ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະມາຊິກ ສະພາຕໍ່າ ພັກເດໂມແຄຣັດ ນັ່ງປະທ້ວງ ຮຽກຮ້ອງໃຫ້ ປະຕິຮູບ ການຄຸ້ມຄອງປືນ


ສະມາຊິກສະພາຕ່ຳ ຈາກລັດຈໍເຈຍ ທ່ານ John Lewis ນຳພາສະມາຊິກສະພາພັກເດໂມແຄຣັດ ຫຼາຍກວ່າ 200 ຄົນຮຽກຮ້ອງໃຫ້ ມີການລົງຄະແນນສຽງ ເພື່ອຂະຫຍາຍ ການກວດຊີວະປະຫວັດ ແລະບໍ່ໃຫ້ຂາຍປືນ ແກ່ພວກທີ່ສົງໄສ ເປັນຜູ້ກໍ່ການຮ້າຍ.
ສະມາຊິກສະພາຕ່ຳ ຈາກລັດຈໍເຈຍ ທ່ານ John Lewis ນຳພາສະມາຊິກສະພາພັກເດໂມແຄຣັດ ຫຼາຍກວ່າ 200 ຄົນຮຽກຮ້ອງໃຫ້ ມີການລົງຄະແນນສຽງ ເພື່ອຂະຫຍາຍ ການກວດຊີວະປະຫວັດ ແລະບໍ່ໃຫ້ຂາຍປືນ ແກ່ພວກທີ່ສົງໄສ ເປັນຜູ້ກໍ່ການຮ້າຍ.

ໂດຍ​ການ​ປະ​ເຊີນ​ໜ້າ​ກັບ​ພວກ​ສະມາຊິ​ກ​ພັກ​ເດ​ໂມ​ແຄຣັດ ຢູ່​ໃນ​ສະພາ​ຕ່ຳທີ່ພາ ກັນ​ນັ່ງປະ​ທ້ວງ​ ເປັນ​ເວລາ​ເກືອບ 16 ຊົ່ວ​ໂມງຮຽກຮ້ອງ​ໃຫ້​ລົງມະຕິ​ກ່ຽວ​ກັບຮ່າງ​ກົດໝາຍ​ຄວບ​ຄຸມ​ປືນນັ້ນ ພັກຣີພັບ​ບລີ​ກັນ​ທີ່​ຄວບ​ຄຸມ​ສະພາ​ດັ່ງກ່າວ​ຈຶ່ງໄດ້​ລົງຄະ​ແນນ​ສຽງ​ ໃນ​ຕອນເຊົ້າວັນ​ພະຫັດ​ມື້ນີ້ ເພື່ອ​ຢຸດ​ພັກ​ໄປ​ຈົນ​ຮອດ​ວັນ​ທີ 5 ກໍລະກົດ.

ການ​ເຄື່ອນ​ໄຫວ​ທີ່​ວ່າ​ນີ້ ​ໄດ້​ມ້ວນທ້າຍ​ຄ່ຳ​ຄືນທີ່​ຕື່ນເຕັ້ນຢູ່​ທີ່​ຕຶກ​ລັດຖະສະພາ​ສະຫະ ລັດບ່ອນ​ທີ່​ໃນ​ບາງ​ຄັ້ງບາງ​ຄາວສະມາ​ຊິກຂອງ​ພັກຣີພັບ​ບລີ​ກັນ​ໄດ້​ກັບ​ຄືນໄປ​ລົງ​ຄະ ​ແນນສຽງ​ກັນ ​ໃນ​ຂະນະ​ທີ່​ສະມາຊິກ​ພັກ​ເດ​ໂມ​ແຄຣັດ ທີ່​ໂຮມ​ຊຸມນຸມ ກັນ​ກ່າວ​ວ່າ ບໍ່​ ຮັບຜ່ານຮ່າງ​ກົດໝາຍ ກໍ​ຈະ​ບໍ່​ມີ​ການ​ພັກ ​ແລະພາກັນ​ຮ້ອງ​ໂຮ​ສົ່ງ​ສຽງ​ດັງ ຕໍ່ຕ້ານ​ປະ ທານສະພາ​ຕ່ຳ ທ່ານ Paul Ryan.

House Democrats Sit-in to Force Gun Vote
please wait

No media source currently available

0:00 0:00:43 0:00

ໃນ​ລະຫວ່າງ​ການ​ລົງ​ຄະ​ແນນ​ສຽງ​ນັ້ນ ພັກ​ຣີພັບ​ບລີກ​ກັນ​ໄດ້​ສັ່ງ​ໃຫ້​ສະພາ​ຕ່ຳ​ຢຸດ ພັກ ຊຶ່ງ​ເປັນ​ການ​ເຄື່ອນ​ໄຫວ​ທີ່​ໝາຍ​ຄວາ​ມວ່າ ທັງ​ກ້ອງຖ່າຍຮູບ​ແລະ​ໄມ​ທີ່ຢູ່​ໃນ ສະພາ​ຕ່ຳ​ທັງ​ໝົດ​ຖືກ​ສັ່ງໃຫ້​ມອດ​ໄວ້. ສ່ວນ​ພັກ​ເດ​ໂມ​ແຄ​ຣັດ​ໄດ້ສົ່ງ​ຮູບພາບ​ການ ປະ​ທ້ວງ​ຂອງ​ພວກ​ເຂົາ​ເຈົ້າ ອອກ​ໄປ​ທາງໂທລະສັບ​ມື​ຖືໂດຍ​ຜ່ານ​ທາງ​ເຟສບຸກ ​ແລະ​ກ້ອງສັງ​ເກດ​ການ ​ແລະ​ຕາໜ່າງ​ໂທລະພາບ​ C-SPAN ​ກໍ​ເລີ້ມການ​ອອກ ອາກາດ​ຂອງ​ຂໍ້​ມູນ​ທີ່​ໄດ້​ຮັບ ຊຶ່ງ​ຕາມ​ປົກກະຕິ​ແລ້ວ ​ໃຊ້​ກ້ອງຖ່າຍຮູບ​ຂອງ​ສະພາ​ຕ່ຳ​ນັ້ນ.

House Democrats Stage Sit-in to Demand Action on Guns
please wait

No media source currently available

0:00 0:02:27 0:00

ສະມາຊິກ​ສະພາ​ຕ່ຳ John Lewis ຜູ້ນຳ​ການເຄື່ອນ​ໄຫວ​ດ້ານ​ສິດທິ​ພົນລະ​ເມືອງ ທີ່ສຳຄັນຈາກ​ລັດ Georgia ລິ​ເລີ້ມການ​ຮຽກຮ້ອງ ​ຂອງ​ພັກ​ເດ​ໂມ​ແຄຣັດ ​ໃຫ້​ເອົາ ມາດຕະການ​ດ້ານ​ນິຕິ​ບັດ​ຢັດ ​ເພື່ອ​ຕອບ​ໂຕ້​ຕໍ່​ການ​ສັງຫານ​ໝູ່ ​ຢູ່​ເມືອງ Orlando ​ໃນ​ລັດ Florida ປະມານ​ຕອນ​ທ່ຽງ ​ຂອງ​ວັນ​ພຸດ​ວານ​ນີ້ ​ໂດຍ​ຮຽກຮ້ອງໃຫ້​ ສະມາພັກຣີພັບ ​ບລີ​ກັນ​ເຂົ້າຮ່ວມ ​ເພື່ອ​ຮັບຮອງ​ເອົາ​ການ​ແກ້​ໄຂ​ທີ່​ມີ​ເຫດ​ມີ​ຜົນ.

ກ່ອນ​ເວລາ 4 ​ໂມງ​ເຊົ້າມື້ນີ້ໜ້ອຍ​ນຶ່ງ ​ໃນ​ຂະນະ​ທີ່​ເພື່ອນຮ່ວມ​ງານ​ຂອງ​ທ່ານ​ຍັງສືບ ​ຕໍ່ຂຶ້ນກ່າວ​ຖະ​ແຫລງຢູ່​ສະພາ​ຕ່ຳ​ນັ້ນ ທ່ານ​ເວົ້າວ່າ ປະຊາຊົນ​ຊາວ​ອາ​ເມຣິກັນຢາກ ໃຫ້ສະມາຊິກ​ສະພາ​ດຳ​ເນີນ​ການ​ລົງ​ໄປ​ແລະ​ພັກ​ເດ​ໂມ​ແຄຣັດຈະ​ເລີ້ມຄືນ​ອີກເວລາ ສະ​ຕ່ຳກັບ​ຄືນ​ມາ​ເຮັດ​ວຽກ​ໃນ​ເດືອນ​ກໍລະກົດ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG