫ້​ລາຍ​ງານ​ໃດໆ ຕໍ່​ຄະ​ນະ
​ກຳ​ມະ​ການ ກ່ຽວ​ກັບການ​ຮັບ​ມື ​ທີ່​ຂີ້​ຮ້າຍ​ຂອງລັດ​ຖະ​ບານ,”
ຊຶ່ງ​ນັ້ນ​ແມ່ນເນື້ອ​ໃນ
​ຂອງ​ຈົດ​ໝາຍ.

ມັນ​ຍັງ​ໄດ້​ຊີ້​ໃຫ້​ເຫັນ​ວ່າ ສະ​ມາ​ຊິກສະ​ພາ​ຕ່ຳ​ທີ່​ສັງ​ກັດພັກ​ຣີ​ພັບ​ບ​ລີ​ກັນ ແມ່ນ​ໄດ້ “ປະ​ຕິ​
ເສດ”
ບໍ່ໃຫ້​ການ​ຮ່ວມມືກັບ​ພັກ​ເດ​ໂມ​ແຄ​ຣັດ ​ໃນ​ການ​ຮ້ອງ​ຮຽນ​ນີ້.

ພວກ​ນັກ​ວິ​ເຄາະ​ກ່າວ​ວ່າ​ ​ປະ​ຕິ​ກິ​ລິ​ຍາ​ຂອງປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ ໂນ​ລ ທ​ຣຳ
ຕໍ່ ພາ​ຍຸ​ເຮີ​ຣິ​ເຄນ Maria ແມ່ນ​ເປັນແບບ​ວ່າບໍ່​ສົນ​ໃຈ​ ແລະຕ້ອງ​ຕິຕໍ່​ລັດ​ຖະ​ບານເປີ​ໂຕ​ຣິ​ໂກ
ໃນ​ອັນ​ທີ່​ທ່ານ​ເບິ່ງ​ຄື​ວ່າ ຂາດ​ຄວາມ​ບໍ່​ຮູ້​ບຸນ​ຄຸນ​ ຕໍ່​ການ​ບໍ​ລິ​ຫານ​ຈັດ​ການ ຕໍ່​ເຫດ​ການ
ດັ່ງ​ກ່າວ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG