ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ມາ​ຊິກ​ສະ​ພາ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ອອກໝາຍ​ຮຽກ ໃຫ້​ທະ​ນາ​ຍ​ຄວາມ​ສ່ວນ​ຕົວ​ ຂອງ​ ປ. ທ​ຣຳ


​ສະ​ມາ​ຊິກ​ສະ​ພາ​ຕ່ຳ ພັກ​ເດ​ໂມ​ແຄ​ຣັດ ທ່ານ ​ອາ​ດຳ ຊີ​ຟ, ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສືບ​ລັບ ກ່າວ​ຖະ​ແຫລງ​ຕໍ່​ບັນ​ດາ​ນັກ​ຂ່າວ ກ່ຽວ​ກັບ ຜູ້​ຮ້ອງ​ທຸກ​ແຈ້ງ​ຄ​ວາມ​ ຫຼື​ "whistleblower" ວັນ​ທີ 19 ກັນ​ຍາ 2019, ​ຢູ່​ທີ່​ລັດ​ຖະ​ສະ​ພາ ໃນ ວໍ​ຊິງ​ຕັນ.
​ສະ​ມາ​ຊິກ​ສະ​ພາ​ຕ່ຳ ພັກ​ເດ​ໂມ​ແຄ​ຣັດ ທ່ານ ​ອາ​ດຳ ຊີ​ຟ, ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສືບ​ລັບ ກ່າວ​ຖະ​ແຫລງ​ຕໍ່​ບັນ​ດາ​ນັກ​ຂ່າວ ກ່ຽວ​ກັບ ຜູ້​ຮ້ອງ​ທຸກ​ແຈ້ງ​ຄ​ວາມ​ ຫຼື​ "whistleblower" ວັນ​ທີ 19 ກັນ​ຍາ 2019, ​ຢູ່​ທີ່​ລັດ​ຖະ​ສະ​ພາ ໃນ ວໍ​ຊິງ​ຕັນ.

ບັນ​ດາ​ສະ​ມາ​ຊິກພັກ​ເດ​ໂມ​ແຄ​ຣັດ ໃນ​ສະ​ພາ​ຕ່ຳສະ​ຫະ​ລັດ ​ກຳ​ລັງ​ເຄື່ອນໜ້າ​ຕໍ່​ໄປ​ໃນ​
ການ​ສອບ​ຖາມ​ເລື້ອງການ​ຟ້ອງ​ຮ້ອງ​ຕໍ່​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ດ້ວຍ​ການອອກ
​ໝາຍ​ຮຽກ ຂໍ​ເອກ​ກະ​ສານ​ຕ່າງໆ ຈາກ​ທະ​ນາຍ​ຄວາມ​ສ່ວນ​ຕົວ ແລະ​ລັດ​ຖະ​ມົນ​ຕີ​ວ່າ
​ການ​ຕ່າງ​ປະ​ເທດ ຂອງ​ທ່ານ​ທ​ຣຳ ພ້ອມ​ກັນ​ນັ້ນ ໄດ້​ກຳ​ນົດໃຫ້​ຈັດ​ການ​ພິ​ຈາ​ລະ​ນາ​ຮັບ
​ຟັງ​ຄຳ​ໃຫ້​ການ ​ຂອງ​ບັນ​ດາອະ​ດີດເຈົ້າ​ໜ້າ​ທີ່ ຜູ້​ທີ່​ມີ​ສ່ວນ​ພົວ​ພັນ​ໃນ​ນະ​ໂຍ​ບາຍການ
​ຕ່າງ​ປະ​ເທດ ລະ​ຫວ່າງ ​ສະ​ຫະ​ລັດ ກັບ​ຢູ​ເຄ​ຣນ ຂຶ້ນໃນ​ສັບ​ປະ​ດານີ້.

ບັນ​ດາ​ຫົວ​ໜ້າ​ແຕ່​ລະຄະ​ນະ​ກຳ​ມະ​ການຂອງ​ສະ​ພາ​ຕ່ຳ ທີ່ຮັບ​ຜິດ​ຊອບໃນ​ເລື້ອງ ການ
​ພົວ​ພັນ​ກັບ​ຕ່າງ​ປະ​ເທດ ການ​ສືບ​ລັບ ແລະ​ການກວດ​ກາ ​ໄດ້​ໃຫ້​ເວ​ລາ​ແກ່ ລັດ​ຖະ​ມົນ​ຕີ​
ກະ​ຊວງຕ່າງ​ປະ​ເທດ ທ່າ​ນ​ໄມ​ຄ໌ ພອມ​ພຽວ ​ຈົນຮອດ​ວັນ​ພະ​ຫັດ ຈະ​ມາ​ເຖິງ​ນີ້ ເພື່ອ​ໃຫ້
​ນຳ​ເອົາ​ເອກ​ກະ​ສານ​ທັງຫຼາຍ ທີ່ເຊື່ອມ​ໂຍງ​ກັບ​ການ​ສືບ​ສວນທີ່​ໄດ້​ລິ​ເລີ້ມຂຶ້ນ ຫຼັງ​ຈາກ​ທີ່​
ມີ​ຜູ້​ແຈ້ງ​ຄວາມ​ຄົນ​ນຶ່ງ ໄດ້​ຍື່ນ​ຄຳ​ຮ້ອງ​ທຸກ ​ສະ​ແດງ​ຄວາມ​ເປັນ​ຫ່ວງ​ວ່າ ທ່ານ​ທ​ຣຳ ໄດ້
“ໃຊ້​ອຳ​ນາດ​ໃນ​ຕຳ​ແໜ່ງ​ຂອງ​ທ່ານ ຊັກ​ຊວນ​ໃຫ້​ຕ່າງ​ປະ​ເທດ​ເຂົ້າ​ມາ​ແຊກ​ແຊງ​ ການ
​ເລືອກ​ຕັ້ງ​ ສະ​ຫະ​ລັດ ໃນ​ປີ 2020.”

ບັນ​ດາປະທານ​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ ໂດຍ​ມີ ທ່ານແອ​ລີ​ອັອດ​ ເອັນ​ໂຈ​ລ ທ່ານ​
ແອ​ດຳ ຊີ​ຟ ແລະ​ທ່ານ​ອີ​ໄລ​ຈາ ຄຳ​ມິງ​ສ໌ ຍັງ​ໄດ້​ອອກ​ໝາຍ​ຮຽກ ໃນ​ວັນ​ຈັນ​ວານນີ້ ​ໃຫ້
​ທະ​ນາຍ​ຄວາມ​ສ່ວນ​ຕົວ​ຂອງ​ທ່ານ​ທ​ຣຳ ຄືທ່ານ​ຣູ​ດີ ຈູ​ລີ​ອາ​ນີ ​ເຊັ່ນ​ກັນ ໂດຍ​ກຳ​ນົດ
ວັນ​ເສັ້ນ​ຕາຍ ໃສ່ວັນ​ທີ 15 ເດືອນ​ຕຸ​ລາ ນີ້.

ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ດັ່ງ​ກ່າວ ໄດ້​ຂຽນ​ໃນ​ໝາຍ​ຮຽກ​ວ່າ “ມີ​ບັນ​ທຶກທີ່​ເປີດ​ເຜີຍຫຼາຍ
​ຂຶ້ນ​ນັບ​ມື້ ລວມ​ທັງ​ຄຳ​ຖະ​ແຫລງ​ຂອງ​ທ່ານ​ເອງ ທີ່​ບົ່ງ​ຊີ້​ວ່າ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ພ້ອມ​ກັບ
ທ່ານ​ເອງ ແລະ​ຄົນ​ອື່ນໆ ປາ​ກົດ​ວ່າ​ໄດ້​ກົດ​ດັນ​ລັດ​ຖະ​ບານ​ຂອງ​ຢູ​ເຄ​ຣນ ເພື່ອ​ໃຫ້​ດຳ​ເນີນ
​ການ​ສືບ​ສວນສອງ​ເລື້ອງ​ ໂດຍ​ເຫດ​ຜົນ​ທາງ​ດ້ານການ​ເມືອງ. ເລື້ອງ​ທີ​ນຶ່ງ ແມ່ນ​ການ​ດຳ
​ເນີນ​ຄະ​ດີ ພວກ​ຊາວ​ຢູ​ເຄ​ຣນ ຜູ້​ທີ່​ສະ​ໜອງຫຼັກ​ຖານ​ທີ່ເປັນ​ໂທດ ​ຕໍ່​ປະ​ທານ​ຄະ​ນະ​
ໂຄ​ສະ​ນາ​ຫາ​ສຽງ ທ່ານ ​ພອ​ລ ມາ​ນາ​ຟອດ ຂອງ​ທ່ານ​ທ​ຣຳ ທີ່​ໄດ້​ຖືກ​ສານຕັດ​ສິນ​ວ່າ​
ມີ​ຄວາມ​ຜິດ. ເລື້ອງ​ທີ​ສອງ ພົວ​ພັນ​ກັບ​ອະ​ດີດ​ຮອງ​ປະ​ທາ​ທິ​ບໍ​ດີ ໂຈ​ເສັບ ອາ​ຣ ບາຍ​ເດັນ
ຈູ​ເນຍ ຜູ້​ທີ່​ກຳ​ລັງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ ໃນ​ປີ 2020 ກັບ​ປະ​ທາ​ນາ​ທິ​ບໍ​ດີ
ທ​ຣຳ ຢູ່ນັ້ນ.”

ບັນ​ດາ​ປະ​ທານ​ທັງຫຼາຍ ຮຽກ​ຮ້ອງ​ເອົາ ຂໍ້​ຄວາມ​ທີ່​ສົ່ງ​ຫາ​ກັນ ບັນ​ທຶກ​ໂທ​ລະ​ສັບ ແລະ
​ການ​ສື່​ສານ​ນຳ​ກັນ​ອື່ນໆ​ອີກ “ທີ່​ບົ່ງ​ຊີ້​ວ່າ ທ່ານ​ບໍ່​ໄດ້​ດຳ​ເນີນ​ການ​ແຕ່​ພຽງ​ຜູ້​ດຽວ ແລະ​ວ່າ
ບັນ​ດາ​ເຈົ້າ​ໜ້າ​ທີ່​ຄະ​ນະ​ລັດ​ຖະ​ບານ​ທ່ານ​ທ​ຣຳ ຄົນ​ອື່ນໆ​ອາດ​ມີ​ສ່ວນ​ກ່ຽວ​ຂ້ອງ​ໃນ​ແຜນ​
ການ​ອັນ​ນີ້​ນຳ​ດ້ວຍ.”

ທ່ານ​ຈູ​ລີ​ອາ​ນີ ໄດ້​ຂຽນ​ລົງ​ໃນ​ທວີດ​ເຕີ້ ວ່າ ທ່າ​ນ​ໄດ້​ຮັບ​ໝາຍ​ຮຽກ​ດັ່ງ​ກ່າວ​ແລ້ວ ແລະ
ຈະ​ໃຫ້ “ການ​ພິ​ຈາ​ລະ​ນາ​ຕໍ່​ໝາຍ​ຮຽກນັ້ນ ໃນ​ເວ​ລາ​ອັນ​ຄວນ.”

ທ່ານ​ໄດ້​ກ່າວ​ອີກວ່າ “ມັນ​ເຮັດ​ໃຫ້​ມີ​ບັນ​ຫາໃຫຍ່ ໃນເລື້ອງ​ຂອງຄວາມ​ຊອບ​ທຳ ແລະ​
ດ້ານລັດ​ຖະ​ທຳ​ມະ​ນູນ ແລະ​ບັນ​ຫາ​ຕ່າງໆ​ດ້ານ​ກົດ​ໝາຍ​ ລວມ​ທັງ ເລື້ອງອື່ນ​ເປັນ​ຕົ້ນ​
ວ່າ ສິດ​ທິ​ພິ​ເສດ​ອື່ນໆ​ທັງຫຼ​າຍ ລະ​ຫວ່າງທະ​ນາຍ​ຄວາມແລະລູກ​ຄວາມ.”

ທ່ານ​ຈູ​ລີ​ອານີ ໄດ້​ກ່າວ​ຕຳ​ໜິ​ຕິ​ຕຽນ ບັນ​ດາ​ສະ​ມາ​ຊິກ​ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ວ່າ “ທຳ
ການ​ຟ້ອງ​ຮ້ອງແບບບໍ່​ມີ​ມູນ​ຖານ​ເລີຍ” ແລະ​ຫາ​ທາງ​ທີ່​ຈະ​ເພັ່ງ​ເລັງ​ໃສ່ ການ​ກ່າວ​ຫາ
​ຂອງ​ທ່ານ​ ຕໍ່​ທ່ານ​ບາຍ​ເດັນ ທີ່ວ່າ ທ່ານ​ບາຍ​ເດັນ ໄດ້ກະ​ທຳ​ຄວາມ​ຜິດ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG